ໃນວັນທີ 10 ກັນຍາ 2021 ທີ່ ຫ້ອງປະຊຸມ ສຳນັກງານ​ໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີ​ປິດ​ຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ຊຸດທີ II ໃນຫົວຂໍ້ສະເພາະໃຫ້ ຜູ້ບໍລິຫານນໍາພາ-ຄຸ້ມຄອງ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ (ລລທ) ປະຈໍາປີ 2021 ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ສຸ​ພົນ​ ຈັນທະ​ວີ​ໄຊ ​ເລ​ຂາ​ຄະນະ​ພັກຮາກ​ຖານ, ຜູ້ອໍານວຍການໃຫ່ຍ ລລທ. ​ເຂົ້າເປັນປະທານຮ່ວມຂອງ ທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ປອ ນາງ ໄກສອນ ຈັນສີນາ, ກຳມະການຄະນະພັກ ສມປຊ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ທ່ານ ເຄນທອງ ແພງວົງສາ ກໍາມະການໜ່ວຍພັກ, ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ນອກນັ້ນຍັງມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ພະນັກງານຫຼັກແຫຼ່ງ ລາວໂທລະຄົມ ສູນກາງ, ສາຂາແຂວງ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມຢ່າງພ້ອມພຽງ.

     ​​ການຈັດ​ຝຶກ​ອົບຮົມ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ມາເປັນ​ເວ​ລາ 10 ວັນ ຕາມໂຄງການຫຼັກສູດທີ່ໄດ້ກໍານົດໄວ້ (ນັບແຕ່ວັນ​ທີ 30 ສິງຫາ – 10 ກັນຍາ 2021) ໂດຍແບ່ງອອກເປັນ 2 ພາກວິຊາຄື: ພາກວິຊາກໍ່ສ້າງພັກ ແລະ ພາກວິຊາບໍລິຫານອົງການ ທັງໝົດມີ 13 ຫົວຂໍ້ຄື:

  1. ທັດສະນະຂອງພັກ ແລະ ນະໂຍບາຍຂອງລັດກ່ຽວກັບ ລັດວິສາຫະກິດ ໃນລະບົບເສດຖະກິດແຫ່ງຊາດ
  2. ບົດບາດຂອງລັດວິສາຫະກິດຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ຢູ່ປະເທດເຮົາ
  3. ຄວາມຮູ້ພື້ນຖານກ່ຽວກັບການບໍລິຫານອົງການ
  4. ການບໍລິຫານບຸກຄະລາກອນ
  5. ການບໍລິຫານເວລາ ແລະ ການບໍລິຫານທີມງານ
  6. ການບໍລິຫານງົບປະມານ
  7. ມະນຸດສໍາພັນ ແລະ ການຈູງໃຈ
  8. ຍົກສູງຂີດຄວາມສາມາດພະນັກງານນໍາພາ-ຄຸ້ມຄອງ ລັດວິສາຫະກິດໃນເງື່ອນໄຂໃໝ່
  9. ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານກໍ່ສ້າງພັກ
  10. ວຽກງານຂະຫຍາຍພັກ
  11. ຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກ ຢູ່ລັດວິສາຫະກິດ
  12. ຍົກສູງຄຸນນະພາບການດໍາເນີນຊີວິດຂອງໜ່ວຍພັກ
  13. ການກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ

         ບັນດາສໍາມະນາກອນໄດ້ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນດ້ວຍຄວາມຮັບຜິດຊອບສູງ, ກໍາໄດ້ທິດສະດີ ແລະ ເນື້ອໃນສໍາຄັນຂອງບົດຮຽນທີ່ອາຈານແຕ່ລະວິຊາໄດ້ຖ່າຍທອດໃຫ້. ໃນພິທີສະຫຼຸບບັ້ນຝຶກອົບຮົມ: ທ່ານ ສຸພົນ ຈັນທະວີໄຊ ໄດ້ໂອ້ລົມ ເຊິ່ງທ່ານໄດ້ກ່າວວ່າ ໃນນາມຕາງໜ້າໃຫ້ແກ່ຄະນະພັກ (ລລທ) ແລະ ໃນນາມສ່ວນຕົວຂໍນໍາເອົາຄວາມຢື້ຢາມຖາມຂ່າວຜ່ານທ່ານຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ບັນດາທ່ານ ຄູ-ອາຈານ ແລະ ຄະນະຮັບຜິດ ຊອບທີ່ມາຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄປຍັງຄະນະພັກ, ຄະນະນໍາ ສມປຊ ​ຝາກຄວາມຮູ້ບຸນຄຸນ, ສາມັກຄີຮັກແພງ ແລະ ຄວາມເຊື່ອໝັ້ນອັນໜັກແໜ້ນ ໄປຍັງບັນດາທ່ານທີ່ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອຢ່າງຮອບດ້ານ, ເຮັດໃຫ້ບັ້ນຝຶກອົບຮົມໃນຄັ້ງນີ້ປະສົບຜົນສໍາເລັດຢ່າງຈົບງາມ ທ່ານຍັງໄດ້ກ່າວອີກວ່າໄປ​ຄຽງ​ຄູ່​ກັບ​ສະ​ພາບ​ແວດ​ລ້ອມ​ພາຍນອກ, ສະພາບແວດລ້ອມຂອງປະເທດເຮົາ ເກືອບທຸກແຂວງໃນຂອບເຂດທົ່ວປະເທດ ກໍ່ຍັງປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19, ອັນເປັນຜົນສະທ້ອນໃຫ້ແກ່ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ການພັດທະນາເສດຖະກິດໃນໄລຍະນີ້ ໂດຍສະເພາະສະພາບການເສດຖະກິດ-ການເງິນ​ ຂອງ​ປະ​ເທດ​ເຮົາ ຍັງສືບຕໍ່ຫຍຸ້ງຍາກ, ການຂາດດູນງົບປະມານຂອງລັດຍັງສູງ, ຄ່າ​ເງິນ​ກີບ​ອ່ອນ​ຕົວ, ຂາດ​ດຸນ​ການ​ຄ້າ,  ບັນຫາໜີ້ສິນກໍຍັງໜັກໜ່ວງ ເນື່ອງຈາກວ່າແຫຼ່ງລາຍຮັບຈາກພາຍໃນຍັງບອບບາງ, ເຊິ່ງບັນດາທ່ານກໍຈະໄດ້ຂໍ້ມູນຈາກ ຄູ-ອາຈານ ທີ່ມາຂຶ້ນຫ້ອງບັນຍາຍຢ່າງລະອຽດແລ້ວ. ນອກຈາກບັນຫາດັ່ງກ່າວແລ້ວ, ລາວເຮົາຍັງໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆ, ໂດຍ​ສະ​ເພາະ​ທີ່ເກີດຈາກການລະບາດຂອງພະຍາດໂຄວິດ 19 ກໍ່ໜ້າເປັນຫ່ວງພໍສົມຄວນ ເຊິ່ງ​ບັນ​ຫາ​ຕ່າງໆ​ນັ້ນ ໄດ້​ກາຍ​ເປັນ​ອຸ​ປະ​ສັກ​ໃຫ້​ແກ່​ການ​ດຳ​ເນີນ​ທຸ​ລະ​ກິດ, ການ​ພັດ​ທະ​ນາ​ປະ​ເທດ ທັງ​ເປັນ​ການ​ຈຳກັດ​ແຫຼ່ງ​ງົບ​ປະ​ມານ ເພື່ອ​ອັດ​ສີດ​ໃສ່​ການ​ກະ​ຕຸ້ນ​ການ​ແຂ່ງ​ຂັນ​ທາງ​ທຸ​ລະ​ກິດ ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ເພື່ອ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ຂອງ​ຊາດ.

ເຖິງຢ່າງໃດກໍຕາມ ໂດຍພື້ນຖານແລ້ວ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ ແຫ່ງ​ຊາດຄັ້ງ​ທີ 9 ນີ້, ລັດຖະບານໄດ້ມີວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຊິ່ງບັນດາທ່ານກໍໄດ້ຮັບຮູ້ຈາກແຫຼ່ງຂ່າວ ແລະ ສື່ຕ່າງໆ.  ເພື່ອປະກອບສ່ວນໃຫ້ແກ່ພາກລັດໃນການແກ້ໄຂບັນຫາດັ່ງກ່າວ, ພວກເຮົາມີຄວາມຈໍາເປັນດ້ານ​ແນວ​ຄິດ​ການ​ເມືອງ​​, ການຍົກລະດັບຄວາມຮູ້ດ້ານທິດສະດີການເມືອງ ແລະ ການປົກຄອງ ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງຂອງພັກ-ລັດ, ຂົງ​ເຂດ​​ລັດວິ​ສາ​ຫະ​ກິດ ໄດ້ຮັບຮູ້ເຊື່ອມຊຶມເຂົ້າໃຈແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເຮັດໃຫ້ການນຳຂອງ​ລັດ ແລະ ​ລັດ​ວິ​ສາ​ຫະ​ກິດ ມີພື້ນຖານທາງດ້ານແນວຄິດທິດສະດີ ເພື່ອໄປນຳພາ-ຊີ້ນໍາ, ຊຸກຍູ້ວຽກງານຂອງຂະແໜງການຕ່າງໆ ຢູ່ຂັ້ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນໃຫ້ມີຜົນສໍາເລັດຕາມຄາດໝາຍສູ້ຊົນຂອງພັກ ເພື່ອນໍາພາປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາເທື່ອລະກ້າວ. ເພື່ອເຮັດໃຫ້ບັ້ນຝຶກອົບຮົມໃນຊຸດທີ​ II ເກີດດອກອອກຜົນ.   

          ນອກນັ້ນ, ຄະນະປະທານຍັງໄດ້ຮຽກຮ້ອງມາຍັງຜູ້ສໍາເລັດການຝຶກອົບຮົມຊຸດນີ້ຈົ່ງນໍາເອົາບົດຮຽນທີ່ໄດ້ແລກປ່ຽນຢ່າງຫຼາກຫຼາຍຈາກບັນດາຄູ-ອາຈານທີ່ມີປະສົບການໄປຈັດຕັ້ງຜັນຂະຫຍາຍ ໃຫ້ແທດເໝາະກັບສະພາບການຕົວຈິງ ຂອງໜ້າທີ່ວຽກງານຂອງຕົນ, ສືບຕໍ່ເຊື່ອມຊຶມ ແລະ ຜັນຂະຫຍາຍແນວທາງນະໂຍບາຍ ແລະ ມະຕິຄໍາສັ່ງຕ່າງໆຢ່າງຕັ້ງໜ້າ.

ຂ່າວ/ພາບ: ນັກຂ່າວ ລາວໂທລະຄົມ
ບັນນາທິການ: ປທ ບຸນປັນ ສຸມຸນທອງ