ວັນທີ 16 ກຸມພາ 2021 ພະແນກແຜນການ-ການເງິນ ທີ່ຂຶ້ນກັບຫ້ອງການສະຖາບັນການ ເມືອງ ແລະການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນປະຈໍາປີ 2020 ແລະທິດທາງແຜນການປະຈໍາປີ 2021, ເພື່ອພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການເງິນຜ່ານມາ ແລະປຶກສາຫາລືບັນດາວຽກງານ, ມາດຕະການເພື່ອຈັດຕັ້ງຜັນຂະຫຍາຍທິດທາງງົບປະມານແຫ່ງລັດປະຈໍາປີ 2021 ໃຫ້ເປັນອັນລະອຽດ.

ໃຫ້ກຽດເປັນປະທານກອງປະຊຸມດັ່ງກ່າວຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີຜູ້ຕາງໜ້າຈາກ 12 ໜ່ວຍງານຂັ້ນກົມທົ່ວ ສມປຊ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

            ໂອກາດດັ່ງກ່າວ ທ່ານ ບຸນທະວີ ບັນດາສັກ ຫົວໜ້າພະແນກແຜນການ-ການເງິນ ໄດ້ຜ່ານຮ່າງບົດສະຫຼຸບວຽກງານການເງິນປະຈຳປີ 2020 ແລະທິດທາງແຜນການ ປະຈຳປີ 2021 ແລະໃນທີ່ປະຊຸມໄດ້ຮັບຟັງການສະເໜີ ແລະລາຍງານຫຼາຍຫົວຂໍ້ທີ່ສໍາຄັນເພື່ອປຶກສາຫາລື ແລະປະກອບຄໍາຄິດຄໍາເຫັນເປັນຕົ້ນ: ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2020 ແລະທິດທາງແຜນງົບປະມານແຫ່ງລັດປະຈໍາປີ 2021, ສະເໜີແຜນການງົບປະມານລາຍຈ່າຍປົກກະຕິ….ແລະແຜນງານຫັນເປັນທັນສະໄໝຂອງຂະແໜງການເງິນ; ວຽກງານຈຸດສຸມໃນການຄຸ້ມຄອງວຽກງານໃນຂົງເຂດຕ່າງໆທີ່ກ່ຽວກັບວຽກງານການເງິນ-ງົບປະມານ ແລະຈະໄດ້ສະເໜີນິຕິກຳລຸ່ມກົດໝາຍຈໍານວນໜຶ່ງໃຫ້ຜູ້ເຂົ້າຮ່ວມກອງປະຊຸມປະກອບຄຳຄິດຄຳເຫັນ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ