ຄະນະ​ຮັບຜິດຊອບ​ການ​ຄົ້ນຄວ້າ​ແນວ​ຄິດໄກສອນ ພົມວິຫານ ໄດ້​ຈັດກອງປະຊຸມປະກອບຄໍາເຫັນໃສ່ບົດວິທະຍາສາດຫົວຂໍ້: “ແນວ​ຄິດໄກສ​ອນ ພົມວິຫານ ກ່ຽວກັບ​ການປະຕິວັດຊາດ ປະຊາທິປະໄຕ ຕາມທິດສັງຄົມນິຍົມຢູ່ປະເທດເຮົາ​” ຂຶ້ນຢູ່ທີ່​ຫ້ອງປະຊຸມ ຊັ້ນ 1 ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍ​ການເຂົ້າຮ່ວມເປັນປະທານ ຂອງທ່ານ ຮສ. ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, , ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງຫົວໜ້າ, ຜູ້ປະຈໍາການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ; ມີທ່ານ ປອ.ກິແກ້ວ ຈັນທະບູລີ ຮອງປະທານສະຖາບັນເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີບັນດາທ່ານນັກວິທະຍາສາດຜູ້ທີ່ປະກອບຄໍາເຫັນ, ນັກວິທະຍາສາດຜູ້ຮັບຜິດຊອບຂຽນແຕ່ລະຫົວຂໍ້ ແລະ ພະນັກງານສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຂົ້່າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ເພື່ອສືບຕໍ່ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ, ເລກທີ 085/ກມສພ, ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໃຫ້ໄດ້ຮັບຜົນດີ ແລະໃຫ້ທັນຕາມກໍານົດເວລາ ແລະ ເພື່ອເປັນການປະກອບຄໍາຄິດຄໍາເຫັນ ໃສ່ບັນດາເນື້ອໃນບົດຄົ້ນຄວ້າ 6 ຫົວຂໍ້ຍ່ອຍ ແລະທັງເປັນການກວດກາຄືນການດໍາເນີນການຄົ້ນຄວ້າແຕ່ລະຫົວຂໍ້ ທັງນີ້ເພື່ອຮັບປະກັນການຮັບຟັງການປະກອບຄໍາຄິດຄໍາເຫັນຈາກບັນດານັກວິທະຍາສາດທີ່ຖືກເຊີນ ເພື່ອໃຫ້ເນື້ອໃນຂອງບົດຄົ້ນຄວ້າມີຄວາມເລິກເຊິ່ງ ພ້ອມທັງໄດ້ທາງດ້ານເນື້ອໃນ.

ບົດວິທະຍສາດປະກອບມີຫົວຂໍ້ຍ່ອຍ 6 ຫົວຂໍ້ຄື:

  1. ຫົວຂໍ້: ແນວ​ຄິດ​ໄກສອນພົມວິຫານ ກ່ຽວ​ກັບ​ການປະຕິວັດຊາດປະຊາທິປະໄຕ ພາຍໃຕ້ການນໍາພາຂອງພັກ.
  2. ຫົວຂໍ້: ທາດແທ້ ແລະຈຸດໝາຍ ຂອງການປະຕິວັດຊາດ ປະຊາທິ​ປະ​ໄຕ​ ປະ​ຊາ​ຊົນ.
  3. ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງ ແລະຂະຫຍາຍລະບອບປະຊາທິປະໄຕປະຊາຊົນ.
  4. ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບ ການປະຕິວັດຊາດ ປະຊາທິປະໄຕ ບົນພຶ້ນຖານການກໍ່ສ້າງກ້ອນກຳລັງພັນທະພາບກຳມະກອນ-ຊາວນາ
  5. ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບມະຫາຊົນ, ປະຊາຊົນ ແມ່ນກໍາລັງແຮງຕັດສິນໄຊຊະນະ ຂອງການປະຕິວັດຊາດ ປະຊາທິປະໄຕ
  6. ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງ ລະຫວ່າງ ກໍາລັງການຜະລິດ ແລະການພົວພັນການຜະລິດໃນໄລຍະຂ້າມຜ່ານຕາມທິດສູ່ສັງຄົມນິຍົມ ຢູ່ປະເທດເຮົາ.

          ຊຶ່ງທັງໝົດ 6 ຫົວຂໍ້ ນັກວິທະຍາສາດຫຼາຍທ່ານໄດ້ໃຫ້ຄວາມສົນໃຈເປັນພິເສດໃນແງ່ມູມຂອງການປະຕິວັດຊາດ ປະຊາທິປະໄຕ ຂອງການປະກອບຄຳເຫັນທີ່ມີຫຼາກຫຼາຍ ສິ່ງເຫຼົ່ານັ້ນລ້ວນແລ້ວແຕ່ແມ່ນຂໍ້ມູນອັນທີ່ອຸດົມສົມບູນ ມີຄວາມລະອຽດຈະແຈ້ງ, ຊັດເຈນ, ຊີ້ໃຫ້ເຫັນທັດສະນະແນວຄິດຊີ້ນໍາຂອງເພິ່ນຕາມຄວາມຈິງ, ຮັບປະກັນລັກສະນະວິທະຍາສາດ.

          ປະທານກອງປະຊຸມໄດ້ສະແດງຄວາມຊົມເຊີຍ ບັນດານັກຄົ້ນຄວ້າ ທີ່ໄດ້ມີຄວາມພະຍາຍາມໃນການຄົ້ນຄວ້າຂຽນບົດສໍາເລັດໃນຂັ້ນພື້ນຖານທັນຕາມກໍານົດເວລາ ແລະສະແດງຄວາມຊົມເຊີຍບັນດານັກວິທະຍາສາດທີ່ຖືກຮັບເຊີນກໍ່ໃຫ້ກຽດມາຮ່ວມກອງປະຊຸມຄັ້ງນີ້ຢ່າງພ້ອມພຽງ ພ້ອມທັງໄດ້ປະກອບຄໍາຄິດຄໍາເຫັນຢ່າງກົນໄປກົງມາ ເພື່ອເຮັດໃຫ້ບົດວິທະຍາສາດມີເນື້ອໃນໜັກແໜ້ນ ແລະມີຄວາມເປັນເອກະພາບກັນ.ເນື້ອໃນຂອງແຕ່ລະບົດ ແມ່ນຂ້ອນຂ້າງດີ ແລະ ຮັບປະກັນໄດ້ລັກສະນະພັກ, ລັກສະນະວິທະຍາສາດຢ່າງກົມກຽວ ລະຫວ່າງ ທິດສະດີ ແລະພຶດຕິກໍາ

            ກອງປະຊຸມຈັດຂຶ້ນເປັນ 2 ວັນ, ວັນທີ 3 ແລະ ວັນທີ 5.11.2021

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ