ໃນວັນທີ 9 ທັນວາ 2020 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຈັດພິທີປິດຊຸດຮຽນລະບົບຊັ້ນກາງຂຶ້ນ ພາຍໃຕ້ການເປັນປະທານ ຂອງທ່ານ ປທ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງ ມີທ່ານ ປທ ນ. ບົວສີ ນາຖາວົງ ຄະນະປະຈຳພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ທ່ານ ແດງ ປະທຸມທອງ ຮອງເລຂາພັກແຂວງໄຊສົມບຸນ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະປະຈຳພັກເມືອງ 7 ເມືອງ, ບັນດາຜູ້ຕ່າງໜ້າຈາກບັນດາພະແນກການ ແລະບັນດາທ່ານຄູ-ອາຈານ, ນັກສຶກສາຮຸ່ນເຂົ້່າຮ່ວມທັງໜົດ 64 ສະຫາຍ, ຍິງ 14 ສະຫາຍ

ພິທີດັ່ງກ່າວ ທ່ານ ນ. ບົວສີ ນາຖາວົງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນລະບົບຊັ້ນກາງ ຮຸ່ນ XVI ສົກຮຽນ 2019-2020 ເຊິ່ງເລີ່ມຈັດຕັ້ງປະຕິບັດການຮຽນ-ການສອນ ມາແຕ່ວັນທີ 03/06/2019 ເປັນຕົ້ນມາ ຮອດວັນທີ 19/11/2020 ສາມາດຈັດຕັ້ງແຜນໂຄງການຫຼັກສູດຮຽນ-ການສອນສຳເລັດ ຕາມໂຄງການຫຼັກສູດ 100%. ລວມວິຊາຮຽນທັງໝົດ28 ວິຊາ, ມີ 80 ໜ່ວຍກິດ ເຊິ່ງປະກອບດ້ວຍບັນດາໜວດວິຊາຄື: ໝວດວິຊາຄວາມຮູ້ທົ່ວໄປ ມີ 14 ວິຊາ, ໝວດວິຊາເຕັກນິກທົ່ວໄປ ມີ 7 ວິຊາ,ໝວດວິຊາສະເພາະ ມີ 7 ວິຊາ ແລະຂຽນບົດປ້ອງກັນຈົບຊັ້ນ. ສະເລ່ຍຜົນການຮຽນຂອງນັກສຶກສາຕະຫຼອດຊຸດຮຽນໃນຈຳນວນ 28 ວິຊາຮຽນທັງໝົດ ບວກກັບຄະແນນປ້ອງກັນບົດທົບທວນສະຫຼຸບໄດ້ຄື: ນັກສຶກສາຮຽນເກັ່ງທີ່ໄດ້ຄະແນນເກຣດ A (ປະເພດດີເລີດ) ຕະຫຼອດຊຸດຮຽນນີ້ມີ 4 ສະຫາຍ, ຍິງ 3 ສະ​ຫາຍກວມ 6,25%, ນັກສຶກສາທີ່ໄດ້ຄະແນນເກຣດ B+ (ດີຫຼາຍ) ມີ 60 ສະຫາຍກວມ 93,75%.        

ຕະຫຼອດດຊຸດຮຽນ ປະຕິບັດຕາມເນື້ອໃນຂໍ້ແຂ່ງຂັນຂອງໂຮງຮຽນ ຕໍ່ນັກສຶກສາຮຽນເກັ່ງທີ່ຄົບກັບມາດຖານ ແລະເງື່ອນໄຂ ຕາມຂໍ້ແຂ່ງຂັນຂອງໂຮງຮຽນທີ່ໄດ້ກຳນົດໄວ້ ເຊິ່ງສາມາດປະເມີນນັກສຶກສາດີເດັ່ນແຕ່ລະປະເພດມີດັ່ງ​ນີ້:                                              

– ນັກສຶກສາດີເດັ່ນ (ປະເພດ I) ລວມມີ 28 ສະຫາຍ, ຍິງ 10 ສະຫາຍ;                                 
– ນັກສຶກສາດີເດັ່ນ (ປະເພດ II) ມີ 24 ສະຫາຍ, ຍິງ 02 ສະຫາຍ.                                         
– ນັກສຶກສາດີເດັ່ນ (ປະເພດ III) ມີ 12 ສະຫາຍ, ຍິງ 02 ສະຫາຍ.

ໃນຕອນທ້າຍພິທີໄດ້ຮັບຟັງການໂອ້ລົມ ຈາກທ່ານ ປທ ບົວເງິນ ຫຸມໄຊຍະພົມ ໄດ້ຍ້ອງຍໍຊົມ ເຊີຍຕໍ່ຄະນະໂຮງຮຽນ ທີ່ໄດ້ເອົາໃຈໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນກາງ ໃນຄັ້ງນີ້ໃຫ້ມີຜົນສຳເລັດ ແລະທ່ານຍັງໄດ້ເນັ້ນໜັກໃຫ້ໃນສຶກສາທີສຳເລັດການສຶກສາ ຕ້ອງໄດ້ນຳເອົາບົດຮຽນທາງດ້ານທິດສະດີ ເພື່ອໄປໜູນໃຊ້ເຂົ້໊າໃນວຽກງານຂອງຕົນ, ຮູ້ຈັກອັນໃດຜິດ, ອັນໃດຖືກອັນໃດສອດຄ່ອງເໝາະສົມ ຫຼື ບໍ່ສອດຄ່ອງ, ບົນພື້໊ນຖານເດັດດ່ຽວປົກປ້ອງສິ່ງທີ່ຖືກຕ້ອງ ພ້ອມກັນນັ້ນກໍຕັດສິນໃຈດັດແປງແກ້ໄຂອັນບໍ່ຖືກຕ້ອງຢ່າງທັນການ.ໃຫ້ມີທ່າກ້າວດີຂຶ້ນ, ປະກອບສ່ວນເຂົ້້າໃນການພັດທະນາປະເທດຊາດ; ຕໍ່ຄູ-ອາຈານ​ສືບ​ຕໍ່​ເອົາ​ໃຈ​ໃສ່ຄົ້ນຄ້ວາຮໍ່າຮຽນຍົກ​ລະ​ດັບ​ຕົນ​ເອງ​ຢູ່​ສະ​ເໝີ​ດ້ວຍ​ຮູບ​ການ​ຕ່າງໆເພື່ອ​ຍົກ​ລະ​ດັບ​ການ​ສິດ​ສອນ​ໃຫ້​ດີ​ມີ​ຄຸນ​ນະ​ພາບ, ໃຫ້​ເອົາ​ໃຈ​ໃສ່​ຄົ້ນ​ຄວ້າ​ເຊື່ອມ​ຊຶມກຳແໜ້ນທິດ​ສະ​ດີ​ມາກ-ເລ​ນິນ, ແນວ​ຄິດໄກ​ສອນພົມ​ວິ​ຫານກໍ​ຄືແນວທາງແຜນນະໂຍບາຍຂອງພັກ, ນະໂຍບາຍ, ລະບຽບການ ແລະກົດໝາຍຂອງ​ລັດທີ່ວາງອອກແຕ່ລະໄລຍະເພື່ອປະກອບເຂົ້າໃນການສິດສອນໃຫ້ມີຊີວິດຊີວາບໍ່ແຫ້ງແລ້ງ. ທິດ​ສະ​ດີຕ້ອງ​ຕິດ​ພັນ​ກັບ​ພຶດ​ຕິ​ກຳ. ພ້ອມ​ກັນ​ນັ້ນ, ຕ້ອງຮັກສາຄວາມເປັນແບບຢ່າງນຳໜ້າວຽກຮອບດ້ານ ໂດຍຕິດພັນກັບຂໍ້ແຂ່ງຂັນຂອງຄູ ຮັກ​ສາ​ຈັນ​ຍາ​ບັນ​ຂອງ​ອາ​ຊີບ​ໃຫ້​ດີ​ສະ​ເໝີ​ໄປ.

          ຂ່າວ-ພາບໂດຍ: ທ່ານ ຈັນເພັງ ນັນທະວົງ
ຄູ-ອາຈານໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ.
ບັນນາທິການ: ຄອນສະຫວັນ ແສນຍານຸພາບ