ໃນວັນທີ 3 ມີນາ 2021 ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ໄດ້ຈັດພິທີເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ໃຫ້ກຽດເປັນປະທານຂອງສະຫາຍ ປທ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີພະນັກງານ-ຄູອາຈານ,  ແລະນັກສຶກສາຮຸ່ນທີ XVII ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ປະທານໄດ້ຜ່ານຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ປີ 2015-2020 ເຮັດໃຫ້ມີຜົນສຳເລັດຫຼາຍດ້ານ ແລະຍົກໃຫ້ເຫັນບັນຫາຂໍ່ຄົງຄ້າງສືບຕໍ່ແກ້ໄຂໃນໄລຍະຜ່ານມາ ແລະທ່ານຍັງຍົກໃຫ້ເຫັນທິດທາງລວມ ແລະໜ້າທີ່ຕົ້ນຕໍ 5 ປີ (2021-2025) ທີ່ແຂວງຊຽງຂວາງພວກເຮົາຈະສືບຕໍ່ປະຕິບັດຄຳຂວັນທ່ີວ່າ:“ຍົກສູງບົດບາດ ແລະ ຄວາມສາມາດນຳພາຂອງອົງຄະນະພັກ; ເພີ່ມທະວີຄວາມສາມັກຄີບັນດາເຜົ່າ ແລະພັດທະນາແຂວງຊຽງຂວາງໃຫ້ຂະຫຍາຍຕົວຕາມທິດສີຂຽວຍືນຍົງ”ສູ້ຊົນເຮັດໃຫ້ລະບົບການຈັດຕັ້ງການເມືອງພາຍໃຕ້ການນຳພາຂອງພັກມີຄວາມປອດໃສ, ເຂັ້ມແຂງ ແລະໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວ, ໝັ້ນທ່ຽງແລະຖືກທິດ, ໂດຍຖືເອົາກະສິກຳຕິດພັນກັບອຸດສະຫະກຳປຸງແຕ່ງ, ການບໍລິການ-ການຄ້າ, ການທ່ອງທ່ຽວເປັນບັນຫາສຳຄັນ. ຍົກລະດັບການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ປະຊາຊົນມີອາຊີບໝັ້ນຄົງ, ມີສຸຂະພາບພາລະນາໄມສົມບູນ ແລະໄດ້ຮັບການສຶກສາຢ່າງທົ່ວເຖິງ. ອົງການປົກຄອງທຸກຂັ້ນມີຄວາມເຂັ້ມແຂງ, ບໍລິການຮັບໃຊ້ປະຊາຊົນມີຄວາມວ່ອງໄວ,ໂປ່ງໃສ ແລະຍຸຕິທຳ.

ເພື່ອເຮັດໃຫ້ພະນັກງານ-ຄູອາຈານ ແລະນັກສຶກສາ ໄດ້ມີຄວາມຮັບຮູ້ ແລະເຂົ້າໃຈ ຢ່າງເລິກເຊິ່ງຕໍ່ບັນດານະໂຍບາຍ, ທິດທາງ, ໜ້າທີຄາດໝາຍສູ້ຊົນທີ່ໄດ້ກຳນົດໄວ້ໃນກອງໃຫຍ່ຂອງອົງຄະນະພັກແຂວງ ແລະແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແຕ່ນີ້ຮອດເຖິງປີ 2025, ຍຸດທະສາດ 2030 ແລະ ວິໄສທັດຮອດປີ 2035 ໃຫ້ປະກົດຜົນເປັນຈິງ.

ຂ່າວ-ພາບໂດຍ: ທ່ານ ຈັນເພັງ ນັນທະວົງ
ຄູ-ອາຈານໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ.
ບັນນາທິການ: ຄອນສະຫວັນ ແສນຍານຸພາບ