ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ, ແມ່ນອົງການວິຊາການຂັ້ນແຂວງ, ນະຄອນຫຼວງ ທີ່ມີຖານະທຽບເທົ່າກັບຄະນະຕ່າງໆຂອງພັກ ແລະ ພະແນກການຕ່າງໆປະຈຳຢູ່ຂັ້ນແຂວງ, ນະຄອນຫຼວງເຊິ່ງຢູ່ພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງທາງດ້ານການເມືອງ, ແນວຄິດ  ແລະ  ການຈັດຕັ້ງຂອງຄະນະບໍລິຫານງານພັກ, ຄະນະປົກຄອງແຂວງ ຫຼື ນະຄອນຫຼວງ, ພ້ອມດຽວກັນນີ້ກໍ່ຢູ່ພາຍໃຕ້ການນໍາພາ-ຊີ້ນໍາທາງດ້ານວິຊາສະເພາະ ແລະ ວິຊາການຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ມີ 3 ພາລະບົດບາດໃຫຍ່ຄື: ໜຶ່ງ, ພາລະບົດບາດໃນການຄົ້ນຄ້ວາທິດສະດີ ແລະ ພຶດຕິກໍາ ຮັບໃຊ້ການຮຽນ-ການສອນ, ສະໜອງຂໍ້ມູນທາງດ້ານວິທະຍາສາດໃຫ້ແກ່ການວາງແນວທາງ, ນະໂຍບາຍ ຂອງຄະນະບໍລິຫານງານພັກ ອົງການປົກຄອງແຂວງ ຫຼື ນະຄອນຫຼວງ; ສອງ, ມີພາລະບົດບາດໃນການຈັດຝຶກອົບຮົມ, ຍົກລະດັບພະນັກງານ-ລັດຖະກອນ, ນາຍທະຫານ ແລະ ນາຍຕໍາຫຼວດ ທີ່ມີຕໍາແໜ່ງລະດັບກາງ, ລະດັບຕົ້ນຂັ້ນແຂວງ, ຂັ້ນເມືອງ ແລະ ພະນັກງານຂັ້ນບ້ານ ກ່ຽວກັບທິດສະດີການເມືອງ-ການປົກຄອງ ຕາມຫຼັກສູດຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ສາມ, ມີພາລະບົດບາດຊີ້ນໍາດ້ານວິຊາສະເພາະ ແລະ ວິຊາການຕໍ່ສູນຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຫຼື ສູນຝຶກອົບຮົມບັນດາພະແນກການອ້ອມແຂວງ ຫຼື ນະຄອນຫຼວງ; ມີ 12 ໜ້າທີ່ຫຼັກ ແລະ 7 ຂອບເຂດສິດ ຕາມຂໍ້ກໍານົດເລກທີ 1131/ສມປຊ, ລົງວັນທີ 24 ຕຸລາ 2019.

ສະນັ້ນ, ເພື່ອເປັນການສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ສົກປີ 2020-2021 ແລະ ທິດທາງແຜນການ 2021-2022, ພາຍໃຕ້ການເປັນ ປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຕາງໜ້າຫົວໜ້າກົມ, ຫ້ອງການ, ຄະນະຕ່າງໆ ແລະ ສູນຕ່າງໆ, ຕາງໜ້າຫົວໜ້າຄະນະໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງເຂົ້າຮ່ວມພາກສ່ວນລະ 2 ທ່ານ.

ໃນພິທີບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງບົດສະຫຼຸບລາຍງານ ແລະ ທິດທາງແຜນການໃນຕໍ່ໜ້າ, ຊຶ່ງສົກປີ 2020-2021 ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໄດ້ສ້າງຜົນງານການເຄື່ອນໄຫວຫຼາຍໆດ້ານທີ່ພົ້ນເດັ່ນໄດ້ຖື​ສຳຄັນ ແລະ ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ການ​ເມືອງ-ແນວຄິດ, ​ໃນ​ນີ້ບັນຫາ​ສຳຄັນ​ກວ່າ​ໝູ່​ແມ່ນ​ການ​ສຶກສາ​ອົບຮົມ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລະບຽບ, ກົດໝາຍ​ຂອງ​ລັດ ສາມາດ​ຈັດຕັ້ງການເຊື່ອມຊຶມໄດ້ຈຳນວນ 348 ຄັ້ງ, ມີຜູ້ເຂົ້າຮ່ວມຈໍານວນທັງໝົດ 9.824 ເທື່ອຄົນ, ຍິງ 2.927 ເທື່ອຄົນ.ຖ້າ​ທຽບ​ໃສ່​ສົກປີ​ຜ່ານ​ມາ​ເຫັນວ່າຈຳນວນຄັ້ງນັ້ນແມ່ນຫຼຸດຫຼົງ 13 ຄັ້ງ, ສ່ວນຈໍານວນຄົນເຂົ້າຮ່ວມແມ່ນມີຈໍານວນ​ເພີ່ມຂຶ້ນ 1.111 ເທື່ອຄົນ ແລະ ການຈັດຕັ້ງໂຄສະນາເຜີຍແຜ່ເອກະສານທີ່ສໍາຄັນຂອງພັກ-ຂອງຊາດມີຈໍານວນທັງໝົດ 187 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 14.838 ເທື່ອຄົນ, ຍິງ 4.220 ເທື່ອຄົນ. ຖ້າ​ທຽບ​ໃສ່​ສົກປີ​ຜ່ານ​ມາ​ເຫັນວ່າດ້ານຈຳນວນແມ່ນເພີ່ມຂຶ້ນ 33 ຄັ້ງ, ຈໍານວນຄົນເພີ່ມຂຶ້ນ 3.551 ເທື່ອຄົນ.

ຜູ້ບໍລິຫານ ຕະຫຼອດໄລຍະຜ່ານມາ ຍັງໄດ້ນໍາພາ-ຊີ້ນໍາທາງດ້ານວິຊາການ ຕໍ່ບັນດາໂຮງຮຽນການເມືອງ ແລະ  ການປົກຄອງແຂວງ, ນະຄອນຫຼວງ ແມ່ນພາລະບົດບາດໜຶ່ງທີ່ສໍາຄັນເຊິ່ງພັກ​-ລັດ ໄດ້ມອບ​ໝາຍ​​ໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ກຳແໜ້ນຈິດໃຈດັ່ງກ່າວ ຄະນະບໍລິຫານງານພັກສະຖາບັນ ໄດ້ເອົາໃຈໃສ່ຊີ້ນໍາບັນດາກົມ, ຫ້ອງການ, ບັນດາຄະນະຕ່າງໆໃນສະຖາບັນ ໃນການອໍານວຍຄວາມສະດວກແຕ່ລະດ້ານໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິຕະຫຼອດມາ ໂດຍສະເພາະໄດ້ຊີ້ນໍາກົມຄຸ້ມຄອງການຮຽນ-ການສອນ ເຊິ່ງເປັນເສນາທິການໃນການປະສານງານໂດຍກົງທາງດ້ານວິຊາການ. ນອກນັ້ນ, ສົກປີ 2020-2021 ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໄດ້ສືບຕໍ່ດຳເນີນການຮຽນ-ການສອນລະບົບອະນຸປະລິນຍາ, ລະບົບຊັ້ນກາງ, ລະບົບຊັ້ນຕົ້ນ, ລະບົບ 45 ວັນ ແລະ ລະບົບ 10 ວັນໃຫ້ເລຂາພັກບ້ານ ແລະ ຄະນະພັກບ້ານ ມີ​ທັງ​ໝົດ 151 ຊຸດ​ຮຽນ, ມີ​ຜູ້​ເຂົ້າ​ຮຽນ​ທັງ​ໝົດ 8.592 ຄົນ, ຍິງ 2.087 ຄົນ.

ສັງລວມແລ້ວ, ຜູ້ບໍລິຫານງານ-ຜູ້ຄຸ້ມຄອງແມ່ນໄດ້ສຸມທຸກການເຄື່ອນໄຫວວຽກງານຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ແມ່ນໄດ້ເອົາ​ແນວທາງ​ອັນ​ຖືກຕ້ອງ​ຂອງ​ພັກ ເປັນເຂັມທິດເຍືອງທາງ ​ແລະ ມີການ​ນຳ​ພາ-ຊີ້ນຳຢ່າງ​ໃກ້​ຊິດຕິດ​​ແທດ ແລະ ຕໍ່ເນື່ອງ​ ແລະ ຮອບດ້ານ ຂອງ​ຄະນະພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ຄະນະປະຈຳພັກແຂວງ, ນະຄອນຫຼວງ ຈຶ່ງເຮັດໃຫ້ວຽກງານການເມືອງປະກົດຜົນເປັນຈິງ.

ກອງປະຊຸມດຳເນີນເປັນເວລາ 3 ວັນ ລະຫວ່າງວັນທີ 15-16-17 ພະຈິກ ທີ່ ສະໂມສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ