ໃນວັນທີ 8 ເມສາ ຢູ່ທີ່ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ມີພິທີຮັບຟັງປາຖະກະຖາ ໃນຫົວຂໍ້: ປະຫວັດການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ ແລະການພົວພັນຮ່ວມມືລະຫວ່າງສອງພັກ-ສອງລັດ ລາວ-ຈີນ, ຊຶ່ງໃຫ້ກຽດບັນລະຍາຍໂດຍ ທ່ານ​ ຈຽງ ຈ້າຍ ດົ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ, ເປັນກຽດຕ້ອນຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະ ແລະນັກສຶກສາເຂົ້າຮ່ວມ 100 ກວ່າທ່ານ.

          ໃນລະຫວ່າງການດຳເນີນຮັບຟັງປາຖະກະຖາ ທ່ານ​ ຈຽງ ຈ້າຍ ດົ່ງ ໄດ້ກ່າວວ່າ: ປີນີ້ເປັນປີຄົບຮອບ 100 ປີຂອງການສ້າງຕັ້ງພັກກອມມູນິດຈີນ, ໃນ 100 ປີທີ່ຜ່ານມາ ພັກກອມມູນິດຈີນໄດ້ຂະຫຍາຍຕົວຈາກ 50 ກວ່າຄົນໃນເບື້ອງຕົ້ນ ມາເປັນພັກກໍາອໍານາດລັດທິມາກທີ່ໃຫຍ່ທີ່ສຸດໃນໂລກ ເຊິ່ງມີສະມາຊິກພັກຫຼາຍກວ່າ 91 ລ້ານຄົນ, ພັກກອມມູນິດຈີນໄດ້ນໍາພາປະຊາຊົນຈີນບັນລຸການກ້າວກະໂດດຢ່າງຍິ່ງໃຫຍ່ ຈາກການລຸກຂຶ້ນ ຮັ່ງມີຂຶ້ນ ແລ້ວເຂັ້ມແຂງຂຶ້ນ, ພັກກອມມູນິດຈີນໄດ້ຊຸກຍູ້ສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ ເຊິ່ງໄດ້ນໍາພາກະແສຟອງການພັດທະນາກ້າວໜ້າຂອງໂລກ. ໃນປີພິເສດທີ່ພັກກອມມູນິດຈີນສ້າງຕັ້ງຂຶ້ນຄົບຮອບ 100 ປີ ແລະໄລຍະກຸນແຈຂອງການປະຕິບັດເປົ້າໝາຍ ໜຶ່ງຮ້ອຍປີສອງເຫດການ, ພວກຂ້າພະເຈົ້າຕ້ອງຮໍ່າຮຽນປະຫວັດສາດເພື່ອຮູ້ເຫດຮູ້ຜົນ, ລົງເລິກຄົ້ນຄວ້າ ຍ້ອນຫຍັງພັກກອມມູນິດຈີນສາມາດບັນລຸຜົນສໍາເລັດຍິ່ງໃຫຍ່ແບບນີ້ໄດ້, ພ້ອມທັງຮຽນເອົາສະຕິປັນຍາ ແລະກໍາລັງຈາກການຄົ້ນຄວ້າດັ່ງກ່າວ, ຍາດເອົາໄຊຊະນະໃໝ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ໂດຍຈາກຈຸດເລີ່ມຕົ້ນປະຫວັດສາດໃໝ່. ວັນທີ 22 ເດືອນມີນາ ແລ້ວນີ້, ພັກປະຊາຊົນປະຕິວັດລາວ ຫາກໍສະຫຼອງການສ້າງຕັ້ງຄົບຮອບ 66 ປີ, ກອງປະຊຸມສະພາແຫ່ງຊາດຊຸດໃໝ່ ໄດ້ຈັດຂຶ້ນຢ່າງມີໄຊຊະນະ ພ້ອມໄດ້ຮັບຮອງເອົາແຜນພັດທະນາເສດຖະກິດສັງຄົມຫ້າປີຄັ້ງທີ IX, ພາລະກິດຂອງພັກ-ລັດ ໄດ້ກ້າວເຂົ້າສູ່ຍຸກສະໄໝໃໝ່. ພວກຂ້າພະເຈົ້າຍິນດີຖືໄລຍະນີ້ເປັນກາລະໂອກາດ, ເພີ່ມທະວີການແລກປ່ຽນບົດຮຽນຂອງການຄຸ້ມຄອງພັກ-ບໍລິຫານລັດກັບສະຫາຍລາວ, ຮ່ວມກັນຊຸກຍູ້ສົ່ງເສີມພາລະກິດສັງຄົມນິຍົມ.

ນອກນັ້ນ, ທ່ານຍັງໄດ້ກ່າວຕື່ມອີກວ່າ: ໃນຂະນະສຳຄັນທີ່ພັກກອມມູນິດຈີນໄດ້ຮັບການສ້າງຕັ້ງຂຶ້ນຄົບຮອບ 100 ປີ, ພັກກອມູນິດຈີນໄດ້ຈັດກອງປະຊຸມສະຫຼຸບ ແລະຍ້ອງຍໍຜົນງານວຽກງານລົບລ້າງຄວາມທຸກຍາກທົ່ວປະເທດ ໃນເດືອນກຸມພາປີນີ້, ສະຫາຍ ເລຂາທິການໃຫຍ່ສີຈິ້ນຜິງ ໄດ້ປະກາດຢ່າງສະຫງ່າລາສີວ່າ, ປະເທດຈີນໄດ້ເອົາຊະນະບັ້ນຮົບການລົບລ້າງຄວາມທຸກຍາກຢ່າງຮອບດ້ານ, ເຊິ່ງໄດ້ສ້າງເລື່ອງມະຫັດສະຈັນອີກຢ່າງໜຶ່ງຂອງໂລກ ແລະເປັນຂີດໝາຍທີ່ພັກກອມມູນິດຈີນໄດ້ນຳພາປະຊາຊົນຈີນກ້າວໄປໜ້າອີກບາດກ້າວໜຶ່ງ ຕາມເສັ້ນທາງສ້າງຊີວິດການເປັນຢູ່ອັນດີງານ ແລະບັນລຸຄວາມຮັ່ງມີພ້ອມກັນ. ນັບແຕ່ການເລີ່ມຕົ້ນຂອງບັ້ນຮົບລົບລ້າງຄວາມທຸກຍາກ, ສະຫາຍ ເລຂາທິການໃຫຍ່ສີຈິ້ນຜິງເປັນຜູ້ຄົ້ນຄວ້າ, ວາງນະໂຍບາຍ ແລະຊີ້ນຳນຳພາໂດຍກົງ, ໄດ້ເປັນປະທານຈັດກອງປະຊຸມພົບປະເຮັດວຽກຂັ້ນສູນກາງກ່ຽວກັບວຽກງານແກ້ໄຂຄວາມທຸກຍາກ 7 ຄັ້ງ, ໄດ້ສຳຫຼວດ ແລະຄົ້ນຄວ້າວຽກງານ ຢູ່ທ້ອງຖິ່ນ ເພື່ອແກ້ໄຂຄວາມທຸກຍາກ 50 ກວ່າຄັ້ງ, ໄດ້ໄປຮອດເຂດທຸກຍາກທີ່ສຸດຂອງຈີນ 14 ແຫ່ງ. ໃນບົດກ່າວສູນທອນພົດອວຍພອນປີໃໝ່ແຕ່ລະປີ, ສະຫາຍ ເລຂາທິການໃຫຍ່ ສີຈິ້ນຜິງກໍໄດ້ເວົ້າເຖິງທັດສະນະກ່ຽວກັບການແກ້ໄຂຄວາມທຸກຍາກທຸກຄັ້ງ, ການສຳຫຼວດວຽກງານພາຍໃນປະເທດຄັ້ງທຳອິດແຕ່ລະປີ, ເພິ່ນກໍໄປເຂດທຸກຍາກຂອງຈີນ, ໃນໄລຍະໄຂກອງປະຊຸມ “ສອງສະພາ”(ຄືສະພາຜູ້ແທນປະຊາຊົນທົ່ວປະເທດ ແລະສະພາທີ່ປຶກສາການເມືອງທົ່ວປະເທດຈີນ)ແຕ່ລະປີ, ເພິ່ນກໍຕ້ອງປຶກສາຫາລືວຽກງານກ່ຽວກັບການແກ້ໄຂຄວາມທຸກຍາກກັບຜູ້ແທນປະຊາຊົນ, ເພິ່ນຍັງ ໄດ້ຈັດກອງປະຊຸມສຳມະນາເພື່ອວາງແຜນ ແລະໃຫ້ທິດຊີ້ນຳຕໍ່ວຽກງານສຳຄັນດັ່ງກ່າວເປັນປະຈຳໃນແຕ່ລະປີ, ແລະເປັນປະທານຈັດກອງປະຊຸມຮັບຟັງການສະຫຼຸບວຽກງານແກ້ໄຂຄວາມທຸກຍາກປະຈຳປີ. ໃນບັ້ນຮົບອັນຍິ່ງໃຫຍ່ຄັ້ງນີ້, ສະຫາຍ ເລຂາທິການໃຫຍ່ສີຈິ້ນຜິງເປັນຜູ້ນຳພາ ແລະຊີ້ນຳໂດຍກົງ, ໄດ້ສະແດງໃຫ້ເຫັນນ້ຳໃຈອັນເລິກເຊິ່ງຕໍ່ປະຊາຊົນຂອງເພິ່ນໃນຖານະທີ່ເປັນການນຳຂອງປະຊາຊົນຈີນ, ຄືເພິ່ນໄດ້ປະຕິຍານວ່າ “ຂ້ອຍຈະອຸທິດຕົນເອງເພື່ອສຳເລັດໜ້າທີ່ສຳຄັນທີ່ປະຊາຊົນມອບໃຫ້”ແລະໄດ້ສະແດງໃຫ້ເຫັນພາລະໜ້າທີ່ ແລະ ຄວາມຮັບຜິດຊອບຂອງພັກກອມມູນິດຈີນທີ່ຖືຄວາມມຸ່ງຫວັງຂອງປະຊາຊົນຕໍ່ຊີວິດອັນດີງາມເປັນເປົ້າໝາຍສູ້ຊົນ. ພາຍໃຕ້ການນຳພາອັນໜັກແໜ້ນຂອງພັກກອມມູນິດຈີນທີ່ຖືສະຫາຍ ເລຂາທິການໃຫຍ່ສີຈິ້ນຜິງເປັນແກນກາງ, ປະຊາຊາດຈີນທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກ ແລະປະຊາຊົນຈີນທີ່ໄດ້ສ້າງປະຫວັດສາດອັນສະຫງ່າ ແນ່ນອນຈະສ້າງພາລະກິດທີ່ມະຫັດສະຈັນ ແລະໃຫຍ່ກວ່າເກົ່າໃນການເດີນທາງໄປໜ້າຢ່າງບໍ່ຢຸດຢັ້ງ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ