ໃນວັນ​ທີ 18 ພະຈິກ 2021ທີ່ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີ​ມ​ອບ-ຮັບ ໃບ​ຢັ້ງຢືນຊາວໜຸ່ມ 4 ບຸກ ​ໃຫ້ແກ່ຊາວໜຸ່ມໜ່ວຍຮາກຖານຫ້ອງການ ໂດຍການ​ເປັນປະທານຂອງ ສະຫາຍ ປອ. ດາວສະຫວັນ ເຄືອມີໄຊ ກໍາມະການຄະນະພັກ, ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ​ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາ​ຄະນະ​ບໍລິຫານ​ງານຊາວ​ໜຸ່ມ​ ສມປຊ, ​ຕາງໜ້າເຂົ້າຮ່ວມເປັນປະທານ ສະຫາຍ ປທ. ນ. ຄຳຫຼ້າ ແກ້ວອຸ່ນຄຳ ກຳມະການຄະນະພັກ, ຫົວໜ້າຫ້ອງການ ແລະ ສະຫາຍ ປທ. ນ. ລຳທຽນ ຄຸດພິລາວັນ ຮອງເລຂາຊາວໜຸ່ມໜ່ວຍຮາກຖານ ຫ້ອງການ ພ້ອມດ້ວຍສະມາຊິກຊາວໜຸ່ມ.

ໃນໂອກາດດັ່ງກ່າວ, ສະຫາຍ ປທ. ນ. ລໍາທຽນ ຄຸດພິລາວັນ, ​ຮອງເລຂາ​ຊາວ​ໜຸ່ມ​ໜ່ວຍຮາກຖານ ຫ້ອງການໄດ້ຜ່ານບົດລາຍງານວຽກງານ 4 ບຸກ ໃນໄລຍະຜ່ານມາ ແລະ ທິດທາງ ໃນຕໍ່ຫນ້າ ເຊິ່ງໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຊາວ​ໜຸ່ມ​ໜ່ວຍຮາກຖານຫ້ອງການໄດ້ປະຕິບັດຂໍ້ແຂ່ງຂັນ 4 ບຸກ ທີ່ສູນກາງຊາວໜຸ່ມ ປປລ ວາງອອກໂດຍພາຍໃຕ້ການນຳພາ-ຊີ້ນຳ ຢ່າງໄກ້ຊິດຂອງຄະນະບໍລິຫານງານຊາວໜຸ່ມ ສມປຊ, ພ້ອມທັງປະກອບສ່ວນໃນການຈັດຕັ້ງເຊື່ອມຊຶມ 3 ນິຕິກຳຄື: ລະບຽບກົດໝາຍ ຂອງຊາວໜຸ່ມ ປປລ, ລະບຽບຂອງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງຊາວໜຸ່ມໜ່ວຍຮາກຖານຫ້ອງການ ແລະ ເຊື່ອມຊຶມເນື້ອໃນຂໍ້ແຂ່ງຂັນ 4 ບຸກ. ນອກນັ້ນ, ສະມາຊິກຍັງເອົາໃຈໃສ່ເຂົ້າຮ່ວມກອງປະຊຸມເຜີຍແຜ່ເອກະສານ ແລະ ຮັບຟັງປາຖະກະຖາຕ່າງໆ.

ສະມາຊິກຊາວ​ໜຸ່ມໜ່ວຍ​ຮາກຖານ ຫ້ອງການແມ່ນມີຄວາມສະແຫວງຫາຄວາມຮູ້, ມັກອ່ານ, ມັກຂຽນ, ມັກຊອກຮູ້ຮໍ່າຮຽນເພີ່ມຕື່ມ ເປັນຕົ້ນ ແມ່ນຍົກລະດັບທາງດ້ານວິຊາສະເພາະເຊິ່ງສະແດງອອກໃນການເຂົ້າຮ່ວມຝຶກອົບຮົມ 6 ຫົວຂໍ້, ຈໍານວນ 28 ສະຫາຍ, ຍິງ  13 ສະຫາຍ, ປະກອບສ່ວນໃນການເວນຍາມວັດແທກອຸນຫະພູມໃນຊ່ວງໄລຍະເວລາການແຜ່ລະບາດພະຍາດໂຄວິດ-19 ຈໍານວນ 48 ເທື່ອ ສະຫາຍ, ປ້ອງກັນເວນຍາມກາງຄືນ ເພື່ອ​ກວດກາຄວາມເປັນລະບຽບຮຽບຮ້ອຍ, ຮັກສາ​ໄດ້​ຄວາມ​ສະຫງົບ ​ແລະ ຄວາມປອດ​ໄພ ຈຳນວນ 215 ເທື່ອ ສະຫາຍ ແລະ ເສີມຂະຫຍາຍຄວາມຮູ້, ຄວາມສາມາດ ເປັນຕົ້ນແມ່ນການປະກອບສ່ວນວຽກງານອື່ນໆ ທີ່ປິ່ນອ້ອມການຮຽນ-ການສອນ ແລະ ຊ່ວຍສິດສອນຢູ່ພາຍໃນສະຖາບັນ ແລະ ນອກສະຖາບັນ, ຮັບຕິດຕັ້ງໄຟ, ຮັບຊ້ອມແປງທົ່ວໄປ ເພື່ອສ້າງລາຍຮັບເພີ່ມເຕີມ ແລະ ສາມາດຍົກລະດັບຊີວິດການເປັນຢູ່ຂອງຕົນເອງ ແລະ ຄອບຄົວດີຂຶ້ນ.

ນອກນັ້ນ, ໃນການປະຕິບັດລະບຽບຂໍ້ແຂ່ງຂັນ ດັ່ງກ່າວ ຊາວໜຸ່ມໜ່ວຍຮາກຖານຫ້ອງການແມ່ນມີ​ຄວາມ​ເອົາໃຈໃສ່ ແລະ ໜັກແໜ້ນໃນການແຂ່ງຂັນ 4 ບຸກເຊິ່ງປະກອບມີ: ບຸກດ້ານການເມືອງແນວຄິດ, ບຸກດ້ານການຝຶກຝົນຫຼໍ່ຫຼອມການຮຽນ, ບຸກດ້ານການຈັດຕັ້ງ ແລະ ບຸກດ້ານວິຊາສະເພາະ, ເຊິ່ງຕາມມາດຕະຖານ ແລະ ເງື່ອນໄຂຂອງສູນກາງຊາວໜຸ່ມ ປປລ ວາງອອກ ແລະ ຜົນງານດັ່ງກ່າວນັ້ນລ້ວນແລ້ວແຕ່ແມ່ນການປະກອບສ່ວນຂອງ ສະມາຊິກທຸກສະຫາຍ ມີຄວາມສາມັກຄີເປັນເອກກະພາບກັນຈຶ່ງສາມາດປະຕິບັດຂໍ້ແຂງຂັນ 4 ບຸກ ຢ່າງຕັ້ງໜ້າ.

ສະນັ້ນ, ເພື່ອເປັນການຢັ້ງຢືນຄືນຕໍ່ກັບຜົນງານການປະຕິບັດຂໍ້ແຂ່ງຂັນດັ່ງກ່າວ, ສະຫາຍ ປອ. ດາວສະຫວັນ ເຄືອມີໄຊ ໄດ້ມອບໃບຢັ້ງຢືນ ຊາວໜຸ່ມ 4 ບຸກ ໃຫ້ແກ່ຊາວໜຸ່ມໜ່ວຍຮາກຖານຫ້ອງການ ໂດຍການຕາງໜ້າຊາວໜຸ່ມໜ່ວຍຮາກຖານກ່າວຮັບຂອງ ສະຫາຍ ປທ ນ. ລຳທຽນ ຄຸດພິລາວັນ.

ໃນພິທີ ສະຫາຍ ປອ. ດາວສະຫວັນ ເຄືອມີໄຊ ໄດ້ຜ່ານເອກະສານກ່ຽວກັບ ປະກາດຂໍ້ຕົກລົງແຕ່ງຕັ້ງຄະນະຮາກຖານຊາວໜຸ່ມໜ່ວຍຫ້ອງການຊຸດໃໝ່ ເນື່ອງຈາກຄະນະຊຸດເກົ່າມີການຊັບຊ້ອນ ພະນັກງານພາຍໃນ ຈຶ່ງເຮັດໃຫ້ມີການທາບທາມເອົາລາຍຊື່່ຄະນະຊຸດໃໝ່ ເຊິ່ງຜ່ານການຕົກລົງເຫັນດີເອກະພາບພາຍໃນຄະນະບໍລິຫານງານຊາວໜຸ່ມ ສມປຊ ຈຶ່ງໄດ້ຕົກລົງແຕ່ງຕັ້ງຄະນະຊາວໜຸ່ມໜ່ວຍຮາກຖານຫ້ອງການຄື: 1. ສະຫາຍ ປທ. ສົນທະຍາ ເທບນຸຮັກ ເປັນເລຂາ, 2. ສະຫາຍ ໄມພັນ ບຸນລັດ ເປັນຮອງເລຂາ ແລະ ປະທານກວດກາ ແລະ 3. ສະຫາຍ ສຸກສະຫວັດ ເພັດພູທອນ ເປັນຄະນະ.

ໃນໂອກາດດັ່ງກ່າວ, ຊາວໜຸ່ມໜ່ວຍຮາກຖານ ຫ້ອງການ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງສະຫາຍ ປອ. ດາວສະຫວັນ ເຄືອມີໄຊ ແລະ ສະຫາຍ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ເຊິ່ງທັງສອງທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນ ດັ່ງກ່າວ ທີ່ຊາວໜຸ່ມໜ່ວຍຮາກຖານຫ້ອງການ ຍາດມາໄດ້ໃນການປະກອບສ່ວນດ້ວຍຄວາມຮັບຜິດຊອບສູງ ເຂົ້າໃນວຽກງານຊາວໜຸ່ມຂອງ ສມປຊ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ ແລະ ທ່ານໄດ້ຮຽກຮ້ອງໃຫ້ຊາວໜຸ່ມໜ່ວຍຮາກຖານຫ້ອງການ ສືບຕໍ່ຍົກສູງພາລະບົດບາດ, ຄວາມຮັບຜິດຊອບຂອງຕົນ, ເອົາໃຈໃສ່ວຽກງານການເມືອງ-ແນວຄິດ, ຮັກສາຄວາມສາມັກຄີເປັນປຶກແຜ່ນ,​ ບຸກທະລຸດ້ານຈິນຕະນາການ ແລະ ວິຊາສະເພາະດ້ວຍຄວາມເປັນເຈົ້າການ ແລະ ຕໍ່ເນື່ອງ, ຮູ້ຈັກໝູນໃຊ້ເວລາ, ກາລະໂອກາດ ແລະ ເຕັກໂນໂລຊີທີ່ທັນສະໄໝ ເພື່ອຮຽນຮູ້ ແລະ ພັດທະນາຕົນເອງ ໃຫ້ເຂັ້ມແຂງທາງດ້ານວິຊາສະເພາະ, ຮູ້ຈັກຮຽນຮູ້ນຳຜູ້ອື່ນ, ຮຽນຮູ້ນຳເອກະສານ, ນຳປະສົບການ ແລະ ຮຽນຮູ້ດ້ວຍຕົນເອງ.​ ສືບຕໍ່ຍົກລະດັບ ແລະ ປັບປຸງແບບແຜນວິທີການເຮັດວຽກໃຫ້ມີລັກສະນະວິທະຍາສາດ, ມີຫົວຄິດປະດິດສ້າງ, ມີການປະສານສົມທົບກັນຢ່າງກົມກຽວ ແລະ ຕິດຕາມສະມາຊິກຂອງຈຸຕົນເອງໃນການເຄື່ອນໄຫວ ເພື່ອແກ້ໄຂໃຫ້ທັນກັບສະພາບການຢ່າງຄ່ອງແຄ້ວ. ເພີ່ມທະວີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ປິ່ນອ້ອມຂອງຫ້ອງການ, ຮັບປະກັນຄຸນນະພາບ ແລະ ທ່ວງທັນກັບເວລາ ແລະທັນກັບສະພາບການຂອງພາກພື້ນ ແລະສາກົນ, ພ້ອມທັງມີຄວາມເສຍສະຫລະເພື່ອສ່ວນລວມ ແລະ ປະເທດຊາດ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ