ໃນຕອນເຊົ້າ ຂອງວັນທີ 10 ກັນຍາ 2021  ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ ໄດ້ພົບປະໂອ້ລົມນັກສາສຶກ ປະລິນຍາຕີ ຮຸ່ນທີ XXV ຫ້ອງ (ກໍ) ເຊິ່ງມີນັກສຶກສາເຂົ້າຮ່ວມທັງໝົດ 54 ສະຫາຍ.  ໃນນັ້ນ, ເພິ່ນໄດ້ນຳເອົາຄວາມເປັນຫ່ວງເປັນໃຍມາຍັງນັກສຶກສາ ແລະ ເພິ່ນກໍໄດ້ເນັ້ນໃຫ້ນັກສຶກສາ ເປັນເຈົ້າການນຳກັນ, ໃຫ້ມີສະຕິສູງ ຕໍ່ກັບການດຳລົງຊີວິດແບບ​ໃໝ່ ເປັນຕົ້ນແມ່ນ: ມີ​ສະ​ຕິອຸ່ນ​ອ່ຽນ​ທຸ່ນ​ທ່ຽງ, ບໍ່​ຢ້ານ ຫຼື​ ຕົກ​ໃຈ​ເກີນ​ໄປ-ບໍ່​ໃຫ້​ຖື​ເບົາ ຫຼື​ ປະ​ມາດ​ເກີນ​ໄປຕໍ່​ກັບ​ພະ​ຍາດ COVID 19, ການໄປ-ມາ, ເຂົ້າ-ອອກ ສະຖາບັນ, ໃຫ້ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ບໍ່ໃຫ້ມີການຊຸມແຊວ ແລະ ພ້ອມກັນຈັດຕັ້ງປະຕິບັດລະບຽບການຂອງຄະນະສະເພາະກິດສູນກາງ ກໍຄືລະບຽບຂອງຄະນະສະເພາະກິດ ສມປຊ ວາງອອກໃຫ້ເຂັ້ມງວດ.

ໃນຕອນທ້າຍເພິ່ນໄດ້ໃຫ້ທິດນຳເພື່ອສືບຕໍ່ຈັດຕັ້ງປະຕິບັດຄື: ດ້ານການເມືອງ-ແນວຄິດ, ວຽກພັກ, ວຽກອົງການຈັດຕັ້ງມະຫາຊົນ, ການຂຶ້ນຫ້ອງຮຽນ-ຫໍສະໝຸດ ແລະ ຂະບວນການອະນາໄມ ແມ່ນໃຫ້ເຮັດເປັນປົກກະຕິ.  

ຫຼັງ​ຈາກ​ສຳ​ເລັດ​ການ​ຮັບຟັງການໂອ້​ລົມ​ ຂອງທ່ານນາງ​ບຸນ​ມີຈຸນ​ລະ​ຈັກ​ ຄະ​ພັກ-ຄະ​ນະ​ນຳ ສມ​ປ​ຊ ແລ້ວຄະ​ນະ​ພັກ-ຄະ​ນະ​ຫ້ອງ ປ​ຕ XXV (ກໍ) ກໍ​ໄດ້​ສືບ​ຕໍ່ນຳເອົາ​ເອ​ກະ​ສານ​ກ່ຽວ​ກັບກົດ​ລະ​ບຽບ​ພັກ​ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ສະ​ໄໝ​ທີ XI ມາ​ເຜີຍ​ແຜ່​ເຊື່ອມ​ຊຶມ​ໃຫ້​ສະ​ມາ​ຊິກ​ພັກ​ພາຍ​ໃນ​ໜ່ວຍ​ໄດ້​ຮັບ​ຮູ້ ແລະນຳ​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ຖືກ​ຕ້ອງ​ຕາມ​ລະ​ບຽບຫຼັກ​ການ​ທີ່​ໄດ້​ກຳ​ນົດ​ໄວ້​ຢ່າງ​ເຂັ້ມ​ງວດ.

ເພື່ອ​ເຮັດ​ໃຫ້​ຂໍ້​ກຳ​ນົດ​ກົດ​ລະ​ບຽບ​ດັ່ງ​ກ່າວ​ມີ​ຄວາມ​ສັກ​ສິດ ແລະ​ເກີດດອກ​ອອກ​ຜົນ​ນັ້ນ​ແມ່ນ​ໜ້າ​ທີ່​ຂອງ​ສະ​ມາ​ຊິກ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ໝົດ​ທຸກ​ຄົນ​ ເປັນ​ຜູ້​ຈັດ​ຕັ້ງ​ປະ​ຕິ​ບັດ ແລະຕ້ອງ​ເປັນ​ແບບ​ຢ່າງ​ນຳ​ໜ້າທີ່​ດີ​​ໃນ​ທຸກ​ດ້ານ.

ພາບ: ສີພັນ ງອນວັນຄຳ
ຂ່າວ: ວຽງທອງ ໄຊຍະຄົມ, ກວດ​ແກ້ ນາງ ໄມ ​ວ່າງ
ບັນນາທິການ: ປທ ບຸນປັນ ສຸມຸນທອງ