ໃນຕອນເຊົ້າຂອງວັນທີ 22 ທັນວາ 2020 ທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມທາງໄກກ່ຽວກັບຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ທີ່ຈັດຂຶ້ນຢູ່ ກະຊວງແຜນການ ແລະການລົງທຶນ ເພື່ອສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2020 ແລະວາງທິດທາງແຜນການປະຈໍາປີ 2021 ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີການເຂົ້າຮ່ວມຂອງບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ທຸກພາກສ່ວນໃນຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ, ພ້ອມທັງໄດ້ມີການເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ຂອງບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງ ຈາກບັນດາກະຊວງ, ອົງການ, ແຂວງ, ນະຄອນຫຼວງ, ເຊິ່ງເປັນຄັ້ງທຳອິດ ທີ່ມີການເປີດກວ້າງທົ່ວປະເທດ ແລະມີຜູ້ເຂົ້າຮ່ວມທັງໝົດຫຼາຍກວ່າ 200 ທ່ານ.

ທ່ານ ແກ້ວວີສຸກ ໂສລະພົມ, ຫົວໜ້າສູນອິນເຕີເນັດແຫ່ງຊາດ, ຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ,​ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021. ໃນໄລຍະຕົ້ນປີທີ່ຜ່ານມາ, ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ໄດ້ເຄື່ອນໄຫວວຽກງານການຄຸ້ມຄອງອິນເຕີເນັດ ໃນ ສປປ ລາວ ຢ່າງຕັ້ງໜ້າ, ເຊິ່ງເປັນໄລຍະທີ່ມີຫຼາຍເຫດ ການເກີດຂຶ້ນ ແລະ ທີ່ພົ້ນເດັ່ນ ໂດຍສະເພາະໃນທົ່ວໂລກ ໄດ້ປະເຊີນໜ້າກັບໂລກລະບາດໂຄວິດ 19 ແລະ ພາຍໃນ ສປປ ລາວ ກໍ່ໄດ້ຖືກຜົນກະທົບເຊັ່ນດຽວກັນ, ເຊິ່ງເຮັດໃຫ້ເກີດມີການພົວພັນຂອງຄົນໃນສັງຄົມ ແລະ ການດຳລົງຊີວິດຮູບແບບໃໝ່ ຫຼື New Normal, ເຮັດໃຫ້ພວກເຮົາຫຍັບເຂົ້າໃກ້ການຫັນເປັນ ດິຈິຕອນ ຫຼາຍຂຶ້ນ.ຄຄອຊ ໄດ້ຊີ້ນຳຂະແໜງການກ່ຽວຂ້ອງ ແລະ ບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ ປະກອບສ່ວນຕໍ່ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ 19 ເປັນຕົ້ນ ໄດ້ສ້າງ ແລະ ສະຫນອງ ເວັບໄຊ້ທາງການ covid19.gov.la ແລະ ແອັບຕິດຕາມ LaoKYCເພື່ອເປັນຊ່ອງທາງໃນການເຜີຍແຜ່ຂໍ້ມູນທາງການ, ໄດ້ຕິດຕັ້ງສາຍດ່ວນ 165, 166 ເພື່ອໃຫ້ປະຊາຊົນໂທເຂົ້າມາສອບຖາມ ຫຼື ປຶກສາກັບ ກະຊວງ ສາທາລະນະສຸກ ໂດຍບໍ່ເສຍຄ່າ, ຂະແໜງໂທລະຄົມມະນາຄົມ ໄດ້ປະກອບສ່ວນ ເປັນເງິນສົດຈຳນວນ 2,6 ຕື້ກີບ ແລະ ການບໍລິການອື່ນໆ, ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ສານສື່ສານ ໄດ້ຊີ້ນຳໃຫ້ຫຼຸດຄ່າບໍລິການອິນເຕີເນັດ, ຫຼຸດຄ່າໂທລະສັບ, ແຈກດາຕ້າອິນເຕີເນັດໃຫ້ແກ່ສັງຄົມ ແລະ ໄດ້ສົ່ງຂໍ້ຄວາມສັ້ນ SMS ກ່ຽວກັບສະພາບພະຍາດໂຄວິດ-19 ຜ່ານໂທລະສັບມືຖືໃຫ້ແກ່ສັງຄົມທຸກວັນ. ແຕ່ໃນໄລຍະດັ່ງກ່າວ ກໍ່ໄດ້ເກີດມີຫຼາຍປະກົດການ ທີ່ຕິດພັນກັບວຽກງານການຄຸ້ມຄອງຂໍ້ມູນຂ່າວສານ ແລະ ຫາງສຽງ ຜ່ານອິນເຕີເນັດ ໂດຍສະເພາະ ກໍ່ແມ່ນການຮົ່ວໄຫຼຂອງຂໍ້ມູນ ແລະ ເອກະສານສຳຄັນຕ່າງໆ ກ່ອນການເຜີຍແຜ່ຢ່າງເປັນທາງການ, ບັນດາຂ່າວປອມ, ການໂຈມຕີ ຕໍ່ຕ້ານແນວທາງການນຳພາຂອງພັກ-ລັດ ທີ່ຖືກ ເຜີຍແຜ່ ແລະ ສົ່ງຕໍ່ ເທິງອິນເຕີເນັດ ກໍ່ຄືສື່ສັງຄົມອອນລາຍ.

ນອກຈາກນັ້ນແລ້ວ, ໃນໄລຍະການຈັດຕັ້ງປະຕິບັດມາດຕະການປ້ອງກັນ ໂຄວິດ-19, ບັນດາຂະແໜງການ ທັງພາກລັດ ແລະ ເອກະຊົນ ຍັງໄດ້ປັບໂຕເຂົ້າສູ່ New Normal ເປັນຕົ້ນ ໄດ້ມີການຮຽນການສອນຜ່ານທາງອອນລາຍ, ການດຳເນີນທຸລະກຳອອນລາຍຕ່າງໆ, ການສັ່ງຊື້ເຄື່ອງ-ອາຫານການກິນ ຜ່ານລະບົບອອນລາຍ ແລະ ການຈ່າຍເງິນຜ່ານລະບົບເອເລັກໂຕຣນິກ ໂດຍການສະແກນ QR Code ກໍ່ມີຫຼາຍຂຶ້ນ ເພື່ອຫຼີກລ່ຽງການສຳຜັດກັບຄົນອື່ນ ແລະ ການສຳຜັດເງິນສົດ. ພ້ອມດຽວກັນນັ້ນ ກໍ່ແມ່ນການນຳໃຊ້ເຕັກໂນໂລຊີທັນສະໄໝ ເຂົ້າໃນການເຮັດວຽກ ເພື່ອໃຫ້ວຽກງານຍັງສາມາດສືບຕໍ່ໄປໄດ້, ສະເພາະພາກລັດເອງ ກໍ່ໄດ້ມີການຊຸກຍູ້ ສົ່ງເສີມການຫັນເປັນ ລັດຖະບານດິຈິຕອນ ໂດຍຫຼາຍພາກສ່ວນໄດ້ມີການເຮັດວຽກ ແລະ ການສື່ສານຜ່ານທາງອອນລາຍ ເປັນຕົ້ນ ລະບົບກອງປະຊຸມທາງໄກ (Video Conference), ລະບົບອີເມວ, ລະບົບສື່ສານພາກລັດ G-Chat, ລະບົບຫ້ອງການທັນສະໄໝ (e-Office); ໃນການປະຊຸມ ຄຄອຊ ຄັ້ງນີ້ ກໍ່ມີການນໍາໃຊ້ ລະບົບກອງປະຊຸມທາງໄກ ໃນການເຂົ້າຮ່ວມ ຈາກບັນດາກະຊວງ, ອົງການ, ແຂວງ ແລະ ນະຄອນຫລວງ ໃນທົ່ວປະເທດ.

ນອກຈາກນັ້ນ ຄຄອຊ ກໍ່ໄດ້ເນັ້ນໜັກ ວຽກງານການຕິດຕາມ, ກວດກາ ແລະ ຕອບຕ້ານ ບັນດາຫາງສຽງສັງຄົມ ເທິງສື່ສັງຄົມອນນລາຍ, ວຽກງານການແກ້ໄຂການພະນັນອອນລາຍ, ການແກ້ໄຂການຂາຍຫວຍເຖື່ອນ, ການກວດກາການນໍາໃຊ້ຄື້ນຄວາມຖີ່ຂ້າມແດນຕາມຊາຍແດນ ແລະ ການແກ້ໄຂປະກົດການຫຍໍ້ທໍ້ຕາມຮ້ານອິນເຕີເນັດຄາເຟ. ນັບແຕ່ວັນທີ 01 ກໍລະກົດ 2020 ເປັນຕົ້ນມາ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ກໍໄດ້ຊີ້ນໍາ ໃຫ້ບັນດາຜູ້ໃຫ້ບໍລິການໂທລະຄົມມະນາຄົມ ສູມໃສ່ວຽກງານການຂຶ້ນທະບຽນຊິມຄາດ, ເຊິ່ງໃນກອງປະຊຸມຄັ້ງນີ້ ກໍໄດ້ມີການຕັ້ງໂຕະບໍລິການ ຂື້ນທະບຽນເລກຫມາຍໂທລະສັບ ທີ່ຫ້ອງສະໂມສອນໃຫຍ່ ຂອງກະຊວງ ແຜນການ ແລະ ການລົງທຶນ ແລະ ໄດ້ຮັບກຽດ ຈາກທ່ານ ສອນໄຊ ສີພັນດອນ ປະທານ ຄຄອຊ ໄດ້ຢ້ຽມຢາມ ແລະ ຂຶ້ນທະບຽນເລກຫມາຍໂທລະສັບ, ທ່ານ ປະທານ ໄດ້ສະແດງຄວາມຊົມເຊີຍ ແລະ ໄດ້ມີທິດຊີ້ນໍາ ໃຫ້ບັນດາບໍລິສັດ ສືບຕໍ່ໂຄສະນາເຜີຍແຜ່ ແລະ ເລັ່ງຈັດຕັ້ງປະຕິບັດວຽກງານຂື້ນທະບຽນເລກຫມາຍໂທລະສັບ ໃຫ້ສໍາເລັດຕາມແຜນການ.

ໃນກອງປະຊຸມຄັ້ງນີ້ ກໍ່ໄດ້ລາຍງານກ່ຽວກັບການສ້າງ ວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 5 ປີ ຄັ້ງທີ I (2021-2025), ເຊິ່ງແຜນພັດທະນາ ເສດຖະກິດດິຈິຕອນ ດັ່ງກ່າວ ໄດ້ຖືກຮັບຮອງໂດຍພື້ນຖານ ໃນກອງປະຊຸມລັດຖະບານ ປະຈໍາເດືອນກັນຍາ ທີ່ຜ່ານມາ, ຄະນະ ໄດ້ປັບປຸງເນື້ອໃນໃຫ້ສົມບູນຂຶ້ນຕື່ມ ແລະ ຢູ່ໃນຂັ້ນຕອນກວດກາລາຍລະອຽດ ແລະ ສະເໜີລົງລາຍເຊັນຮັບຮອງ ແລະ ປະກາດນໍາໃຊ້ ໂດຍຜ່ານຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ເຊິ່ງແຜນພັດທະນາ ເສດຖະກິດດິຈິຕອນ ແມ່ນເປັນວາລະແຫ່ງຊາດ, ຈະໄດ້ມີການແຕ່ງຄະນະກໍາມະການລະດັບຊາດ ທີ່ປະກອບດ້ວຍຫຼາຍພາກສ່ວນ ຊີ້ນໍາໂດຍກົງຈາກທ່ານ ນາຍົກລັດຖະມົນຕີ, ປະກອບເປັນເນື້ອໃນ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ IX (2021-2025) ເພື່ອເປັນບ່ອນອີງໃຫ້ທຸກພາກສ່ວນ ຜັນຂະຫຍາຍເປັນອັນລະອຽດ ເຂົ້າໃນຂະແໜງການຂອງຕົນເອງ ໃນຊຸມປີຕໍ່ໜ້າ.

ສຳລັບທິດທາງແຜນການໃນຕໍ່ໜ້າ, ຄຄອຊ ຈະສືບຕໍ່ຊີ້ນຳການສ້າງ, ປັບປຸງ ແລະ ຈັດຕັ້ງປະຕິບັດ ບັນດານິຕິກຳ ກ່ຽວກັບວຽກງານຄຸ້ມຄອງໄອຊີທີ ແລະ ດິຈິຕອນ, ສື່ສັງຄົມອອນລາຍ ເພື່ອໃຫ້ກວມເອົາຊ່ອງທາງ ແລະ ວິທີການໃໝ່ ທີ່ເກີດຂຶ້ນ ແລະ ຖືກນຳໃຊ້ຫຼາຍໃນສັງຄົມ ເປັນແຕ່ລະໄລຍະ. ສືບຕໍ່ ວຽກງານການພັດທະນາເສດຖະກິດດິຈິຕອນຂອງ ສປປ ລາວ ໂດຍການຜັນຂະຫຍາຍ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ຂອງ ລັດຖະບານ, ຊຸກຍູ້ສົ່ງເສີມ ການຫັນເປັນດິຈິຕອນ ແລະ ການນໍາໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າໃນຂະແຫນງອຸດສາຫະກໍາ, ກະສິກໍາ, ການບໍລິການ ແລະບັນດາ ຈຸນລະວິສາຫະກິດ, ທຸລະກິດຂະຫນາດນ້ອຍ ແລະ ຂະຫນາດກາງ MSME, ປັບໂຄງປະກອບສ້າງຂອງເສດຖະກິດ ແລະ ສ້າງໃຫ້ມີສະພາບແວດລ້ອມໃນການສ້າງບັນດາ Startup, ສ້າງ ແລະ ສົ່ງເສີມ ໃຫ້ມີການການຄ້າເອເລັກໂຕຣນິກ ແລະ ການບໍລິການທີ່ປິ່ນອ້ອມ. ສືບຕໍ່ວຽກງານການຄຸ້ມຄອງ ແລະ ແກ້ໄຂການພະນັນອອນລາຍ, ການຂາຍຫວຍເຖື່ອນ, ກວດກາການນໍາໃຊ້ຄື້ນຄວາມຖີ່ ແລະ ອິນເຕີເນັດຄາເຟ ທີ່ໃຫ້ບໍລິການ ບໍ່ຖືກຕ້ອງກັບລະບຽບ ກົດໝາຍ, ວຽກງານການຂຶ້ນທະບຽນຊິມຄາດ. ສືບຕໍ່ການສ້າງ ລັດຖະບານເອເລັກໂຕຣນິກ, ໂດຍສະເພາະກໍ່ແມ່ນການຂະຫຍາຍ ແລະ ສົ່ງເສີມການນຳໃຊ້ໃຫ້ແກ່ບັນດາກະຊວງ, ອົງການລັດຖະບານ ທັງໃນສູນກາງ ແລະ ທ້ອງຖິ່ນ ໄດ້ນຳໃຊ້ໃຫ້ເກີດປະໂຫຍດ ແລະ ສາມາດຮັກສາຄວາມປອດໄພ ແລະ ບໍ່ໃຫ້ຂໍ້ມູນຂອງລັດຖະບານທີ່ສຳຄັນ ຮົ່ວໄຫຼອອກນອກປະເທດ. ສືບຕໍ່ວຽກງານການພັດທະນາ-ຄຸ້ມຄອງ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ແບບລວມສູນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນ ຮອງຮັບການຫັນເປັນດິຈິຕອນ, ການພັດທະນາເສດຖະກິດດິຈິຕອນ ແລະ ການກ້າວເຂົ້າສູ່ຍຸກອຸດສາຫະກຳ 4.0 ໃນອະນາຄົດ.ສືບຕໍ່ວຽກງານການເຄື່ອນໄຫວຖອດຖອນບົດຮຽນ ແລະ ກໍ່ສ້າງບຸກຄະລາກອນ ໃຫ້ມີຄວາມສາມາດສູງຂຶ້ນ ໃນວຽກງານການຄຸ້ມຄອງອິນເຕີເນັດ.  ສືບຕໍ່ຊຸກຍູ້ ຜັກດັນ ໃຫ້ວຽກງານເຕັກນິກທີ່ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຜົນສຳເລັດ ແລະ ປະກົດຜົນເປັນຈິງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ