ໃນຕອນເຊົ້າຂອງວັນທີ 8 ມິຖຸນາ 2021 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດພິທີປະກາດການຈັດຕັ້ງຂັ້ນກົມ ຫຼື ທຽບເທົ່າກົມ, ພາຍໃຕ້ການເປັນປະທານຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ພ້ອມດ້ວຍຄະນະ ແລະຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ ແລະ ສູນຕ່າງໆ ເຂົ້າຮ່ວມຮັບເປັນສັກຂີພະຍານ.

          ໂດຍພິທີດັ່ງກ່າວ ທ່ານ ປທ ນ. ໃບຊ່ຽນ ມູນຕີວົງ ຄະນະປະຈຳພັກ ສມປຊ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານ 3 ເອກະສານ ກ່ຽວກັບການແຕ່ງຕັ້ງຄື: 1). ມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກເລກທີ 118/ຄລສພ, ລົງວັນທີ 28/5/2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ປອ ຄຳມອນ ຈັນທະຈິດ ເປັນຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, 2). ມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກເລກທີ 119/ຄລສພ, ລົງວັນທີ 28/5/2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ປອ ຄຳໃບ ມາລາສິງ ເປັນຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ ແລະ3). ຂໍ້ຕົກລົງຂອງຫົວໜ້າ ສມປຊ ເລກທີ 568/ສມປຊ, ວັນທີ 26/5/2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ປທ ທະວີພອນ ສຸດທິວົງນໍລາດ ຫົວໜ້າພະແນກຄົ້ນຄວ້າວິໄຈຂ່າວ ຂຶ້ນເປັນຮອງຫົວໜ້າສູນຂໍ້ມູນຂ່າວສານ ການເມືອງ ແລະ ການປົກຄອງ

          ໃນໂອກາດດັ່ງກ່າວທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາທີ່ມີຄວາມໝາຍຄວາມສໍາຄັນຕໍ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ໃຫ້ຖືກຕ້ອງ ແລະ ສອດຄ່ອງ ກັບສະພາບເງື່ອນໄຂຕົວຈິງຂອງ ສມປຊ ໃຫ້ມີການພັດທະນາດີຂຶ້ນເທື່ອລະກ້າວ, ພ້ອມທັງຮຽກຮ້ອງມາຍັງບັນດາທ່ານທີ່ຖືກແຕ່ງຕັ້ງຈົ່ງມີຄວາມເຊື່ອໝັ້ນຕໍ່ການນໍາພາ, ມີຄວາມອຸ່ນອ່ຽງທຸ່ນທ່ຽງ ພ້ອມກັນບຸກບືນສຸມທຸກກຳລັງເຂົ້າໃນວຽກງານຂອງຕົນ ຮັບຜິດຊອບໃຫ້ມີປະສິດທິຜົນ ແລະ ຍົກສູງພາລະບົດບາດການຊີ້ນຳ-ນຳພາພາຍໃນກົມກອງຕົນເອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ກວ້າງຂວາງ, ໂດຍສະເພາະການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານໃຫ້ມີປະສິດທິຜົນສູງ, ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ເຂັ້ມແຂງ, ມີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນການນຳພາເຮັດວຽກລວມສູນປະຊາທິປະໄຕ ເປັນໝູ່ຄະນະ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ