ໃນວັນທີ 18 ກຸມພາ 2021 ຢູ່ທີ່ໂຮງຮຽນການເມືອງ-ການປົກຄອງແຂວງຊຽງຂວາງ ໄດ້ມີພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຖາບັນທຸລະກິດ ແສງສະຫວັນ ນໍາໂດຍທ່ານ ປອ ຄຳແພງ ພັດທະດາວົງ ຜູ້ອຳນວນການສູນການສຶກສາ ສະຖາບັນທຸລະກິດ ແສງສະຫວັນ ແລະ ໂຮງຮຽນການເມືອງ-ການປົກຄອງແຂວງຊຽງຂວາງ ນໍາໂດຍ ຂອງທ່ານ ປທ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີພະນັກງານ, ຄູ-ອາຈານທັງສອງພາກສ່ວນເຂົ້າຮ່ວມ.

ການພົບປະແລກປ່ຽນດັ່ງກ່າວທັງສອງຝ່າຍໄດ້ລາຍງານ ການຈັດຕັ້ງປະຕິບັດສະພາບການຮຽນ-ການສອນໃນໄລຍະຜ່ານມາ ດ້ານດີ ແລະບັນຫາຂໍ້ຄົງຄ້າງ ແລະບັນດາບົດຮຽນທີ່ຖອນຖອນໄດ້ໃນໄລຍະທີ່ຜ່ານມາໃຫ້ກັນຊາບ.

ຈາກນັ້ນທັງສອງຝ່າຍ ກໍ່ໄດ້ແລກປ່ຽນບົດຮຽນ ເຊິ່ງກັນ ແລະກັນເປັນຕົ້ນແມ່ນວຽກງານຄຸ້ມຄອງການຮຽນ-ການສອນທິດສະດີການເມືອງ ແລະການປົກຄອງ ແລະເກັບກຳຂໍ້ມູນການສ້າງເສດຖະກິດ ຂອງໄວໜຸ່ມຢູ່ແຂວງຊຽງຂວາງ, ພິດີດັ່ງກ່າວ ສະຖາບັນທຸລະກິດແສງສະຫວັນ ຍັງໄດ້ມອບເຄື່ອງກິລາ ຈຳນວນ 15 ຊຸດ ມູນຄ່າ 750.000 ກີບໃຫ້ແກ່ ໂຮງຮຽນການເມືອງ ແລະການປົກຄອງແຂວງ.

ໃນຕອນທ້າຍພິທີ ທ່ານ ປທ ຄຳຜຸຍ ໂນລາ ຍັງໄດ້ສະແດງຄວາມຂອບໃຈ ສະຖາບັນທຸລະກິດແສງສະຫວັນ ທີ່ໄດ້ມາແລກປ່ຽນບົດຮຽນໃນຄັ້ງນີ້ເຮັດໃຫ້ພະນັກງານຄູອາຈານ ມີຄວາມຮັບຮູ້ ແລະເຂົ້້າໃຈກ່ຽວກັບບົດຮຽນ ແລະສາມາດນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ຂຽນຂ່າວ- ພາບໂດຍ: ທ່ານຈັນເພັງ ນັນທະວົງ
ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ