ເພື່ອປະກອບຄວາມຮູ້-ຄວາມເຂົ້າໃຈກ່ຽວກັບ ທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ການປົກຄອງ ແລະ ການບໍລິຫານ, ວຽກງານກໍ່ສ້າງພັກ-ພະນັກງານນຳພາ, ພະນັກງານຫຼັກແຫຼ່ງ ຢູ່ຂັ້ນຂະແໜງການອ້ອມຂ້າງ ແລະ ບັນດາເມືອງໃຫ້ມີຄວາມຮັບຮູ້, ຄວາມສາມາດໃນການນຳພາ ແລະ ການຄຸ້ມຄອງ.

         ວັນທີ່15 ຕຸລາ 2021 ໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ໄດ້ຈັດພິທີເປີດຊຸດຮຽນລະບົບຊັ້ນຕົ້ນ ຮຸ່ນທີ XIX ປະຈຳປີ 2021 ທີ່ສະໂມສອນຂອງເມືອງງາ ໂດຍການເປັນປະທານຂອງທ່ານ ວຽງໄຊ ຄຳພະຈັນ ຄະນະປະຈຳພັກເມືອງ, ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານ ແລະ ທ່ານ ປທ ຄຳຟອງ ພັດທະມາວົງ ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ. ມີຄູອາຈານ-ພະນັກງານ, ນັກສຶກສາລະບົບຊັ້ນຕົ້ນ ຮຸ່ນທີ XIX ແລະ ແຂກຮັບເຊີນອ້ອມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.

         ລະບົບຊັ້ນຕົ້ນ ຮຸ່ນທີ XIX ມີນັກສຶກສາທັງໝົດ 60 ທ່ານ ຍິງ 10 ທ່ານ. ໃນພິທີດັ່ງກ່າວ ຄະນະຮັບຜິດຊອບພິທີ ໄດ້ຜ່ານມະຕິຂອງຄະນະປະຈຳພັກແຂວງ ສະບັບເລກທີ 1173/ຄປພຂ.ອຊ. ລົງວັນທີ 30 ກັນຍາ 2021 ວ່າດ້ວຍການອະນຸຍາດໃຫ້ເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງຊັ້ນຕົ້ນ ຮຸ່ນທີ XIX, ຜ່ານຂໍ້ຕົກລົງ ເລກທີ 1973/ຮມປຂ ລົງວັນທີ 13 ຕຸລາ 2021 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ຊັ້ນຕົ້ນ ຮຸ່ນທີ XIX ແລະ ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ເລກທີ 382/ຄປພມ ລົງວັນທີ 12 ຕຸລາ 2021 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳຊຸດຮຽນທິດສະດີການເມືອງ ແລະ ການປົກຄອງຊັ້ນຕົ້ນ ຮຸ່ນທີ XIX. ທ່ານ ປທ ແພງ ສຸທິວົງ ຮອງຫົວໜ້າຂະແໜງຄຸ້ມຄອງການຮຽນ-ການສອນ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ໄດ້ຜ່ານແຜນການຮຽນ-ການສອນ ຕາມໂຄງການຫຼັກສູດການຮຽນ-ການສອນ ເພື່ອໃຫ້ນັກສຶກສາໄດ້ຮັບຮູ້ເຖິງ ສະພາບລວມໂດຍຫຍໍ້ຂອງໂຮງຮຽນ, ສະພາບລວມໂດຍຫຍໍ້ຂອງຄູ-ອາຈານ, ຈຳນວນຊົ່ວໂມງຮຽນທີ່ຈະໄດ້ຮຽນ,​ ວິຊາທີ່ຈະໄດ້ຮຽນ ແລະ ວິທີການສອບເສັງໄດ້ຮັບຮູ້ ແລະເຂົ້າໃຈຢ່າງທົ່ວເຖິງ.

         ໃນຕອນທ້າຍພິທີ ທ່ານ ປະທານໄດ້ເນັ້ນໜັກໃຫ້ນັກສຶກສາ ມີແນວຄິດຫຼັກໝັ້ນອຸ່ນອ່ຽນທຸ່ນທ່ຽງໃນການສຶກສາຮ່ຳຮຽນ ຄຳນຶງເຖິງເຫດຜົນທີ່ມາສຶກສາຮ່ຳຮຽນ ຢາກໃຫ້ໄດ້ຮັບໝາກຜົນກໍ່ຕ້ອງຮຽນຮູ້ທິດສະດີ ພ້ອມກັບຕິດພັນພຶດຕິກຳຕົວຈິງ ກຳໃຫ້ໄດ້ບັນດາທິດສະດີ ທີ່ໄດ້ຮ່ຳຮຽນພ້ອມກັບປັບປຸງປ່ຽນແປງຕົວເອງໄປແນວທາງທີ່ດີ ເພື່ອນຳເອົາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂັ້ນກົມກອງ ຂອງຕົນໃຫ້ໄດ້ຮັບຜົນສູງ. ພ້ອມກັນນັ້ນ, ທ່ານ ກໍ່ຍັງໃຫ້ທິດຊີ້ນຳ ແກ່ຄູ-ອາຈານ ໃຫ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດການສິດສອນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ແລະ ເຮັດລ້ອນໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບໝາກຮັບຜົນສູງສຸດ.

ຂ່າວ/ພາບ: ບຸນໄຊ ລູວີນາ
ບັນນາທິການ: ປທ ບຸນປັນ ສຸມຸນທອງ