ໃນວັນທີ 16 ກໍລະກົດ 2020 ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຫະພັນແມ່ຍິງ ສມປຊ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮອບທີ II ເພື່ອສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII. ໃນນັ້ນມີ ທ່ານ ປອ ສາຍຄຳ ມູນມະນີວົງ ຄະນະບໍລິຫານງານພັກ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ຮອງຫົວໜ້າຄະນະປັດຊະຍາ ທັງເປັນປະທານກອງປະຊຸມ ແລະທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າ ສມປຊ, ມີຄະນະບໍລິຫານງານສະຫະພັນແມ່ຍິງ ສະຖາບັນ ແລະມີບັນດາ ທ່ານ ຫົວໜ້າຫ້ອງການ, ກົມ, ຄະນະຕ່າງໆ ແລະສູນຕ່າງໆກໍໄດ້ເປັນກຽດເຂົ້າຮ່ວມຢ່າງພ້ອມພຽງ.

          ທ່ານ ນ. ພອນ​ໄຊ ລາດ​ຊະ​ວົງ ຄະນະ​ບໍລິຫານ​ງານ​ສູນກາງສະຫະພັນ​ແມ່ຍິງ​ລາວ, ຮອງ​ຫົວໜ້າ​ກົມ​ຈັດ​ຕັ້ງ ຂຶ້ນຜ່ານມາດຖານ, ເງື່ອນໄຂຜູ້ລົງສະໝັກເລືອກຕັ້ງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIIIໃນ​ໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຮູ້ ແລະເຂົ້າໃຈຕໍ່ກັບມາດຖານເງື່ອນໄຂຢ່າງຄົບຖ້ວນ ຕໍ່ກັບບຸກຄະລາກອນທີີ່ຈະສະໝັກເຂົ້າ ໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ເພື່ອ​ເປັນ​ຕົວ​ແທນ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳຂອງ​ແມ່ຍິງ​ ແລະ​ເດັກນ້ອຍ, ​ເປັນ​ຕົວ​ແທນ​​ໃຫ້​ແກ່ ສປປລາວ​ໃນ​ການ​ຊຸກຍູ້​ຕິດຕາມການຈັດ​ຕັ້ງ​ປະຕິບັດບັນ​ດາ​ ສົນທິສັນຍາກ່ຽວ​ກັບ​ແມ່ຍິງ ​ແລະ​ເດັກນ້ອຍທີ່​ປະ​ເທດ​​ເຮົາເຂົ້າ​ຮ່ວມ​ເປັນ​ພາຄີກໍໄດ້​ມີແຜນ​ພັດທະ ນາ​ແມ່ຍິງ​ລາວ, ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ​ເພື່ອ​ການສົ່ງ​ເສີມຄວາມ​ກ້າວ​ໜ້າ​ ແລະພັດທະນາ​ແມ່​ແລະເດັກ.

          ໃນໂອກາດດັ່ງກ່າວ, ທ່ານ ປອ ສາຍຄຳ ມູນມະນີວົງ ໄດ້ໃຫ້ທິດ ແລະ ໃຫ້ການໂອ້ລົມຕໍ່ກອງປະຊຸມທາບທາມບຸກຄະລາກອນ ຮອບທີ II ເພື່ອຄັດເລືອກເປົ້າໝາຍສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ແລະທ່ານກໍຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍເອື້ອຍແມ່ຍິງພວກເຮົາ ໃຫ້ຍົກສູງຄວາມເປັນເຈົ້າການ ໂດຍອີງໃສ່ມາດຖານການຄັດເອົາເອື້ອຍນ້ອງແມ່ຍິງ ​ໃນ​ແຕ່ລະ​ໄລຍະ, ມີ​ຍຸດ​ທະ​ສາດ 2025, ມີ​ວິ​ໄສ​ທັດ 2030 ທີ່​ໄດ້​ຮັບຮອງ​ຈາກ​ລັດຖະບານຜ່ານ​ສະພາ​ແຫ່ງ​ຊາດ​ ແລະໃຫ້​ທຸກ​ພາກສ່ວນໃນ​ທຸກ​ຂົງ​ເຂດ​ວຽກງານໄດ້​ເອົາ​ໃຈ​ໃສ່​​ໃນ​ວຽກ​ງານຄວາມ​ສະ​ເໝີ​ພາບຍິງ-ຊາຍ, ສົ່ງ​ເສີມ​ຄວາມ​ກ້າວໜ້າ​ຂອງ​ແມ່​ຍິງ​, ພັດທະນາ​​ແມ່ ແລະເດັກຕະຫຼອດ​ມາພາຍ​ໃຕ້​ກົດໝາຍ, ນິຕິ​ກຳພົວພັນ​ເຖິງ​ແມ່ຍິງ ແລະເດັກນ້ອຍ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ