ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດຂຶ້ນໃນຕອນເຊົ້າຂອງວັນທີ 4 ກຸມພາ 2021, ທີ່ສະໂມສອນໃຫຍ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານກ່ຽວກັບ ການປ່ຽນແປງໃໝ່ໃນຂົງເຂດອຳນາດລັດ”, ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມ ໂດຍທ່ານ ປອ ຄຳພັນ ພົມມະທັດ, ກຳມະການກົມການເມືອງສູນກາງພັກ, ເລຂາທິ ການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດ ຊອບການຄົ້ນຄວ້າແນວ ຄິດໄກສອນ ພົມວິຫານ, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສະນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າ ແນວຄິດໄກສອນ ພົມວິຫານ, ມີ ທ່ານ ປອ ສອນທະນູ ທຳມະວົງ, ກຳມະການສູນກາງພັກ, ປະທານສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ມີ ທ່ານ ຮສ ພູວົງ   ອຸ່ນຄຳແສນ, ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮອງຫົວໜ້າຄະນະ, ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ນອກຈາກນີ້ ຍັງມີບັນດາສະຫາຍກຳມະການສູນກາງພັກ, ການນຳຫຼັກແຫຼ່ງ ຂອງບັນດາກະຊວງ, ອົງການ, ພະນັກງານ, ຄູອາຈານ ເຂົ້າຮ່ວມ ທັງໝົດກວ່າ 400 ກວ່າຄົນ.

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອສືບຕໍ່ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 058/ກມສພ ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ທັງເປັນການສະເຫຼີມສະຫຼອງ ວັນສຳຄັນຕ່າງໆ ຂອງພັກ ​ແລະ ຂອງຊາດ ເປັນຕົ້ນແມ່ນວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ຂ່ຳນັບຊົມເຊີຍບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX, ສະມາ ຊິກສະພາປະຊາຊົນແຂວງ, ນະຄອນຫຼວງຄັ້ງທີ II.

ໃນຄຳເຫັນກ່າວເປີດກອງປະຊຸມສຳມະນາ, ສະຫາຍ ຄຳພັນ ພົມມະທັດ ໄດ້ເນັ້ນໜັກວ່າ: “ພາຍຫຼັງປະເທດຊາດ ໄດ້ຮັບຄວາມເປັນເອກະລາດຢ່າງສົມບູນ, ລະບອບປະຊາທິປະໄຕ ປະຊາຊົນ ໄດ້ຮັບການສ້າງຂຶ້ນ, ແລະໄດ້ຮັບການກໍ່ສ້າງໃນທຸກດ້ານ ເຊິ່ງເປັນຂີດໝາຍບາດລ້ຽວ ແຫ່ງປະຫວັດສາດທີ່ສຳຄັນ, ນັ້ນແມ່ນເປັນເທື່ອ ທຳອິດທີ່ສິດອຳນາດຂອງລັດ, ເຊິ່ງເປັນບັນດາໃຈກາງ ແຫ່ງສິດອຳນາດການເມືອງ ໄດ້ຢູ່ໃນກຳມືຂອງປະຊາຊົນ ຊາວຜູ້ອອກແຮງງານ. ສິດອຳນາດດັ່ງກ່າວ ແມ່ນຮັບໃຊ້ຄົນສ່ວນຫຼາຍ, ເພື່ອສ້າງພື້ນຖານປະຊາທິປະໄຕໃໝ່, ປະຊາທິປະໄຕສັງຄົມນິຍົມ ໃຫ້ແກ່ຄົນສ່ວນຫຼາຍ, ລົບລ້າງຢ່າງສິ້ນເຊິງ ການຂຸດຮີດຂົງຊົນຊັ້ນ ປົກ ຄອງໃນ ເມື່ອກ່ອນ. ລະບົບການຈັດ ຕັ້ງອຳນາດລັດແຕ່ສູນກາງ ລົງຮອດທ້ອງຖິ່ນໄດ້ຮັບການສ້າງຕັ້ງຂຶ້ນ ໂດມີພັກ ເປັນຜູ້ ນຳພາ. ໃນຖານະເປັນຜູ້ນຳສູງສຸດ ຂອງພັກ ປະທານໄກສອນ ພົມວິຫານ ໄດ້ໃຫ້ຄວາມສຳຄັນທີ່ສຸດຕໍ່ກັບການປັບປຸງອຳນາດລັດ”.

ກອງປະຊຸມສຳມະນາ ໄດ້ຍົກໃຫ້ເຫັນເນື້ອໃນອັນອຸດົມສົມບູນ ຂອງແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ວຽກງານອຳນາດແຫ່ງລັດ, ບັນດານັກວິທະຍາສາດ ລ້ວນແລ້ວແຕ່ຢືນຢັນ ໃຫ້ເຫັນເຖິງຄຸນຄ່າທາງດ້ານທິດສະດີ ແລະພຶດຕິກຳ ທີ່ຍັງສອດຫ້ອຍ ແລະຊີ້ນຳການເຄື່ອນໄຫວຕົວຈິງ ຂອງຂົງເຂດອຳນາດລັດ. ປະທານ ໄກສອນ ພົມວິຫານ ໄດ້ຊີ້ໃຫ້ພວກເຮົາເຫັນວ່າ: “ພວກເຮົາຕ້ອງປ່ຽນ ແປງໃໝ່ ການຈັດຕັ້ງຂອງລັດ ນັບທັງດ້ານນິຕິບັນຍັດ, ບໍລິຫານ ແລະຕຸລາການ, ດຳເນີນການສ້າງລັດອຳນາດ ແຫ່ງກົດໝາຍ ປະຊາທິປະໄຕ ປະຊາຊົນ ດ້ວຍລະບົບກົດໝາຍທີ່ນັບມື້ນັບຄົບຖ້ວນເທື່ອລະກ້າວ” ໃນນັ້ນ,  “ບັນຫາສຳຄັນຕົ້ນຕໍທີ່ສຸດ ແມ່ນຕ້ອງສ້າງລະບົບອຳນາດການປົກຄອງ ແຕ່ສູນກາງລົງຮອດທ້ອງຖິ່ນຮາກຖານໃຫ້ໜັກແໜ້ນ, ເຂັ້ມແຂງ”[1]. ເພີ່ນທັງເປັນຜູ້ຊີ້ນຳ ແລະນຳພາໃນການປັບປຸງກົງຈັກລັດ, ສະແດງອອກແຈ້ງສຸດໃນໄລຍະການດຳເນີນ ພາລະກິດປ່ຽນແປງໃໝ່, ເພີ່ນໄດ້ມີແນວຄິດຊີ້ນຳຫຼາຍປະກາດ ເພື່ອປັບປຸງອຳນາດລັດ ນັບທັງອົງການນິຕິບັນຍັດ, ອົງການບໍລິຫານ ແລະອົງການຕຸລາການ; ເພີ່ນໃຫ້ທັດສະນະວ່າ: ຕ້ອງສ້າງລະບົບກົງຈັກການຈັດຕັ້ງຕາມທິດ ກະທັດຮັດເບົາບາງລົງ ແລະ ທັງບູລະນະການຈັດຕັ້ງ ທັງດັດແປງລະບຽບ ແບບແຜນວິທີເຮັດວຽກ. ແນວຄິດຊີ້ນຳ ຂອງເພີ່ນໃນແຕ່ລະໄລຍະນັ້ນ ໄດ້ສ້າງພື້ນຖານທາງດ້ານທິດສະດີອັນສຳຄັນ ໃນການປັບປຸງອຳນາດລັດປະຊາທິປະໄຕ ປະຊາຊົນ ໃຫ້ສອດຄ່ອງໃນແຕ່ລະໄລຍະ ແລະມີຜົນສັກສິດ. ເຫັນໄດ້ຄຸນຄ່າອັນສູງສົ່ງຂອງແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານອຳນາດແຫ່ງລັດ.

ສະຫາຍ ຮສ ພູວົງ ອຸ່ນຄຳແສນ ໄດ້ກ່າວບາງຕອນໃນເນື້ອໃນບົດນຳກອງປະຊຸມສຳມະນາວ່າ: “ເພື່ອເຮັດສຳເລັດພາລະກິດແຫ່ງການປ່ຽນແປງໃໝ່, ຄວາມຮຽກຮ້ອງຕ້ອງການອັນສຳຄັນ ແລະຮີບດ່ວນຕັ້ງຂຶ້ນ ແມ່ນຕ້ອງຖືສຳຄັນວຽກງານຄົ້ນຄວ້າທິດສະດິ ຕິດພັນກັບພຶດຕິກຳ, ລົງເລິກຄົ້ນຄວ້າກ່ຽວກັບແນວຄິດໄກສອນ ພົມວິຫານ ໃນແງ່ມຸມທີ່ເປັນນັກແນວຄິດ, ນັກທິດສະດີ. ເພາະສະນັ້ນ, ການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຂອງຂົງເຂດວຽກງານອຳນາດລັດ ຄວນໄດ້ດຳເນີນໄປບົນພື້ນຖານວິທະຍາສາດ, ເພື່ອສ້າງຄວາມກະຈ່າງແຈ້ງຕື່ມອີກ ນັບທັງດ້ານພື້ນຖານທິດສະດີ ແລະພຶດຕິກຳ, ນັບທັງຄົ້ນຄວ້າດ້ານຫຼັກມູນທິດສະດີ ແລະຄົ້ນຄວ້ານຳໃຊ້ເຂົ້າໃນພຶດຕິກຳຕົວຈິງຂອງຊີວິດ. ໃນນັ້ນ, ພວກເຮົາ ຕ້ອງສືບຕໍ່ຄົ້ນຄວ້າ ແລະຜັນຂະຫຍາຍ ແນວຄິດກ່ຽວກັບການສ້າງລັດແຫ່ງອຳນາດກົດໝາຍ ໃຫ້ເລິກເຊິ່ງກວ້າງຂວາງ, ເອົາໃຈໃສ່ຍົກ​ສູງ​ປະສິດທິພາບ​ໃນ​ການ​ສ້າງ​ ແລະປັບປຸງກົດໝາ​ຍ​ໃຫ້​ສອດຄ່ອງ​ກັບ​ລະບົບ​ການ​ເມືອງຂອງ​ລະບອບປະຊາທິປະ​ໄຕ ປະຊາຊົນ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມ; ຄົ້ນຄວ້າກໍາແໜ້ນແນວຄິດກ່ຽວກັບສະພາແຫ່ງຊາດ ແລະສະພາປະຊາຊົນທ້ອງຖິ່ນ, ຈຳແນກແຈ້ງບົດບາດ ຂອງສະພາແຫ່ງຊາດໃນຖານະເປັນອົງການນິຕິບັນຍັດສູງສຸດ ແລະບົດບາດຂອງສະພາປະຊາຊົນແຂວງ, ນະຄອນຫຼວງ ໃນຖານະເປັນອົງການທີ່ເຮັດໜ້າທີ່ອະທິບາຍ ແລະເຜີຍແຜ່ກົດໝາຍ,​ ສະເໜີຄວາມຄິດເຫັນເພີ່ມເຕີມ, ດັດແປງກົດໝາຍຕາມຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ, ເປັນອົງການຕາງໜ້າໃຫ້ແກ່ປະຊາຊົນໃນການຕິດຕາມກວດກາການເຄື່ອນໄຫວ ຂອງອົງການບໍລິຫານ ແລະອົງການຕຸລາການທ້ອງຖິ່ນ. ໃນນັ້ນ, ຄວນເພີ່ມທະວີການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະສະພາປະຊາຊົນທ້ອງຖິ່ນໃຫ້ຫຼາຍຂຶ້ນ; ສືບຕໍ່ຄົ້ນຄວ້າ, ສ້າງຄວາມເຂົ້າໃຈໃຫ້ເລິກເຊິ່ງກວ່າເກົ່າອີກ ກ່ຽວກັບແນວຄິດສ້າງຕັ້ງສະພາປະຊາຊົນຮາກຖານ; ຄົ້ນຄວ້າ, ຜັນຂະຫຍາຍ ແນວຄິດກ່ຽວກັບການປັບປຸງກົງຈັດບໍລິຫານລັດ, ໃນນັ້ນ ຕ້ອງເພີ່ມທະວີ ແລະປັບປຸງກົງຈັກລັດແຕ່ຂັ້ນສູນກາງລົງເຖິງຮາກຖານ, ເຮັດໃຫ້ກົງຈັກເຫຼົ່ານັ້ນກະທັດຮັດເບົາບາງ, ເຄື່ອນໄຫວທະລຸໂລ່ງ ແລະມີປະສິດທິຜົນ. ເພີ່ມທະວີບໍາລຸງສ້າງ ແລະສຶກສາອົບຮົມພະນັກງານໃນຂະແໜງການ ແລະຂັ້ນຕ່າງໆ; ຕ້ານພະຍາດອາດຍາສິດ, ຫ່າງເຫີນມະຫາຊົນ ແລະຫ່າງເຫີນຮາກຖານ, ປ່ຽນແປງໃໝ່ແບບແຜນວິທີເຮັດວຽກ ຂອງຂັ້ນຕ່າງໆ, ຂະແໜງການຕ່າງໆ ແລະການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ, ປັບປຸງກົງຈັກຂັ້ນກະຊວງ, ຂັ້ນກົມ, ຂັ້ນພະແນກ ແລະປັບປຸງກົງຈັກຢູ່ຂັ້ນທ້ອງຖິ່ນໃຫ້ມີຈໍານວນຫຼຸດລົງຕາມ “ທິດກະທັດ, ໜັກແໜ້ນ, ເຂັ້ມແຂງ, ມີປະສິດທິຜົນ, ໂປ່ງໃສ ແລະຮັບໃຊ້ປະຊາຊົນຢ່າງແທ້ຈິງ”; ປັບປຸງບູລະນະກົງຈັກການຈັດຕັ້ງ ແລະພັດທະນາບຸກຄະລາກອນໃນລະບົບອົງການຕຸ​ລາ​ການທຸກຂັ້ນຢ່າງຮອບດ້ານ. ໃນນັ້ນ, ເອົາໃຈໃສ່ເປັນ​ພິ​ເສດ ​ຕໍ່ອົງການຂັ້ນ​ທ້ອງ​ຖິ່ນ; ຍົກສູງຄຸນ​ນະ​ພາບ ແລະຄວາມສາມາດໃນການພິ​ຈາ​ລະ​ນາ​ຄະ​ດີ ​ຂອງ​ສານ​ປະ​ຊາ​ຊົນ, ເສີມ​ຂະ​ຫຍາຍ​ຫຼັກ​ການຄວາມ​ເປັນ​ເອ​ກະ​ລາດຂອງ​ສານ, ການຕິດຕາມກວດກາການເຄົາລົບ ແລະປະຕິບັດກົດໝາຍ  ກໍຄືການສັ່ງຟ້ອງ ຂອງອົງການ​ໄອ​ຍະ​ການ​ປະ​ຊາ​ຊົນທຸກຂັ້ນຕາມລັດຖະທຳມະນູນ ແລະກົດໝາຍ; ສະກັດກັ້ນ ແລະຕີຖອຍບັນດາປາກົດການຫຍໍ້ທໍ້ໃນລະບົບອົງການຕຸ​ລາ​ການທຸກຂັ້ນ”.

ຜູ້ເຂົ້າຮ່ວມກອງປະຊຸມສຳມະນາ ຍັງໄດ້ຮັບຟັງການນຳສະເໜີ 06 ຫົວຂໍ້ຍ່ອຍ ເຊັ່ນ: ແນວຄິດໄກສອນ ພົມວິຫານ ກ່ຽວກັບ ການສ້າງລັດປົກຄອງດ້ວຍກົດໝາຍ, ກ່ຽວກັບສະພາແຫ່ງຊາດ, ສະຖາປະຊາຊົນທ້ອງຖິ່ນ, ກ່ຽວກັບອົງການບໍລິຫານລັດຂັ້ນສູນກາງ, ຂັ້ນທ້ອງຖິ່ນ, ແລະກ່ຽວກັບວຽກງານຕຸລາການ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເປັນເວລາເຄິ່ງມື້ ແລະ ອັດລົງດ້ວຍຜົນສໍາເລັດອັນຈົບງາມໃນເວລາ 12 ໂມງ 00 ຂອງວັນດັ່ງກ່າວ.

ຂ່າວ: ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ
ຮູບພາບ: ຕາອັອດ ແສນທະວິສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ