ໃນວັນທີ 18 ກຸມພາ 2021 ທີ່ສະໂມສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຜູ້ສະໝັກຮັບເລືອກຕັ້ງເປັນສະມະຊິກສະພາແຫ່ງຊາດ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຈໍານວນ 6 ທ່ານໄດ້ລົງພົບປະເພື່ອສະເໜີຕົວຕໍ່ຜູ້ໃຊ້ສິດເລືອກຕັ້ງ ຢູ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຊິ່ງນຳໂດຍທ່ານ ປອ ອານຸພາບ ຕຸນາລົມ, ທ່ານ ບຸນທາມ ພຸດທະວົງສາ, ທ່ານ ນ. ວິໄຊ ສຣິດທິຣາດ, ທ່ານ ປອ ນ. ວາລີ ເວດສະພົງ, ທ່ານ ພັທ ຈັນທະລາ ອຸດົມສຸກ ແລະທ່ານ ອິກ ເພັງສະໝຸດ. ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າ ສມປຊ, ມີຄະນະພັກຄະນະນໍາ, ພະນັກງານ, ຄູ-ອາຈານ ແລະນັກສຶກສາຜູ້ທີ່ມີເງື່ອນໄຂໃຊ້ສິດຢູ່ ສມປຊ ເຂົ້າຮ່ວມຮັບຟັງໃນຄັ້ງນີ້.

      ໃນພິທີບັນດາຜູ້ລົງສະໝັກຮັບເລືອກຕັ້ງແຕ່ລະທ່ານ ໄດ້ແນະນໍາໂຕເອງທາງດ້ານຊີວະປະຫວັດ, ລະດັບການສຶກສາ ແລະໜ້າທີ່ວຽກງານຮັບຜິດຊອບແຕ່ລະໄລຍະໃຫ້ຜູ້ໃຊ້ສິດໄດ້ຮັບຊາບ. ພ້ອມກັນນັ້ນ, ຜູ້ໃຊ້ສິດເລືອກຕັ້ງກໍໄດ້ສະເໜີບາງບັນຫາທີ່ພົ້ນເດັ່ນຕໍ່ຜູ້ລົງສະໝັກຮັບເລືອກຕັ້ງໄດ້ຮັບຮູ້, ເຊິ່ງບັນດາຜູ້ລົງສະໝັກຮັບເລືອກຕັ້ງ ກໍໄດ້ມີທັດສະນະຕໍ່ກັບບັນຫາຕ່າງໆໃນສັງຄົມ ແລະຢືນຢັນວ່າຖ້າມີໂອກາດໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຈະນໍາເອົາບັນຫາດັ່ງກ່າວສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງແກ້ໄຂ ແລະຈະເປັນຕົວແທນໃຫ້ແກ່ພໍ່ແມ່ປະຊາຊົນໃນການຕິດຕາມກວດກາຕາມພາລະບົດບາດຂອງ ສສຊ ທີ່ກໍານົດໃວ້ ໃຫ້ແທດເຖິງຕົວຈິງ.

ບັນນາທິການ: ຄອນສະຫວັນ ແສນຍານຸພາບ
ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ