ໃນວັນທີ 23 ກຸມພາ ສະຫະພັນກໍາມະບານສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີປາຖະກະຖາເລົ່າມູນເຊື້ອການກໍາເນີດ ແລະເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງກໍາມະບານລາວຄົບຮອບ 65 ປີ (1 ກຸມພາ ປີ 1956 -1 ກຸມພາ ປີ 2021) ໂດຍໃຫ້ກຽດເລົ່າມູນເຊື້ອຂອງ ທ່ານ ນ.ອາລີ ວົງໝໍ່ບຸນທໍາ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ໃຫ້ກຽດເຂົ້າຮ່ວມຮັບຟັງຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ, ຄະນະນໍາທຸກຂັ້ນທົ່ວ ສມປຊ ແລະພະນັກງານ, ຄູ-ອາຈານທີ່ເປັນສະມາຊິກກໍາມະບານສມປຊ ເຂົ້າຮ່ວມຢ່າງພ້ອມພຽງ.

            ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ໄດ້ຍົກໃຫ້ເຫັນມູນເຊື້ອການກໍາເນີດ ແລະເຕີບໃຫຍ່ຂະຫຍາຍ ຕົວຂອງອົງການຈັດຕັ້ງກໍາມະບານລາວ ຊຶ່ງໄດ້ຕິດພັນກັບຂະບວນວິວັດການປະຕິວັດຊາດ ແລະຕິດພັນກັບການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາ ຂອງກຳມະກອນ ແລະຊາວຜູ້ອອກແຮງງານ ໃນແຕ່ລະໄລຍະຕະຫຼອດມາ. ໂດຍສະເພາະນັບຕັ້ງແຕ່ທ້າຍສະຕະວັດທີ 19, ພວກລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາ ແລະ ຍຶດຄອງ 3 ປະເທດອິນດູຈີນ ເຊິ່ງມີລາວ, ຫວຽດນາມແລະ ກໍາປູເຈຍ, ພວກເຂົາເອົາ 3 ຊາດນີ້ລວມເຂົ້າກັນເປັນອັນດຽວເອີ້ນຊື່ວ່າ: ສະຫະພັນອິນດູຈີນຝຣັ່ງເສດ. ນອກຈາກນີ້ ຍັງໄດ້ຍົກໃຫ້ເຫັນເຖິງຄວາມໂຫດຮ້າຍຂອງຝຣັ່ງທີ່ກົດຂີ່ຂູດຮີດກຳມະກອນ ແລະ ຊາວຜູ້ອອກແຮງ ງານລາວໃນເມື່ອກ່ອນ ຈົນເຮັດໃຫ້ກຳມະກອນ ແລະຊາວຜູ້ອອກແຮງງານໄດ້ລຸກຂຶ້ນຕໍ່ສູ້ຫຼາຍຄັ້ງ. ນັບຕັ້ງແຕ່ ປີ 1956 ເຖິງປັດຈຸບັນ ອົງການ

ກໍາມະບານລາວ ໄດ້ມີຄວາມເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາພາຍໃຕ້ການນຳພາຂອງພັກ ຊຶ່ງໄດ້ສຸມໃສ່ໂຄສະນາຂົນຂວາຍ, ເຕົ້າໂຮມກໍາມະກອນ, ຊາວຜູ້ອອກແຮງງານບັນດາເຜົ່າ ໃຫ້ມີຄວາມຕື່ນຕົວປະຕິວັດ, ນີນໍ້າໃຈຮັກຊາດ, ມີທັດຊະນະຊົນຊັ້ນກໍາມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນຈະແຈ້ງ, ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນ, ເປັນພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທໍາ ແລະເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ກໍາມະກອນ, ຊາວຜູ້ອອກແຮງງານ, ກາຍເປັນກໍາລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດຕາມທິດກ້າວຂຶ້ນສັງຄົມນິຍົມ.

ມາໃນວັນທີ 24-26 ກຸມພາ ຄະນະບໍລິຫານງານສະຫະພັນກໍາມະບານ ສມປຊ ໄດ້ສົມທົບກັບກົມໂຄສະນາອົບຮົມ ສູນກາງສະຫະ ພັນກຳມະບານລາວ ໄດ້ຈັດເຝິກອົບຮົມຄວາມຮູ້ພື້ນຖານວຽກງານກຳມະບານໃຫ້ແກ່ສະມາຊິກກຳມະບານ ສມປຊ ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດໃນການຊີ້ນຳ-ນຳພາຂອງວຽກງານກຳມະບານ, ພິທີດັ່ງກ່າວ, ໃຫ້ກຽດເປັນປະທານຂອງ ທ່ານ ປອ ສາຍຄໍາ ມູນມະນີວົງ ຄະນະບໍລິຫານງານພັກ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ກໍາມະການຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານຄະນະບໍລິຫານງານສະຫະພັນກໍາມະບານ ສມປຊ,​ ທ່ານ ນາງ ຈົງຈິດ ວົງສາ ຫົວໜ້າກົມໂຄສະນາອົບຮົມ ສູນກາງສະຫະພັນກໍາມະບານລາວ, ມີຄະນະບໍລິຫານງານສະຫະພັນກໍາມະບານ ສມປຊ, ຄະນະວິທະຍາກອນ ຈາກສູນກາງສະຫະພັນກໍາມະບານລາວ ແລະນັກສໍາມະນາກອນທີ່ເປັນຕົວແທນຈາກກໍາມະບານຮາກຖານທົ່ວ ສມປຊ ເຂົ້າຮ່ວມ.

ທ່ານ ປອ ສີສົມພອນ ວົງພະຈັນ ຄະນະສະຫະພັນກຳມະບານ ສມປຊ  ໄດ້ຜ່ານບົດສະຫຼຸບຂອງພິທີເຝິກອົບຮົມວຽກງານກຳມະບານວ່າ: ພິທີເຝິກອົບຮົມມີສໍາມະນາກອນຈຳນວນ 35 ທ່ານ, ຍິງ 17 ທ່ານ ຊຶ່ງຕະຫຼອດໄລຍະເວລາ 3 ວັນວິທະຍາກອນໄດ້ນໍາເອົາ 6 ບົດຮຽນມາບັນລະຍາຍເຝິກອົບຮົມເຊັ່ນ: 1). ທິດສະດີພຶ້ນຖານຂອງກຳມະບານ, 2). ທັດສະນະຂອງພັກຕໍ່ອົງການກຳມະບານ, 3). ຄວາມຮູ້ພຶ້ນຖານວຽກງານກໍາມະບານ, 4). ວຽກງານປົກປ້ອງແຮງງານ, 5). ຄວາມປອດໄພແຮງງານ ແລະ 6). ວຽກງານແຂ່ງຂັນ 5 ເປັນເຈົ້າ. ຜ່ານການຈັດຕັ້ງເຝິກອົບຮົມ​ຄວາມ​ຮູ້​ພື້ນ​ຖານ​ວຽກ​ງານ​ກຳ​ມະ​ບານ ຂອງ​ສະ​ຫະ​ພັນ​ກໍ​າ​ມະ​ບານ​ສະ​ຖາ​ບັນ​ການ​ເມືອງ ແລະ​ການ​ປົກ​ຄອງ​ແຫ່ງ​ຊາດ ຊຶ່ງ​ສາ​ມາດ​ເຮັດ​ໃຫ້​ນັກ​ສໍາມະນາກອນ​ກຳ​ໄດ້​ເນື້ອ​ໃນ​ໄດ້ຢ່າງ​ເລິກ​ເຊິ່ງ ເພື່ອ​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຂອງ​ຕົນ.

ຫຼັງຈາກນັ້ນ, ທ່ານ ນ. ຈົງຈິດ ວົງສາ ພ້ອມດ້ວຍທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ໄດ້ມອບໃບຢັ້ງຢືນ ໃຫ້ນັກສຳມະນາກອນ ທີ່ໄດ້ຜ່ານ​ການເຝິກອົບຮົມວຽກ​ງານ​ກຳ​ມະ​ບານ ແລະໄດ້ຮັບຟັງການໂອ້ລົມຊີ້ທິດຈາກ ທ່ານ ປອ ສາຍຄໍາ ມູນມະນີວົງ ກໍາມະການຄະນະພັກ ສມປຊ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນອີກດ້ວຍ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ