ເພື່ອເປັນການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນສົກຮຽນ 2020-2021 ແລະ ວາງທິດທາງແຜນການ ສົກຮຽນ 2021-2022 ໃຫ້ຖືກຕ້ອງສອດຄ່ອງກັບສະພາບເງື່ອນໄຂປັດຈຸບັນນັ້ນ, ກົມຄຸ້ມຄອງການຮຽນ-ການສອນ ຈຶ່ງໄດ້ສະຫຼຸບຕີລາຄາຖອດຖອນບົດຮຽນການຈັດຕັ້ງປະຕິບັດ​ຫຼັກສູດ​ການ​ຮຽນ-ການ​ສອນ ປະຈຳ​ສົກ​ຮຽນ 2020-2021 ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພາຍໃຕ້ການເປັນ ປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຕາງໜ້າຄະນະກົມ, ຫ້ອງການ, ຄະນະຕ່າງໆ, ສູນຕ່າງໆ.

         ໃນພິທີ, ທ່ານ ປທ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານບົດສະຫຼຸບຜົນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນສົກຮຽນ 2020-2021 ແລະ ວາງທິດທາງແຜນການ ສົກຮຽນ 2021-2022; ຊຶ່ງເນື້ອໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນໄດ້ສ່ອງແສງໃຫ້ເຫັນເຖິງກົງຈັກການຈັດຕັ້ງຂອງ ສມປຊ ແລະວຽກງານຕ່າງໆທີ່ປິ່ນອ້ອມການຮຽນ-ການສອນ ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດມີຄູ-ອາຈານທັງໝົດ 165 ຄົນ, ຍິງ 57 ຄົນ. ໃນນັ້ນ, ຄູປະຈໍາ (ລັດຖະກອນຄູ ຕາມດໍາລັດ 177) ມີຈຳ​ນວນ 68 ຄົນ, ຍິງ 26 ຄົນ; ຄູປະຈໍາ (ລັດຖະກອນບໍລິຫານ) ມີ 98 ຄົນ, ຍິງ 27 ຄົນ, ຄູສອນຊ່ວຍມີ 29 ຄົນ, ຍິງ 4 ຄົນ. ຄຽງຄູ່ກັນນັ້ນ, ການຈັດຕັ້ງການຮຽນຂອງນັກສຶກສາ ທຸກລະບົບຮຽນພາຍໃນ ສມປຊ ແມ່ນໄດ້ຈັດຕັ້ງການແບ່ງຫ້ອງຮຽນເປັນແຕ່ລະຊັ້ນຮຽນ: ລວມທັງໝົດມີ 22 ຫ້ອງຮຽນ. ໃນນັ້ນ, ມີຫ້ອງຮຽນລະບົບຊັ້ນສູງເລັ່ງລັດ 5 ເດືອນມີ 2 ຫ້ອງຮຽນ, ລະບົບອະນຸປະລິນຍາ ມີ 2 ຫ້ອງຮຽນ; ລະບົບປະລິນຍາຕີ 4 ປີ ພາກຮຽນລວມ ແມ່ນໄດ້ແຍກອອກເປັນ 2 ຫ້ອງຮຽນ ຄື: ຫ້ອງ ກ ແລະ ຫ້ອງ ຂ ລວມມີ 4 ຫ້ອງຮຽນ ແລະ ພາກລົງເລິກສາຂາວິຊາ ໄດ້ແບ່ງອອກເປັນ 7 ສາຂາຮຽນ ລວມມີ 7 ຫ້ອງ; ສໍາລັບລະບົບປະລິນຍາໂທ ພາກຮຽນ ລວມມີ 1 ຫ້ອງຮຽນ ແລະ ພາກລົງເລິກສາຂາວິຊາລວມມີ 6 ສາຂາຮຽນ. ບໍລິມາດບັນຈຸຊັບຊ້ອນນັກສຶກສາເຂົ້າຮຽນທຸກລະບົບຮຽນໃນພາກຮຽນລວມສະເລ່ຍ 55 ຄົນ/ຫ້ອງ ແລະ ພາກລົງເລິກຂາສາຂາວິຊາສະເລ່ຍ 8-15 ຄົນ/ຫ້ອງ.

         ໃນສົກຮຽນ 2020-2021 ມີນັກສຶກສາທັງໝົດ 786 ຄົນ, ຍິງ 202 ຄົນ. ໃນນັ້ນ, ມີນັກສຶກສາຊັ້ນສູງເລັ່ງລັດ 5 ເດືອນຮຸ່ນທີ 27, 28 ຈໍານວນ 110 ຄົນ, ຍິງ 30 ຄົນ; ນັກສຶກສາລະບົບອະນຸປະລິນຍາ ຮຸ່ນທີ 18-19 ຈໍານວນ 120 ຄົນ, ຍິງ 24 ຄົນ; ນັກສຶກສາ ລະບົບປະລິນຍາຕີ ຮຸ່ນ​ທີ 23, 24, 25 ແລະ ປະລິນຍາຕີຕໍ່ເນື່ອງ ຮຸ່ນທີ 14 ມີຈຳນວນທັງໝົດ 376 ຄົນ, ຍິງ 108 ຄົນ; ນັກສຶກສາລະບົບ ປະລິນຍາໂທ ຮຸ່ນທີ 14, 15, 16 ຈໍານວນ 180 ຄົນ, ຍິງ 40 ຄົນ.

         ນອກຈາກນັ້ນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍັງໄດ້ຄຸ້ມຄອງດ້ານວິຊາການຕໍ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ-ນະຄອນຫຼວງ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດຫຼັກສູດຝຶກອົບຮົມ 45 ວັນ ຢູ່ບັນດາກະຊວງອົງການອ້ອມຂ້າງຂັ້ນສູນກາງ ຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ ແລະ ຈັດຕັ້ງຝຶກອົບຮົມຫຼັກສູດ 5 ວັນ, 10 ວັນ ຕາມຫົວຂໍ້ສະເພາະ ເປັນຕົ້ນແມ່ນ: ຝຶກອົບ ຮົມຜູ້ບໍລິຫານລັດວິສາກິດ 5 ວັນ; ຝຶກອົບຮົມເລຂາພັກ-ເຈົ້າເມືອງ 10 ວັນ. ການຈັດຕັ້ງການຮຽນ-ການສອນທຸກລະບົບ ແມ່ນປະຕິບັດຕາມຂໍ້ກຳນົດຂອງແຕ່ລະຫຼັກສູດ ແລະ ຂັ້ນຕອນຂອງການຄຸ້ມຄອງຫຼັກສູດແຕ່ລະຊັ້ນຮຽນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ກຳນົດໄວ້.

         ຕໍ່ກັບຜົນສຳເລັດທີ່ກ່າວມາຈຶ່ງເຮັດໃຫ້ຜົນ ຂອງຄູ-ອາຈານຂຶ້ນຫ້ອງສິດສອນທຸກລະບົບຮຽນພາຍໃນສະຖາບັນ ສາມາດຈັດຕັ້ງປະຕິບັດຈໍານວນຊົ່ວໂມງຂຶ້ນຫ້ອງສິດສອນ, ສໍາມະນາ, ແກ້ຂໍ້ຂ້ອງໃຈໄດ້ທັງໝົດ 18.682 ຊົ່ວໂມງ, ທຽບໃສ່ສົກປີ ຜ່ານມາ ເພີ່ມຂຶ້ນ 2.023 ຊົ່ວໂມງ ເທົ່າກັບ 10,82% (ສົກຮຽນຜ່ານມາປະຕິບັດໄດ້ 16.659 ຊົ່ວໂມງ). ໃນ​ນັ້ນ​, ຈໍານວນ​ຊົ່ວ​ໂມງ​ຂຶ້ນ​ຫ້ອງ​, ສອບ​ເສັງ ແລະ​ ປ້ອງ​ກັນ​ບົດ ຢູ່​ພາຍ​ໃນໄດ້ຈໍານວນ 14.768 ຊົ່ວ​ໂມງ; ຂຶ້ນ​ຫ້ອງ​ສອນ, ​ສອບ​ເສັງ, ປ້ອງ​ກັນ​ບົດ ຢູ່​ບັນດາ​ໂຮງຮຽນ​ທ້ອງ​ຖິ່ນ ມີ​ຈໍານວນ 1.238 ຊົ່ວ​ໂມງ, ຂຶ້ນຫ້ອງຝຶກອົບຮົມຮົມ 10 ວັນ, ຂຶ້ນ​ຫ້ອງຊຸດ​ຝຶກ​ອົບຮົມ 45 ວັນ ໃຫ້ແກ່ບັນດາກະຊວງ​ອ້ອມ​ຂ້າງ​ໄດ້​ທັງ​ໝົດ 2.676 ຊົ່ວ​ໂມງ; ແນະນໍາບົດປ້ອງກັນຈົບຊັ້ນທັງພາຍໃນ ແລະ ພາຍນອກ ໄດ້ຈໍານວນ 318 ບົດ.

ການຈັດຕັ້ງປະຕິບັດຂຽນບົດວິທະຍາສາດລະດັບພາກ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໄດ້ຮັບຮອງເອົາຫົວຂໍ້ບົດວິທະຍາສາດ ແລະ ຂຽນບົດວິທະຍາສາດຈໍານວນ 03 ຫົວຂໍ້ໃຫ່ຍ, 24 ຫົວຂໍ້ນ້ອຍ ແລະ 03 ບົດປະກອບຄວາມເຫັນ  ໂດຍໄດ້ແບ່ງກຸ່ມໂຮງຮຽນຂຽນຮ່ວມກັນອອກເປັນເປັນ 03 ພາກຄື: ພາກເໜືອ, ພາກກາງ ແລະ ພາກໃຕ້ ມາຮອດປັດຈຸບັນແຕ່ລະໂຮງຮຽນແມ່ນໄດ້ຂຽນສຳເລັດແລ້ວ 100%.

         ສຳລັບການປະເມີນການຮຽນຂອງນັກສຶກສາ: ໃນສົກຮຽນ 2020-2021 ການປະເມີນການຮຽນຂອງນັກສຶກສາປີສຸດທ້າຍ​ມີທັງໝົດຈໍານວນ 371 ຄົນ, ຍິງ 97 ຄົນ (ໃນນີ້ບໍ່ລວມປະລິນຍາໂທຮຸ່ນທີ 15 ຈໍານວນ 3 ຄົນ,ຍິງ 0 ຄົນ) ເຫັນ​ໄດ້​ວ່າ ​ຄະ​​ແນນ​ສະ​ສົມ​ສະ​ເລ່ຍຂອງ​ນັກ​ສຶກສາປີ​ສຸດ​ທ້າຍຄື: ຄະ​ແນນ​ເກດ A ມີ 80 ຄົນ, ​ເທົ່າ​ກັບ 21,56% ຂອງ​ຈໍານວນ​ນັກ​ສຶກສາ​ໃນ​ປີ​ສຸດ​ທ້າຍ; ຄະ​ແນນ​ເກດ B+ມີ 291 ຄົນ, ເທົ່າ​ກັບ 78,44% ຂອງ​ຈໍານວນ​ນັກ​ສຶກສາ​ໃນ​ປີ​ສຸດ​ທ້າຍ.

         ໃນເວລາດໍາເນີນກອງປະຊຸມນັ້ນ ມີບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນຄຳຄິດຄຳເຫັນ, ຄຳສະເໜີ, ຕໍ່ກັບບົດສະຫຼຸບດັ່ງກ່າວຢ່າງລະອຽດກົມກຽວເພື່ອເຮັດໃຫ້ບົດສະຫຼູບມີຄວາມອຸດົມສົມບູນຂຶ້ນຕືີ່ມ ແລະ ໃຫ້ຖືກຕ້ອງກັບຜົນສຳເລັດທີ່ຜ່ານມາ.

         ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງໜັງສືແນະນຳວ່າດ້ວຍການຂຽນບົດວິທະຍານິພົນປະລິນຍາໂທ (ສະບັບປັບປຸງ) ຈາກ ທ່ານ ປອ ນ. ໄກສອນ ຈັນສີນາ ກຳມະການຄະນະພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ກ່າວຈຸດປະສົງກ່ຽວກັບໜັງສືແນະນໍາ ເພື່ອເຮັດໃຫ້ການແນະນໍາ ແລະ ການຂຽນວິທະຍານິພົນ ມີຄວາມເປັນເອກະພາບ, ສະພາວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ອອກໜັງສືແນະນໍາການຂຽນ, ຄຸ້ມຄອງການຈັດຕັ້ງຂຽນ ແລະ ປ້ອງກັນວິທະຍານິພົນຂອງນັກສຶກສາປະລິນຍາໂທ ການເມືອງ-ການປົກຄອງ ໃຫ້ສອດຄ່ອງ ແລະ ກຳແໜ້ນວິທີຄົ້ນຄວ້າຂຽນວິທະຍານິພົນຢ່າງເປັນລະບົບ, ຮູ້ສົມທົບແໜ້ນພື້ນຖານທິດສະດີມາວິເຄາະ-ວິໄຈພຶດຕິກຳ, ນຳສະເໜີທິດທາງ, ວິທີການ ແລະ ແນວຄວາມຄິດຂອງຕົນ ໃນການແກ້ໄຂບັນຫາທີ່ ຕັ້ງຂຶ້ນສອດຄ່ອງກັບພຶດຕິກຳຕົວຈິງໃນເງື່ອນໄຂໃໝ່

         ໃນທ້າຍພິທີ, ທ່ານປະທານກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ກັບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ຍາດໄດ້ຜົນສຳເລັດຫຼາຍດ້ານຕາມແຜນການທີ່ວາງໄວ້ທີ່ຜ່ານມາ ແລະ ໃຫ້ສືບຕໍ່ປັບປຸງບົດສະຫຼຸບໃຫ້ຖືກຕ້ອງສອດຄ່ອງກັບຜົນສຳເລັດຕົວຈິງ ແລະ ໃຫ້ສືບຕໍ່ປະຕິບັດຕາມແຜນການທີ່ວາງໄວ້ຂອງປີ 2022 ໃຫ້ປະກົດຜົນເປັນຈິງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ