ເພື່ອປະກອບສ່ວນ ຊຸກຍູ້-ຊ່ວຍເຫຼືອ ເຂົ້າໃນວຽກງານສະກັດກັ້ນ ຕ້ານພະຍາດ COVID-19, ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ອຸປະຖຳ ນ້ຳດື່ມ ຈຳນວນ 20 ແພັກ ຄິດເປັນມູນຄ່າ 500.000 ກີບ ມອບໃຫ້ບັນດາ ສະມາຊິກຊາວໜຸ່ມ ສມປຊ ທີ່ປະຈຳປ້ອມຍາມວັດແທກອຸນຫະພູມ ໃນວັນທີ 12 ພຶດສະພາ ທີ່ຜ່ານມາ, ຊຶ່ງໃຫ້ກຽດຕາງໜ້າມອບການຊ່ວຍເຫຼືອໃນຄັ້ງນີ້ ໂດຍ ທ່ານ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະພັກ, ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ ພ້ອມດ້ວຍຄະນະ ແລະເປັນກຽດກ່າວຮັບຂອງ ທ່ານ ປທ ຄົມວິກິດ ສິມມະລິວົງ ຄະນະສະເພາະກິດຕ້ານ ໂຄວິດ-19, ຮອງຫົວໜ້າຫ້ອງການ.     

ໂອກາດນີ້, ທ່ານ ປທ ຄົມວິກິດ ສິມມະລິວົງ ກໍ່ໄດ້ສະແດງຄວາມຂອບໃຈ ແລະຊົມເຊີຍມາຍັງຄະນະບໍລິຫານງານຊາວໜຸ່ມ ສມປຊ ທີ່ໄດ້ໃຫ້ການສະໜັບສະໜູນ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນພະຍາດໂຄວິດ-19 ແລະຈະນຳເອົາການປະກອບສ່ວນໃນຄັ້ງນີ້ໄປແຈກຢາຍໃຫ້ບັນດາສະມາຊິກຂອງໜ່ວຍງານວັດແທກອຸນຫະພູມໃຫ້ຖືກຕາມຈຸດປະສົງ ແລະຄາດໝາຍຂອງການປະກອບສ່ວນ.

ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ພູມີ ສີປະເສີດ