ໃນ​ວັນ​ທີ 13/10/2021​ ໂຮງຮຽນ​ການ​ເມືອງ ​ແລະ ​ການ​ປົກຄອງ​ແຂວງ​ບໍ່​ແກ້ວ ​​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນ ທີ່ໂຮງຮຽນ​ການ​ເມືອງ ​ແລະ ​ການ​ປົກຄອງ​ແຂວງ​ບໍ່​ແກ້ວ,​ ​​ໂດຍ​ການເປັນປະທານ ທ່ານ ປທ ຄຳ​ແສງ ສຸລິຍະ​ວົງ ກຳມະການ​ພັກ​ແຂວງ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ ການ​ປົກ​ຄອງ​ແຂວງ​ບໍ່​ແກ້ວ ເຂົ້າ​ຮ່ວມມີຄະນະພັກ-​ຄະນະນຳ​ໂຮງຮຽນການ​ເມືອງ ​ແລະ ​ການ​ປົກຄອງ​ແຂວງ, ພ້ອມ​ດ້ວຍພະນັກງານ, ຄູ-ອາຈານ​ທັງໝົດ,ຈຸດປະສົງຂອງ​ກອງປະຊຸມຄັ້ງນີ້ ​ແມ່ນ​ເພື່ອ​ສະຫຼຸບຕີ​ລາຄາ​ຄືນການ​ຄົ້ນ​ຄວ້າ ​ແລະ​ ຈັດ​ຕັ້ງ​ປະຕິບັດ​ແຜນການ​ຮຽນ-​ການ​ສອນ ​ໃນ​ໄລຍະ 2020-2021 ຜ່ານ​ມາ. ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ສຸມ​ໃສ່​ສະຫຼຸບການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ວຽກ​ງານຂອງ 4 ຂະ​ແໜງ​ການ​ຕົ້ນຕໍ​ຄື: ຂະ​ແໜງ​ການ​ບໍລິຫານ-​ຄຸ້ມຄອງ, ຂະ​ແໜງ​ຄຸ້ມ​ຄອງ​ການ​ຮຽນ-​ການ​ສອນ, ຂະ​ແໜງ​ວິຊາ​ການ, ຂະ​ແໜງ​​ຂໍ້​ມູນ​ຂ່າວສານ ​ເຊິ່ງ​ໃນ​ກອງ​ປະຊຸມ​ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ດ້ານ​ຕັ້ງໜ້າ, ບັນຫາ​ຂໍ້​ຄົງ​ຄ້າງ ​ແລະ ບາງ​ບົດຮຽນ​ທີ່​ຖອດ​ຖອນ​ໄດ້​ຈາ​ກການບໍລິ​ຫານ​-ຄຸ້ມ​ຄອງ​ການ​ຮຽນ-​ການ​ສອນ​ຜ່ານ​ມາ; ພ້ອມ​ນັ້ນ​ກໍ່​ໄດ້​ກຳນົດ​ທິດ​ທາງ​ແຜນການ​ໃນຕໍ່ໜ້າ.

​ໃນ​ຕອນ​ທ້າຍ​ ທ່ານ ປທ ຄຳ​ແສງ ສຸລິຍະ​ວົງ ກຳມະການ​ພັກ​ແຂວງ ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ ການ​ປົກ​ຄອງ​ແຂວງ​ບໍ່​ແກ້ວ ປະທານ​ກອງ​ປະຊຸ​​ມໄດ້​ມີ​ຄຳ​ເຫັນ​ແລກປ່ຽນ ​ແລະ ​ເນັ້ນ​ໜັກ​ບາງ​ບັນຫາ​ດັ່ງ​ນີ້: 1). ພາຍຫຼັງສຳ​ເລັດ​ກອງ​ປະຊຸມ​ໃຫ້​ແຕ່​ລະຂະ​ແໜງ​ຮີບ​ຮ້ອນ​ປັບປຸງ​ຄືນບົດ​ສະຫຼຸບຂອງ​ຕົນ​ຕາມ​ການ​ປະກອບ​ຄຳ​ຄິດຄຳ​ເຫັນ ຂອງ​ຜູ້​ແທນ​ກອງ​ປະຊຸມ ​ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ສືບຕໍ່ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ຕໍ່ໜ້າໃຫ້​ດີ​ຂຶ້ນ. 2). ຄະນະ​ພັກ-​ຄະນະ​ນຳ, ພະນັກງານ, ຄູ-ອາຈານທຸກ​ຄົນ​ຕ້ອງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ. 3). ​ເອົາ​ໃຈ​ໃສ່​ສືບຕໍ່ປັບປຸງ​ແບບ​ແຜນ​ວິທີ​ເຮັດ​ວຽກ​ໃຫ້​ມີ​ວິທະຍາສາດ, ສອດຄ່ອງ​ກັບ​ສະພາບ​ການ. 4). ສືບຕໍ່​ເປັນ​ເຈົ້າ​ການ​ຝຶກຝົນຫຼໍ່ຫຼອມຕົນ​ເອງ​ຢ່າງຮອບດ້ານ. 5). ​ເຕົ້າ​ໂຮມ​ຄວາມ​ສາມັກ​ຄີ​ພາຍ​ໃນ​ໃຫ້​​ເປັນ​ປຶ​ກ​ແຜ່ນ. 6). ສືບຕໍ່ກະກຽມ​ເງື່ອນ​ໄຂ​ຮອບດ້ານ​ໃຫ້​ແກ່​ການ​ເປີດ​ການ​ຮຽນ​-ການ​ສອນ​ຊັ້ນ​ກາງ ຮຸ່ນ​ທີ XI ຂອງ​ແຂວງ.

                                                      ຂ່າວ: ທ່ານ ນ. ສາຍປະເສີດ ທອງມະນິໄຊ
ຮູບພາບ: ທ່ານ ຮັກ ​ໄຊ​ຍະ​ເດດ
ບັນນາທິການ: ທ່ານ ປທ ບຸນປັນ ສຸມຸນທອງ