ໃນວັນທີ 31 ມີນາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຮ່ວມມືກັບ ສະຖາບັນຂົງຈືເປີດຊຸດເຝິກອົບຮົມພາສາຈີນ ໃຫ້ພະນັກງານ, ຄູ-ອາຈານ ຮຽນຮູ້ ແລະເຂົ້າໃຈພາສາຈີນໃຫ້ຫຼາຍ ຍ້ອນມີຄວາມສຳຄັນ ແລະຈຳເປັນ ໃນການຕິດຕໍ່ສື່ສານໃນລະດັບພື້ນຖານ. ນອກຈາກນີ້, ຍັງເປັນການແລກປ່ຽນວັດທະນະທຳ ແລະສົ່ງເສີມຄວາມເຂົ້າໃຈລະຫວ່າງປະຊາຊົນສອງຊາດລາວຈີນ.

          ໃນພິທີໃຫ້ກຽດກ່າວເປີດຂອງ ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ກຳມະການຄະນະພັກ, ຫົວໜ້າຫ້ອງການ, ໃຫ້ກຽດເຂົ້າຮ່ວມທ່ານ ໂຫລ ໝິງ (Luo Ming) ຜູ້ອຳນວຍການສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ຝ່າຍຈີນ) ແລະທ່ານ ນາງ ວິເສດ ກິດຕິພັນທອງ ຮອງຜູ້ອຳນວຍການສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ຝ່າຍລາວ) ພ້ອມດ້ວຍຄະນະ.

ພິທີເຝິກອົບຮົມພາສາຈີນ ໃຫ້ແກ່ພະນັກງານ, ຄູ-ອາຈານຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຳນວນ 24 ທ່ານ, ຍິງ 10 ທ່ານ ທີ່ມາຈາກຕາງໜ້າແຕ່ລະພາກສ່ວນພາຍໃນ ສມປຊ ຊຶ່ງຈະເລີ່ມໃຊ້ເວລາ24 ອາທິດ. ເລີ່ມແຕ່ວັນທີ 31 ມີນາ 2021 ຫາວັນທີ 8 ກັນຍາ 2021, ເວລາຮຽນ: 8:00 ໂມງ-12:00 ໂມງ ຂອງວັນພຸດ-ພະຫັດ ທຸກໆອາທິດ, ລະດັບການຮຽນ: ວິຊາພື້ນຖານພາສາຈີນ, ວິຊາການຟັງ ແລະ ວິຊາສົນທະນາ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ