ໃນວັນທີ 1 ກຸມພາ 2021 ເວລາ 13:30 ໂມງ ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ ໄດ້ມີພິທີມອບໂອນ ການຄຸ້ມຄອງປື້ມ, ສາງປຶ້ມ ແລະການແຈກຢາຍປື້ມ ລະຫວ່າງ ກົມຄຸ້ມຄອງການຄົ້ນຄວ້າວິທະຍາ ສາດ (ຜູ້ຄຸ້ມຄອງເກົ່າ) ແລະສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ (ຜູ້ຄຸ້ມຄອງໃໝ່) ພາຍໃຕ້ການ ເປັນປະທານຂອງ ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະພັກ, ຮອງຫົວໜ້າ ສມປຊ, ມີຫົວໜ້າສູນ ຂໍ້ມູນຂ່າວສານ, ຮັກສາການຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ມີພະນັກງານທັງສອງພາກສ່ວນທັງໝົດ ແລະຜູ້ຕາງໜ້າຈາກໜ່ວຍງານຂັ້ນກົມເຂົ້າຮ່ວມຢ່າງພ້ອມພຽງ.

                   ເພື່ອໃຫ້ຖືກກັບພາລະບົດບາດຂອງໜ້າທີ່ວຽກງານໃນໄລຍະໃໝ່. ດັ່ງນັ້ນ, ກົມຄຸ້ມຄອງການຄົ້ນຄວ້າວິທະຍາ ສາດ ຈຶ່ງມອບໂອນການຄຸ້ມຄອງປຶ້ມ, ສາງປຶ້້ມ ແລະການແຈກຢາຍປຶ້ມ ໃຫ້ກັບສູນຂໍ້ມູນຂ່າວສານ ເປັນຜູ້ຮັບຜິດຊອບ ເຊິ່ງປຶ້ມທີ່ມອບໂອນໃນຄັ້ງນີ້ແມ່ນປຶ້ມທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສ້າງຂຶ້ນມາ ເພື່ອຮັບໃຊ້ການຮຽນ-ການສອນ ໃນວິຊາຕ່າງໆ, ໃນລະບົບຮຽນຕ່າງໆຂອງໂຮງຮຽນພັກ ທັງໃນ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສູນກາງ) ແລະໂຮງຮຽນການເມືອງ ແລະການປົກຄອງແຂວງ-ນະຄອນຫຼວງ (ທ້ອງຖິ່ນ). ເຊິ່ງໄລຍະຜ່ານມາ ທາງກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ໄດ້ເປັນເສນາທິການໃຫ້ແກ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນການສ້າງ ແລະປັບປຸງປຶ້ມຕ່າງໆຂອງ ສມປຊ, ນອກຈາກສ້າງ ແລະປັບປຸງປຶ້ມແລ້ວ ຍັງເຮັດໜ້າທີ່ໃນການຄຸ້ມຄອງ ແລະແຈກຢາຍອີກ. ດັ່ງນັ້ນ, ເພື່ອໃຫ້ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສຸມໃສ່ໃນການສ້າງ ແລະປັບປຸງປຶ້ມຫຼັກສູດການຮຽນ-ການສອນໃຫ້ມີຄຸນນະພາບດີທາງດ້ານເນື້ອໃນ ແລະຮູບແບບ, ເມື່ອສ້າງສໍາເລັດແລ້ວແມ່ນມອບໃຫ້ສູນຂໍ້ມູນຂ່າວສານ ເປັນຜູ້ຄຸ້ມຄອງ ແລະແຈກຢາຍໃຫ້ກັບທຸກລະບົບການສຶກ ສາຂອງພັກ ທັງໃນສູນກາງ ແລະທ້ອງຖິ່ນ. ໂດຍການກ່າວມອບ ຂອງ ທ່ານ ປອ ຄໍາມອນ ຈັນທະຈິດ ຮັກສາການ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ແລະກ່າວຮັບ ຂອງ ທ່ານ ປທ ນາງ ວະໄລລັກ ອະໄພ ຫົວໜ້າສູນ ຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໂດຍຊ້ອງໜ້າ ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະພັກ, ຮອງຫົວໜ້າ ສມປຊ ແລະພະນັກງານຄູ-ອາຈານທີ່ເຂົ້າຮ່ວມທັງໝົດ.

                   ໃນຕອນທ້າຍຂອງພິທີ ທ່ານປະທານກອງປະຊຸມໄດ້ໂອ້ລົມ ໃຫ້ທິດໃນວຽກງານດັ່ງກ່າວ ເຊິ່ງທ່ານ ໄດ້ເນັ້ນໜັກບາງຈຸດຄື ໃຫ້ສູນຂໍ້ມູນຂ່າວສານຍົກສູງຄວາມຮັບຜິດຊອບໃນການຄຸ້ມຄອງປຶ້ມ ໂດຍຈັດສັນບຸກຄະລາ ກອນເຂົ້າໃສ່ໜ້າວຽກ ໃຫ້ມີຜູ້ຮັບຜິດຊອບໃນການຄຸ້ມຄອງ, ແຈກຢາຍໃຫ້ຈະແຈ້ງ, ຊີ້ນໍາພະນັກງານຜູ້ມີໜ້າທີ່ຄຸ້ມ ຄອງປຶ້ມ, ບໍ່ໃຫ້ມີການຕົກເຮ່ຍເສຍຫາຍ ແລະສະຫຼຸບລາຍງານໃຫ້ຂັ້ນເທິງຮັບຊາບໃນແຕ່ລະໄລຍະ, ໃຫ້ປະ ສານສົມ ທົບກັບຄົມ ຄວສ (ຜູ້ສ້າງປຶ້ມ)ໃນການມອບ-ຮັບປຶ້ມໃນແຕ່ລະຄັ້ງໃຫ້ລະອຽດຈະແຈ້ງ ແລະບັນຫາໃດທີ່ຍັງ ບໍ່ທັນຈະແຈ້ງຊັດເຈນໃຫ້ປະສານງານ ແລະປ່ຽນຂໍ້ມູນນໍາກັນ ເພື່ອພ້ອມກັນແກ້ໄຂບັນຫາໃຫ້ລຸໂລ່ງໄປ ດ້ວຍດີ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ