ໃນຕອນເຊົ້າ ຂອງວັນທີ 26 ກຸມພາ 2021 ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,ໄດ້ຈັດພິທີ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄົບຮອບ 26 ປີ (27.02.1995 – 27.02.2021). ນຳໂດຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຄະນະພັກ, ຄະນະນໍາ,​ ມີຕາງໜ້າໜ່ວຍງານຂັ້ນກົມທົ່ວ ສມປຊ ແລະຕາງໜ້າຄະນະພັກ, ຄະນະຫ້ອງຂອງນັກສຶກສາທຸກຮຸ່ນທຸກລະບົບເຂົ້າຮ່ວມ.

ການວາງກະຕ່າດອກໄມ້ໃນຄັ້ງນີ້ ກໍ່ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງ ສມປຊ ນັບແຕ່ມື້ສ້າງຕັ້ງຈົນເຖິງປະຈຸບັນ ເວົ້າລວມເວົ້າ, ສະເພາະ ກໍ່ຄືການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນແໜ້ນໜາອັນສູງສົ່ງຂອງ ພະນັກງານ, ຄູ-ອາຈານ ທຸກຮຸ່ນ ທີ່ຮ່ວມແຮງຮ່ວມໃຈກັນພັດທະນາ  ສມປຊ  ໃຫ້ຂະຫຍາຍຕົວ ແລະປະສົບຜົນສຳເລັດຕະຫຼອດມາ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ