ເພື່ອ​​​​​​ເຮັດ​ໃຫ້ການ​ຈັດ​ຕັ້ງ​ເຜີ​ຍ​ແຜ່ ແລະເຊື່ອມ​ຊຶມບັນດາ​ມະຕິ, ຄໍາ​ສັ່ງ ແລະ ນິຕິ​ກຳ​ຕ່າງໆ ຂອງ​ຂັ້ນ​ເທິງວາງ​ອອກ ​​​​ໃຫ້ໄດ້​ຮັບ​ການຈັດ​ຕັ້ງ​​​ເຊື່ອມ​ຊຶມຢ່າງ​ທົ່ວ​ເຖິງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ​ເວົ້າ​ລວມ, ເວົ້າ​ສະ​ເພາະກໍ່​ແມ່ນ​ຢູ່​ໃນ​ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກຄອງ​ແຫ່ງ​ຊາດ ​​ໃຫ້ໄດ້​ຮັບ​ການຈັດ​ຕັ້ງ​ເຜີຍ​ແຜ່ ແລະ​ເຊື່ອມ​ຊຶມໃຫ້​ບັນດາ​ສະມາຊິກ​ພັກ, ຄູ​-ອາຈານ ​ແລະ ນັກ​​ສຶກສາທຸກ​ຮຸ່ນ, ທຸກ​ລະບົບໃນທົ່ວ​ສະ​ຖາ​ບັນ ສມປຊ ຢ່າງ​ທົ່ວ​ເຖິງ ​ແລະໄດ້​ຮັບ​ຜົນ​ສໍາ​ເລັດ​ຕາມ​ລະດັບ​ຄາດໝາຍ.

          ດັ່ງ​ນັ້ນ, ໃນ​ຕອນບ່າຍຂອງວັນ​ທີ 10 ກັນຍາ 2021 ເວລາ 13:00 ​ໂມງ ຢູ່​ໃນຫ້ອງຮຽນອະນຸປະລິນຍາຮຸ່ນທີ XIX ​ໄດ້​​​​ຈັດ​ຕັ້ງ​ການ​ເຊື່ອມ​ຊຶມບັນດາ​ມະຕິ, ຄໍາ​ສັ່ງ ​ແລະນິຕິ​ກຳ​ຕ່າງໆຂອງ​ຂັ້ນ​ເທິງ ໃຫ້​ແກ່​ນັກ​ສຶກສາຢູ່​ພາຍ​ໃນ​ຫ້ອງ​ຮຽນອະນຸປະລິນຍາ ຮຸ່ນທີ XIX ໄດ້​ຮັບ​ຮູ້ ​ແລະ ເຂົ້າ​ໃຈ​ຢ່າງ​ທົ່ວ​ເຖິງ.

ພິທີ​ເຊື່ອມ​ຊຶມບັນດາ​ມະຕິ, ຄໍາ​ສັ່ງ ແລະນິຕິ​ກຳ​ຕ່າງໆ​ໃນ​ຄັ້ງ​ນີ້ ​ແມ່ນພາຍ​ໃຕ້​ການ​ເປັນ​ປະທານ​ ຂອງ ສະຫາຍ ນາງ ສອນ​ດາ​ວັນ ວົງ​ສັນຕິ ​​ເລຂາ​ຄະນະ​ພັກ, ຫົວໜ້າ​ຫ້ອງຮຽນອະນຸປະລິນຍາ ຮຸ່ນທີ XIX, ພ້ອມ​ດ້ວຍ​ຄະນະ​ພັກ, ຄະນະ​ຫ້ອງ ​ແລະ ນັກ​ສຶກສາ​ ທັງ​ໝົດຈໍ​ານວນ 55 ສະຫາຍ, ຍິງ 14 ສະຫາຍ.

​ເຊິ່ງບັນດາ​​ເອກະສານ ແລະນິຕິ​ກຳ​ຕ່າງໆ ທີ່​ໄດ້​ນໍາ​ມາຈັດ​ຕັ້ງ​ເຊື່ອມ​ຊຶມ ​ໃຫ້​ນັກ​ສຶກສາໃນ​ຄັ້ງ​ນີ້ມີຄື:

1. ແຈ້ງ​ການ ຂອງ​ຫົວໜ້າສະ​ຖາ​ບັນ ສມປຊ ສະບັບ​ເລກທີ 979/ສມປຊ-ຈຕງ, ລົງ​ວັນ​ທີ 03 ກັນຍາ 2021 ວ່າ​ດ້ວຍຈັດ​ຕັ້ງ​ກອງ​ປະຊຸມເຊື່ອມ​ຊຶມ ກົດ​ລະບຽບ​ຂອງ​ພັກ ​ແລະຄໍາ​ແນະ​ນໍາ​ກ່ຽວ​ກັບ​ ການຈັດ​ຕັ້ງ​ປະຕິບັດ​ກົດ​ລະບຽບ​ພັກປະຊາຊົນ​ປະຕິວັດ​ລາວ ສະ​ໄໝ​ທີ XI.

2.  ຄໍາ​ແນະ​ນໍາ​ຂອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ສະບັບ​ເລກທີ 102/ຄຈສພ, ລົງ​ວັນ​ທີ 24 ມິຖຸນາ 2021 ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ກົດ​ລະບຽບ ຂອງ​ພັກປະຊາຊົນ​ປະຕິວັດ​ລາວ ສະ​ໄໝ​ທີ XI.

3. ມະຕິ​ຕົກລົງ​ຂອງ​ຄະນະ​ບໍລິຫານ​ງານ​ສູນກາງ​ພັກ ສະບັບ​ເລກທີ 01/ຄບສພ, ລົງ​ວັນ​ທີ 29 ມີນາ 2021 ວ່າ​ດ້ວຍການ​ປະກາດ​ໃຊ້ກົດ​ລະບຽບຂອງ​ພັກປະຊາຊົນ​ປະຕິວັດ​ລາວ ສະ​ໄໝ​ທີ XI.

​ບັນດາ​​ເອກະສານ ​ແລະ ນິຕິ​ກຳ​ຕ່າງໆ ທີ່​ໄດ້​ນໍາ​ມາ​ເຊື່ອມ​ຊຶມໃນ​ຄັ້ງ​ນີ້ ​ແມ່ນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ກວ້າງ​ຂວາງ ຈາກ​ນັກ​ສຶກສາ, ນອກຈາກ​ນັ້ນ​ແລ້ວ ເພື່ອ​​ເຮັດ​ໃຫ້ມີ​ຄວາມ​ຮັບ​ຮູ້ ​ແລະ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງ​ຖອງ ກໍ່​ຍັງ​​ໄດ້ມີ​ການ​ປະກອບ​ຄໍາ​ຄິດ​ຄໍາ​ເຫັນຢ່າງ​ຟົດ​ຟື້ນ ແລະກົງ​ໄປ​ກົງ​ມາຈາກ​ຄະນະ​ພັກ, ຄະນະ​ຫ້ອງ ​ແລະບັນດານັກ​ສຶກສາ ຢູ່​​ໃນ​ຫ້ອງຮຽນອະນຸປະລິນຍາຮຸ່ນທີ XIX ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ.

ພິທີໄດ້​ເຊື່ອມ​ຊຶມ​ ແຈ້ງ​ການ, ຄໍາ​ແນະ​ນໍາ ​ແລະກົດ​ລະບຽບ ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະ​ໄໝ​ທີ XI ​ໃນ​ຄັ້ງ​ນີ້ ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​​ຟົດ​ຟື້ນ, ມີ​ຄວາມ​ໝາຍ ​ແລະ ຄວາມ​ສໍາຄັນ​ເປັນ​ຢ່າງ​ຍິ່ງ, ​​ເປັນ​ບາດກ້າວ​ໜຶ່ງ​​ເຊິ່ງ​ໄດ້ເຮັດ​ໃຫ້​ຄະນະ​ພັກ, ຄະນະ​ຫ້ອງ ​ແລະນັກ​ສຶກສາ​ ຫ້ອງ​ຮຽນອະນຸປະລິນຍາ ຮຸ່ນທີ XIX ​ມີ​ຄວາມຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຕໍ່​ກົດ​ລະບຽບ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະ​ໄໝ​ທີ XI ຢ່າງ​​ເລິກ​ເຊິ່ງ​ເຖິງຖອງ.

​ພິທີດັ່ງກ່າວໄດ້​ດຳ​ເນີນ​ມາຮອດ​ເວລາ 16:00 ​ໂມງ, ເປັນ​ເວລາ 1 ຕອນ  ແລະກໍ່​ໄດ້​ປິດ​ລົງ ດ້ວຍ​ໝາກຜົນ​ອັນຈົບງາມ ​ແລະ ສໍາ​ເລັດ​ຕາມ​ລະດັບ​ຄາດໝາຍ​ທີ່​ວາງ​ໄວ້.

ຂ່າວ/ພາບ: ​​​​​ເຈດ​ຕະນາ ພັນທະ​ລາ.
ບັນນາທິການ: ປທ ບຸນປັນ ສຸມຸນທອງ