ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ ແລະບັນດາ ປະທານສະຫະພັນແມ່ຍິງຮາກຖານ ໄດ້ພ້ອມກັນວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງແມ່ຍິງລາວຄົບຮອບ 66 ປີ (ວັນທີ 20 ເດືອນ ກໍລະກົດ 1955 – ວັນທີ 20 ເດືອນ ກໍລະກົດ 2021), ໂດຍແມ່ນການນໍາພາ ຂອງ ທ່ານ ປອ ນ. ລໍາພູນ ດວນສຸວັນ ປະທານສະຫະພັນແມ່ຍິງ ສມປຊ.

          ໃນພິທີວາງກະຕ່າດອກໄມ້ຄັ້ງນີ້ແມ່ນສະແດງເຖິງຄວາມຮູ້ບຸນຄຸນ, ອັນເປັນມູນເຊື້ອຊີວິດການເຄື່ອນໄຫວ ຂອງເອື້ອຍນ້ອງແມ່ຍິງລາວ ໃນສະໄໝຕໍ່ສູ້ປົດປ່ອຍປະເທດຊາດ ໂດຍຍົກໃຫ້ເຫັນນໍ້າໃຈຕໍ່ສູ້ ອັນພິລະອາດຫານ ຄຽງບ່າຄຽງໄຫຼ່ກັບເພດຊາຍ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອປະເທດຊາດ ແລະ ປະຊາຊົນ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ. ພາຍຫລັງທີ່ປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ ເອື້ອຍນ້ອງແມ່ຍິງ ກໍໄດ້ຕັ້ງໜ້າ ປະກອບສ່ວນຄວາມຮູ້, ຄວາມສາມາດ, ທັງສະຕິປັນຍາ ແລະ ເຫື່ອແຮງຂອງຕົນເຂົ້າໃນການປະຕິບັດ ສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມເຂັ້ມແຂງ, ມັ່ງຄັ່ງ ແລະມີຄວາມຮຸ່ງເຮືອງສີວິໄລເປັນກ້າວໆ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ