ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດຕັ້ງກອງປະຊຸມການຈັດຕັ້ງປະຕິບັດວຽກງານການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໃນໄລຍະຜ່ານມາ ແລະ ປຶກສາຫາລືວາງທິດທາງແຜນການຄົ້ນຄວ້າໃນປີ 2021 ຂຶ້ນ ໃນຕອນເຊົ້າຂອງວັນທີ  9 ເມສາ ນີ້ ທີ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານ, ໂດຍການເປັນປະທານຂອງທ່ານ ປອ ຄໍາພັນ ພົມມະທັດ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນ ຄວ້າແນວຄິດໄກສອນ ພົມວິຫານ, ພ້ອມດ້ວຍບັນດາທ່ານໃນຄະນະຜູ້ຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ແຕ່ລະຂົງເຂດ ກໍເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດກວ່າ 90 ຄົນ.

ເຊິ່ງຈຸດປະສົງໃນການຈັດຕັ້ງກອງປະຊຸມຄັ້ງນີ້, ແມ່ນເພື່ອຕີລາຄາຄືນສະພາບການຈັດຕັ້ງປະຕິບັດວຽກງານ ແລະ ຜົນສຳເລັດຂອງການຄົ້ນຄວ້າໃນໄລຍະຜ່ານມາ. ພ້ອມທັງປຶກສາຫາລືວາງທິດທາງແຜນການຄົ້ນຄວ້າກ່ຽວກັບແນວຄິດໄກສອນ ພົມວິຫານ ໂດຍວາງຄາດໝາຍ ເລີ່ມແຕ່ປີ 2022-2024 ເຊິ່ງຈະສຸມໃສ່ການປະກອບຄຳເຫັນຕໍ່ກັບບົດວິພາກຂອງສູນຄົ້ນຄວ້າ ໃນໄລຍະ ປິ 2020-2023 ພ້ອມທັງ ຄົ້ນຄວ້າລົງເລິກໃນ 3 ຂົງເຂດວຽກງານໃຫຍ່ ປະກອບດ້ວຍ:

+ ການຄົ້ນຄວ້າ, ຮິບໂຮມເອກະສານ, ຂໍ້ມູນຕ່າງໆ ເພື່ອສ້າງເປັນ ນິພົນຄົບຊຸດ ໄກສອນ ພົມວິຫານ, ເຊິ່ງໄດ້ວາງຄາດໝາຍໃຫ້ສໍາເລັດ ຈໍານວນ 9 ເຫຼັ້ມ, ແຕ່ລະເຫຼັ້ມແມ່ນຈະໄດ້ແຍກອອກເປັນແຕ່ລະປີ, ແຕ່ລະໄລຍະການ ເຄື່ອນໄຫວ ຂອງປະທານ ໄກສອນ ພົມວິຫານ.

+ ຄົ້ນຄວ້າຫົວຂໍ້ສະເພາະ ໂດຍສຸມໃສ່ຄົ້ນຄວ້າ ກ່ຽວກັບຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ວາງຄາດໝາຍໃຫ້ສໍາເລັດ 2 ຫົວຂໍ້ໃຫຍ, ເຊິ່ງປະກອບດ້ວຍ:

ຫົວຂໍ້: ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນພົມວິຫານ ແຕ່ປີ 1955-1975.

ຫົວຂໍ້: ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນພົມວິຫານ ແຕ່ປີ 1975-1992.

3). ຄົ້ນຄວ້າຫົວຂໍ້ລົງເລິກ ໂດຍສຸມໃສ່ຄົ້ນຄວ້າ 3 ຫົວຂໍ້ໃຫຍ່ລະດັບຊາດ ເຊິ່ງປະກອບດ້ວຍ:

 ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບການປະຕິວັດຊາດ ປະຊາທິປະໄຕ ຢູ່ປະເທດເຮົາ.

 ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ.

 ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກັບການສົມທົບ ລະຫວ່າງ ກໍາລັງແຮງຂອງຊາດ ກັບກໍາລັງແຮງຂອງຍຸກສະໄໝ.

ນອກຈາກບັນດາຫົວຂໍ້ທີ່ກ່າວມາຂ້າງເທິງນັ້ນແລ້ວ ຈະໄດ້ລົງເລິກຄົ້ນຄວ້າໃນແຕ່ລະຂົງເຂດວຽກງານ ໂດຍສົມທົບການຄົ້ນຄວ້າຮ່ວມກັບຄະນະຮັບຜິດຊອບ ຢູ່ບັນດາກະຊວງ, ອົງການຕ່າງໆ, ເຊິ່ງວາງຄາດໝາຍໃຫ້ສໍາເລັດຢ່າງໜ້ອຍ 7 ຂົງເຂດວຽກງານ.

ກ່າວເປີດກອງປະຊຸມສະຫາຍ ປອ ຄໍາພັນ ພົມມະທັດ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບທີ່ໄດ້ກະກຽມຈັດຕັ້ງກອງປະຊຸມສະຫຼຸບ ແລະຕີລາຄາສູງຕໍ່ກັບສະພາບການຈັດຕັ້ງແຜນການຄົ້ນຄວ້າວິທະຍາສາດໃນໄລຍະຜ່ານມາ, ເຊິ່ງເພິ່ນໄດ້ເຈາະຈີ້ມໃນກອງປະຊຸມບາງບັນຫາຄື:

ໜຶ່ງ, ມອບໃຫ້ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໃນຖານະເປັນກອງເລຂາ ຂອງຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ປັບປຸງຄືນເນື້ອໃນເອກະສານ ຕາມເນື້ອໃນການປະກອບຄຳເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະສ້າງເປັນແຜນການລະອຽດໃນການຈັດຕັ້ງເຄື່ອນໄຫວຕົວຈິງ.

ສອງ, ສະເໜີໃຫ້ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຂອງບັນດາກະຊວງ, ອົງ ການ ໃຫ້ຍົກສູງຄວາມຮັບຜິດຊອບ ໃນການຄົ້ນຄວ້າຫົວຂໍ້ຈຳນວນໜຶ່ງ ເປັນຕົ້ນແມ່ນຂົງເຂດການສຶກສາ, ຂົງເຂດສາທາ, ຂົງເຂດແຮງງານ, ຂົງເຂດວຽກງານຖະແຫຼງຂ່າວ,… ໂດຍສົມທົບກັບຄະນະຮັບຜິດຊອບການຄົ້ນ ຄວ້າແນວຄິດໄກສອນ ພົມວິຫານ ເພື່ອຂຶ້ນແຜນຄົ້ນຄວ້າ, ກຳນົດຫົວຂໍ້ຍ່ອຍຄົ້ນຄວ້າແຕ່ຫົວທີ ເພື່ອເຮັດໃຫ້ການຄົ້ນຄວ້າສຳເລັດຜົນຕາມແຜນການ. ການກຳນົດຫົວຂໍ້ຄົ້ນຄວ້າຄວນກຳນົດເປັນຫົວຂໍ້ລະອຽດ, ຫຼີກເວັ້ນຫົວຂໍ້ທີ່ມີລັກສະນະລວມໆ.

ສາມ, ສຳລັບການຄົ້ນຄວ້າຫົວຂໍ້ປະຈຳປີ 2021 ນັ້ນ, ໃຫ້ມີການກະກຽມຢ່າງເລິກເຊິ່ງ, ໃນນັ້ນ ໃຫ້ພາກສ່ວນທີ່ໄດ້ຮັບການມອບໝາຍໃຫ້ຖືວ່າ ແມ່ນໜ້າທີ່ການເມືອງອັນໜຶ່ງ ທີ່ພັກມອບໝາຍໃຫ້. ການດຳ ເນີນການຄົ້ນຄວ້າ, ຂໍ້ມູນໃນການຄົ້ນຄວ້າ ແລະການຈັດຕັ້ງກອງປະຊຸມສຳມະນາ ຄວນກຳນົດໄລຍະເວລາ ໃຫ້ລະອຽດຈະແຈ້ງ. ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໃນຖານະເປັນເສນາທິການໃນການອຳນວຍຄວາມສະດວກໃຫ້ແກ່ການຄົ້ນຄວ້າ, ລວມທັງວິທີວິທະຍາໃນການຄົ້ນຄວ້າ, ກ່ອນຈະນຳບົດຄົ້ນຄວ້າເຂົ້າສະເໜີຢູ່ໃນກອງປະຊຸມສຳມະນາວິທະຍາສາດລະດັບຊາດ.

ສີ່, ການຈັດພິມປຶ້ມແນວຄິດໄກສອນ ພົມວິຫານ ກ່ຽວກັບແຕ່ລະຂົງເຂດ ທີ່ສຳເລັດການສຳມະນາລະດັບຊາດ ຄວນມີການປັບປຸງຄືນທາງດ້ານເນື້ອໃນ ແລະຮູບການໃຫ້ລະອຽດ ແລະສະເໜີຕໍ່ສະພາທິດສະດີຮັບຮອງ ຕາມລະບຽບຫຼັກການ ແລະ ການກະກຽມຈັດພິມນິພົນຄົບຊຸດ ແມ່ນໃຫ້ບັນດາສະຫາຍປະຕິບັດໄປພ້ອມໆກັນ ເປັນຕົ້ນ ແມ່ນການເກັບກຳຂໍ້ມູນ, ການຕີພິມ, ບັນດາທີການ ຕ້ອງໃຫ້ສຳເລັດຕາມແຜນການ ຈຶ່ງຈະສາມາດຮັບປະກັນ ໄດ້ຕາມກຳນົດເວລາ.

ຫ້າ, ຕໍ່ກັບແຜນງົບປະມານຂອງການຄົ້ນຄວ້າ ແມ່ນໃຫ້ສືບຕໍ່ຄົ້ນຄວ້າປັບປຸງບົດວິພາກການຄົ້ນຄວ້າ ສະເໜີຕໍ່ກະຊວງການເງິນ ເພື່ອສ້າງເປັນໂຄງການຄົ້ນຄວ້າສະເພາະ, ໃນນີ້ ຄວນເອົາໃຈໃສ່ໃນການຂຶ້ນແຜນ ແລະການນຳໃຊ້ງົບປະມານໃນການຄົ້ນຄວ້າ ຄວນໃຫ້ເໝາະສົມກັບລະດັບ ຂອງການຄົ້ນຄວ້າຕາມລະບຽບຫຼັກການ ຂອງການເງິນ.

ໃນພິທີ, ສະຫາຍ ປອ ດາວສະຫວັນ ເຄືອມີໄຊ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ຫົວໜ້າກອງເລຂາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິ ບັດວຽກງານຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະຜົນສຳເລັດ ໄລຍະທີ 1 (2019-2020) ຂອງຄະນະຮັບ ຜິດຊອບການຄົ້ນຄວ້າ ແນວຄິດໄກສອນ ພົມວິຫານ, ດັ່ງນີ້:

– ໄດ້ຄົ້ນຄວ້າບົດວິທະຍາສາດ ໃນຫົວຂໍ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ຢູ່ປະເທດເຮົາ, ໃນນັ້ນໄດ້ແບ່ງອອກເປັນຫົວຂໍ້ລົງເລິກຄົ້ນຄວ້າໃນ 6 ຂົງເຂດວຽກງານ, ມາຮອດປັດຈຸບັນ ແມ່ນສໍາເລັດການຄົ້ນຄວ້າ, ຂຽນເນື້ອໃນໂດຍພື້ນຖານ ແລະໄດ້ຈັດສໍາມະນາວິທະສາດສໍາເລັດແລ້ວທຸກຂົງເຂດ ແລະກໍາລັງສຸມໃສ່ໃນການປັບປຸງ ເພື່ອຮັບຮອງຄຸນນະພາບ ແລະຈັດພິມເປັນຜະລິດຕະພັນ ຂອງການຄົ້ນຄວ້າ, ສຳລັບຫົວຂໍ້: “ຄຸນສົມບັດ, ສິນທໍາປະຕິວັດ ອັນສູງສົ່ງ ຂອງປະທານ ໄກສອນ ພົມວິຫານ”, ສໍາລັບຫົວຂໍ້ນີ້ແມ່ນໄດ້ແບ່ງອອກເປັນ 7 ຫົວຂໍ້ຍ່ອຍ, ລົງເລິກຄົ້ນຄວ້າ ກ່ຽວກັບຄຸນສົມບັດ ຂອງປະທານໄກສອນ ພົມວິຫານ, ເຊິ່ງປັດຈຸບັນໄດ້ຈັດສໍາມະນາວິທະສາດສໍາເລັດແລ້ວ ແລະ ກະກຽມຈັດພິມເປັນຜະລິດຕະພັນ. ນອກຈາກນີ້ຍັງໄດ້ສ້າງແຜນຈັດພິມນິພົນຄົບຊຸດໄກສອນ ພົມວິຫານ ຈຳນວນ 13 ເຫຼັ້ມ ເຊິ່ງໃນ 3 ປີທຳອິດແມ່ນຄາດຄະເນຈະໃຫ້ສຳເລັດ ຢູ່ 3 ເຫຼັ້ມ.

ສອງ, ສາມາດເກັບກຳເອກະສານທີ່ເປັນບົດຂຽນ, ບົດໂອ້ລົມ, ບົດປາໄສ ຂອງປະທານໄກສອນ ພົມວິຫານ ໄດ້ຈຳນວນ 500 ກວ່າລາຍການ, ລວມມີ 14,096 ໜ້າ, ເກັບກຳປຶ້ມຂຽນທີ່ພົວພັນເຖິງປະທານໄກສອນ ພົມວິຫານ ໄດ້ຈຳນວນໜຶ່ງ ທີ່ໄດ້ຮັບຈາກການລົງເກັບກຳຂໍ້ມູນທັງພາຍໃນ ແລະ ຕ່າງແຂວງ.

 ພ້ອມກັນນັ້ນ, ຜ່ານທິດທາງແຜນການໃນ 6 ເດືອນ ຕໍ່ໜ້າຄະນະຮັບຜິດຊອບຈະສຸມໃສ່ບາງບັນຫາດັ່ງນີ້:

– ກະກຽມຈັດສໍາມະນາວິທະຍາສາດລະດັບຊາດຈໍານວນ 6 ຫົວຂໍ້ທີ່ຖືກຮັບຮອງ ເພື່ອປະກອບສ່ວນສະ ເຫຼີມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 46 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 101 ປີ.

– ຄົ້ນຄວ້າແບ່ງຄວາມຮັບຜິດຊອບໃນການຄົ້ນຄວ້າຫົວຂໍ້ລົງເລິກ ແລະຫົວຂໍ້: “ຊີວິດ ແລະພາລະກິດປະຕິ ວັດ ຂອງປະທານໄກສອນ ພົມວິຫານ”.

– ສືບຕໍ່ລົງເລິກເກັບກໍາຂໍ້ມູນ, ເອກະສານທີ່ພົວພັນກັບປະທານໄກສອນ ພົມວິຫານ ຢູ່ບັນດາກະຊວງ, ອົງການ ແລະທ້ອງຖິ່ນ ພ້ອມທັງກະກຽມຈັດພິມສະບັບຮ່າງນິພົນຄົບຊຸດ.

   – ກຽມພິມຈໍາໜ່າຍຜະລິດຕະພັນຈໍານວນໜຶ່ງ ເພື່ອສະເຫຼີມສະຫຼອງວັນເກີດປະທານໄກສອນ ພົມວິຫານ ຄົບ ຮອບ 101 ປີ.

   ຕໍ່ກັບບົດວິພາກ, ກອງປະຊຸມໄດ້ຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງບົດວິພາກການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຮອດປີ 2030. ເຊິ່ງເນື້ອໃນໄດ້ສ່ອງແສງໃຫ້ເຫັນເຖິງຄວາມຈຳເປັນ ທີ່ຕ້ອງດຳເນີນການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ທັງນີ້ກໍເພື່ອເປັນການຜັນຂະຫຍາຍກ່ຽວກັບພາລະກິດ ແລະ ແນວຄິດຂອງປະທານໄກສອນ ພົມວິຫານ ໃຫ້ແກ່ທົ່ວທຸກພາກສ່ວນໄດ້ຮັບຮູ້ ແລະ ຖອດຖອນມາເປັນບົດຮຽນໄດ້; ພ້ອມທັງໄດ້ກຳນົດບັນຫາໜ້າວຽກທີ່ຕ້ອງດຳເນີນໃນໄລຍະເວລາແຕ່ນີ້ຮອດປີ 2030, ໂດຍແບ່ງອອກເປັນ 2 ໄລຍະ, ໄລຍະແຕ່ນີ້ຮອດປີ 2025 ແລະ ແຕ່ປີ 2026 ຮອດປີ 2030 ສ່ວນມູນຄ່າຂອງໂຄງການແມ່ນຈະສືບຕໍ່ຄົ້ນຄວ້າຕາມຄວາມເປັນຈິງຂອງການເຄື່ອນໄຫວ.

   ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເປັນເວລາເຄິ່ງມື້ ແລະ ອັດລົງດ້ວຍຜົນສໍາເລັດອັນຈົບງາມໃນເວລາ 12 ໂມງ 00 ຂອງວັນດັ່ງກ່າວ.

ຂ່າວ: ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ
ຮູບພາບ: ນ. ທິດດາວອນ ດວງປະເສີດ