ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໃນລະຫວ່າງວັນທີ 7 ມິຖຸນາ-13 ກໍລະກົດ ຜ່ານມາໄດ້ຮັບການອຸປະຖຳທາງດ້ານ ວັດຖຸອຸປະກອນເຊັ່ນ: ກະຕິກນ້ຳຮ້ອນຈໍານວນ 3 ໜ່ວຍ, ເຄື່ອງດູດຝຸ່ນ1ຊຸດ ແລະປື້ມເອກະສານຕ່າງໆ ເພື່ອອຳນວຍ ຄວາມສະດວກໃນການປະຕິບັດໜ້າທີ່ວຽກງານພາຍໃນສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ແລະ ສະ ໜອງຂໍ້ມູນໃນການຄົ້ນຄວ້າຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາ ທີ່ຢູ່ພາຍໃນ ສມປຊ ແລະນອກ ສມປຊ. ຊຶ່ງມີລາຍຊື່ຜູ້ທີ່ໄດ້ຮັບໃບຊົມເຊີຍຈາກການສະໜັບສະໜູນດັ່ງນີ້:

  1. ມອບໃບຊົມເຊີຍໃຫ້ ທ່ານໂພທິຍາ ວົງຈອນສີ ຮອງຫົວໜ້າພະແນກພະລັງງານ ແລະບໍ່ແຮ່ ແຂວງສາລະ ວັນ, ນັກສຶກລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XXVIII ສົກປີ 2021 ປະກອບມີ: ເຄື່ອງດູດຝຸ່ນ 1ຊຸດ ແລະກະຕິນ້ຳຮ້ອນ ຈຳນວນ 3 ໜ່ວຍ ລວມມູນຄ່າ 2.340.000 ກີບ.
  2. ມອບໃບຊົມເຊີຍໃຫ້ສະມະຄົມສຶກສາ ແຂວງຫຼວງນໍ້າທາທີ່ປະກອບສ່ວນປື້ມເອກະສານ ກອງປະຊຸມ ໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງນໍ້າທາຄັ້ງທີ VII ຈໍານວນ 8 ຫົວ. ລວມມູນຄ່າ?
  3. ມອບໃບຊົມເຊີຍໃຫ້ ທ່ານ ຄໍາປະສົງ ເທບປັນຍາ ນັກສຶກລະບົບຊັ້ນສູງເລັ່ງລັດ 5 ເດືອນຮຸ່ນທີ XXVIII ທີ່ສະໜັບສະໜູນປື້ມ 5 ລາຍການຄື:
    – ປື້ມບົດລາຍງານການຄິດໄລ່ມູນຄ່າສິ່ງຈູງໃຈເພື່ອດຶງດູດ ແລະຮັກສາພະນັກງານສາທາລະນະສຸກໃຫ້ເຮັດ ວຽກຢູ່ເຂດຊົນນະບົດ ສປປ ລາວ ຈໍານວນ 5 ຫົວ.
    – ປື້ມສິ່ງທ້າທາຍ ແລະການແກ້ໄຂບັນຫາກ່ຽວກັບການພັດທະນາຄູ-ອາຈານ ຂອງສະຖາບັນການສຶກສາ ສາທະລະນະສຸກ ຢູ່ໃນ ສປປ ລາວ ຈໍານວນ 5 ຫົວ.
    – ປື້ມຍຸດທະສາດພັດທະນາ ຄູ-ອາຈານ ຂອງສະຖານການສຶກສາຈໍານວນ 5 ຫົວ.
    – ປື້ມຍຸດທະສາດພັດທະນາພະນັກງານສາທາລະນະສຸກຮອດປີ 2020 ຈໍານວນ 10 ຫົວ.
    – ປື້ມບົດລາຍງານປະຈໍາປີກ່ຽວກັບການແຈກຢາຍພະນັກງານ-ລັດຖະກອນສາທາລະນະສຸກປີ 2018 ຈໍານວນ 5 ຫົວ. ຈໍານວນ 25 ຫົວ, ລວມມູນຄ່າ 750.000 (ເຈັດແສນຫ້າສິບພັນກີບ)
  4. ມອບໃບຊົມເຊີຍໃຫ້ ທ່ານອໍລະຫັນ ບຸນຍະພາລິນ ນັກສຶກສາຊັ້ນສູງລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXVIII ທີ່ໄດ້ປະກອບສ່ວນປື້ມດໍາລັດວ່າດ້ວຍຜົນກະທົບຕໍ່ສິ່ງແວດລ້ອມຈໍານວນ 100 ຫົວ, ລວມ ມູນຄ່າທັງໝົດ 1.500.000 ກີບ (ໜຶ່ງລ້ານຫ້າແສນກີບ).

ທ່ານ ປທ ທະວີພອນ ສຸດທິວົງນໍລາດ ຮອງຫົວໜ້າສູນຂໍ້ມູນຂ່າວສານ ການເມືອງ ແລະການ ປົກຄອງ ພ້ອມດ້ວຍຄະນະສູນໄດ້ເປັນກຽດຂື້ນກ່າວຮັບການອຸປະຖໍາ ແລະທ່ານ ໄດ້ສະແດງຄວາມ ຂອບໃຈຕໍ່ກັບພາກສ່ວນຕ່າງໆທີ່ໃຫ້ການອຸປະຖຳ. ສິ່ງດັ່ງກ່າວສະແດງເຖິງຄວາມເປັນຫ່ວງເປັນໄຍ, ຄວາມເສຍສະຫຼະ, ຄວາມມີນ້ຳໃຈຕໍ່ກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະເຄື່ອງອຸປະຖຳຈຳນວນດັ່ງກ່າວແມ່ນ ຈະໄດ້ນຳໄປໃຊ້ເຂົ້າໃຫ້ການບຳລຸງຮັກສາອຸປະກອນ ແລະນຳໄປໃຊ້ເຂົ້າໃນການຄົ້ນຄວ້າສຶກສາ ຮ່ຳຮຽນໃຫ້ເກີດປະໂຫຍດສູງທີ່ສຸດ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ