ໃນຕອນເຊົ້າເວລາ 8:00 ໂມງ ວັນທີ 22 ພະຈິກ 2021 ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ຕາມຫົວຂໍ້ສະເພາະໃຫ້ແກ່ ເລຂາພັກເມືອງ, ຄະນະປະຈຳພັກເມືອງ ແລະ ກຳມະການພັກເມືອງພາຍໃຕ້ການເປັນປະທານ ແລະ ກ່າວເປີດ ຂອງ ທ່ານ ຮສ. ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ມີ ຄະນະພັກ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ,​ ຜູ້ຕາງໜ້າບັນດາ ຂັ້ນກົມ,​ ຄະນະຕ່າງໆ, ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ.

ໃນພິທີ ທ່ານ ປອ. ນ. ໄກສອນ ຈັນສີນາ ກໍາມະການຄະນະບໍລິຫານງານພັກ ສມປຊ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ກ່າວເຖິງຈຸດປະສົງຂອງການຝຶກຄັ້ງນີ້ແມ່ນເພື່ອສ້າງຄວາມຮັບຮູ້ຢ່າງເປັນລະບົບໃຫ້ແກ່ເລຂາພັກເມືອງ, ຄະນະປະຈຳພັກເມືອງ ແລະ ກຳມະການພັກເມືອງ ກ່ຽວກັບການໝູນໃຊ້ທິດສະດີມາກ-ເລນິນ, ທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ແຜນຍຸດທະສາດ ແລະ ວຽກງານຈຸດສຸມທີ່ໄດ້ກຳນົດໄວ້ໃນແຜນພັດທະນາ

ເສດຖະກິດ-ສັງຄົມ ແຫ່ງຊາດຄັ້ງທີ 9, ການຝຶກອົບຮົມທິດສະດີການເມືອງ-ການປົກຄອງຄັ້ງນີ້ ແມ່ນແນໃສ່ ເລຂາພັກເມືອງ, ຄະນະປະຈຳພັກເມືອງ ແລະ ກຳມະການພັກເມືອງ ປະຕິບັດແບບແຜນນໍາພາ ຄຸ້ມຄອງໃຫ້ເປັນເອກະພາບທາງດ້ານແນວຄິດ-ການເມືອງ, ປະຕິບັດຢ່າງເຂັ້ມງວດບັນດາຫຼັກການພື້ນຖານຂອງພັກ, ເພີ່ມທະວີການຕິດຕາມ, ກວດກາ, ການປະເມີນຜົນ ແລະ ການສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບ ພ້ອມປັບປຸງແຜນການເຄື່ອນໄຫວແຕ່ລະໄລຍະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຍົກສູງຄວາມສາມາດນຳພາ-ຊີ້ນຳ, ເຮັດວຽກງານແນວຄິດ-ການເມືອງໃຫ້ປະຊາຊົນພາຍໃນເມືອງຂອງຕົນ ມີຄວາມສາມັກຄີເປັນເອກະພາບຢ່າງໜັກແໜ້ນ, ພັດທະນາຊີວິດການເປັນຢູ່ດີຂຶ້ນຕາມຄາດໝາຍສູ້ຊົນທີ່ໄດ້ກໍານົດໄວ້ແຕ່ລະໄລຍະ.

ການຝຶກອົບຮົມໃນຄັ້ງນີ້ມີສຳມະນາກອນທັງໝົດ 45 ທ່ານ, ຍິງ 3 ທ່ານ ຊິ່ງປະກອບມີ ສະຫາຍກຳມະການພັກແຂວງ, ເລຂາພັກນະຄອນ, ເຈົ້ານະຄອນ 1 ທ່ານ, ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ 30 ທ່ານ, ຍິງ 1 ທ່ານ; ຮອງເລຂາພັກເມືອງ ຊີ້ນຳຂົງເຂດຕ່າງໆຢູ່ຂັ້ນເມືອງ 6 ທ່ານ, ຍິງ 1 ທ່ານ, ກຳມະການພັກເມືອງ, ຮອງເຈົ້າເມືອງ ແລະ ຫົວໜ້າຄະນະຈັດຕັ້ງເມືອງ 8 ທ່ານ, ຍິງ 1 ທ່ານ ເຊິ່ງຈະໄດ້ດໍາເນີນການຝຶກອົບຮົມເປັນໄລຍະເວລາ 14 ວັນ ເລີ່ມແຕ່ວັນທີ 22 ພະຈິກ ຫາ 10 ທັນວາ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ