ໃນວັນທີ 1 ທັນວາ 2020, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2/12/1975-2/12/2020) ແລະສະຫຼຸບຜົນງານປະຈຳປີ 2020 ໂດຍພາຍໃຕ້ການເປັນປະທານໃນພິທີຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ, ຄະນະນຳ ສມປຊ, ມີບັນດາຫົວໜ້າ, ຮອງຫົວໜ້າຈາກ 12 ພາກສ່ວນຂັ້ນກົມຂອງ ສມປຊ, ມີພະນັກງານ, ຄູ-ອາຈານ ແລະຄະນະພັກ, ຄະນະຫ້ອງຂອງນັກສຶກສາແຕ່ລະຮຸ່ນເຂົ້າຮ່ວມກັນຢ່າງພ້ອມພຽງ.

      ທ່ານ ປທ ຄົມວິກິດ ສິມມະລີວົງ ຮອງຫົວໜ້າຫ້ອງການ ສມປຊ ໄດ້ຂຶ້ນຜ່ານບົດສະຫຼຸບການ ເຄື່ອນໄຫວຕະຫຼອດໄລຍະປີ 2020 ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດປະກອບມີ: 12 ໜ່ວຍງານທຽບເທົ່າ, ມີ 38 ພະແນກ, ມີພະນັກງານທັງໝົດ 237 ຄົນ, ຍິງ 102 ຄົນ, ມີຮອງສາດສະດາຈານ 2 ຄົນ, ປະລິນຍາເອກ 17 ຄົນ, ຍິງ 5 ຄົນ, ປະລິນຍາໂທ 71 ຄົນ, ຍິງ 29 ຄົນ, ປະລິນຍາຕີ 139 ຄົນ, ຍິງ 67 ຄົນ, ຊັ້ນສູງ 6 ຄົນ, ຍິງ 2 ຄົນ, ຊັ້ນກາງ 3 ຄົນ, ຍິງ 1 ຄົນ, ຊັ້ນຕົ້ນ 3 ຄົນ. ເຊິ່ງໃນໄລຍະ 1 ປີຜ່ານມາໄດ້ມີຜົນສໍາເລັດຄື:

  • ວຽກອົບຮົມການເມືອງ-ແນວຄິດແມ່ນໄດ້ເຊື່ອມຊຶມມະຕິຄໍາສັ່ງ ແລະເອກະສານຕ່າງໆທັງໝົດ 3 ເທື່ອມີຜູ້ເຂົ້າຮ່ວມ 2.163 ຄົນ, ຈັດຕັ້ງການປາຖະກະຖາເລົ່າມູນເຊື້ອໂດຍຕິດພັນກັບການຈັດຕັ້ງພິທີສະ ເຫຼີມສະຫຼອງວັນສຳຄັນຕ່າງໆທັງໝົດ 4 ຄັ້ງ, ມີຜູ້ເຂົ້າຮ່ວມ 1.770 ເທື່ອຄົນ. ນອກນັ້ນ, ໄດ້ແຕ່ງຕັ້ງພະນັກງານໃສ່ຕຳແໜ່ງບໍລິ ຫານຂັ້ນຕ່າງໆ ຈຳນວນ 13 ຕຳແໜ່ງ ເຊັ່ນ: ຮັກສາການຫົວໜ້າກົມ ຫຼື ທຽບເທົ່າຈຳ​ນວນ 2 ຕຳ​ແໜ່ງ, ຫົວໜ້າພະແນກ ຫຼື ທຽບເທົ່າ 2 ຄົນ, ຮອງຫົວໜ້າພະແນກ ຫຼື ທຽບເທົ່າ 7 ຄົນ, ຍິງ 2 ຄົນ. ທຽບໃສ່ແຜນການສາມາດຈັດຕັ້ງປະຕິບັດໄດ້ 56,52%.
  • ວຽກງານ​ແຂ່ງຂັນ​-ຍ້ອງຍໍ​​ແມ່ນ​ສາມາດ​ປະຕິບັດ​ຕາມ​ແຜນການ​ທີ່​ວາງ​ໄວ້​ ໂດຍນັກ​ສຶກສາ​ທັງໝົດທີ່​ຈົບ​ໃນສົກ 2019-2020 ຈໍານວນ 336 ຄົນ​ ​ແລະສາມາດ​ຄັດ​ເລຶອກ ​ເປັນ​ນັກ​ສຶກສາ​ຮຽນ​ເກັ່ງ​ມີ​ວິ​ໄນ​ດີ, ຈໍານວນ  234ຄົນ ປະເພດ I ຈໍານວນ 71 ຄົນ, ຍິງ 17 ຄົນ; ປະເພດ II ຈໍານວນ 109 ຄົນ, ຍິງ 31 ຄົນ; ປະເພດ III ຈໍານວນ 55 ຄົນ, ຍິງ 9 ຄົນ; ຄະນະພັກຄະນະຫ້ອງໃນການຊີ້ນໍານໍາພາຫ້ອງຮຽນ ປະເພດ I ຈໍານວນ 19 ຄົນ, ຍິງ 7 ຄົນ, ປະເພດ II ຈໍານວນ 6 ຄົນ, ຍິງ 1 ຄົນ ແລະຫ້ອງຮຽນດີເດັ່ນປະເພດ I ຈໍານວນ 3 ຫ້ອງ ແລະປະເພດ II ຈໍານວນ 3 ຫ້ອງ.

– ວຽກການຄົ້ນຄວ້າວິທະຍາສາດທັງໝົດຈໍານວນ 22 ຫົວຂໍ້ໃຫຍ່ ມີ 79 ຫົວຂໍ້ຍ່ອຍ, ບົດປະກອບຄຳເຫັນ ຈຳນວນ 4 ບົດ ແລະສໍາເລັດການເກັບກໍາບົດວິທະຍາສາດສ້າງເປັນປື້ມຈໍານວນ 1 ເຫຼັ້ມ, ລາຍລະອຽດມີຄື:

+ ຊີ້ນໍາການຂຽນ​ບົດນັກ​ສຶກ​ສາ​ທຸກ​ຮຸ່ນ​ທຸກ​ລະ​ບົບ​ຮຽນ ທັງ​ພາຍ​ໃນ ແລະ​ພາຍນອກ ໄດ້​ທັງ​ໝົດ 486 ບົດ, ຂຽນ​ບົດ​ວິ​ທະ​ຍາ​ສາດ ໄດ້ 113 ບົດ, ວາ​ລະ​ສານ ໄດ້ 19 ບົດ, ປື້ມ​ຕຳ​ລາ​ຮຽນ​ໄດ້ 9 ວິ​ຊາ, ສ້າງຫຼັກ​ສູດ​ໄດ້ 3 ຫຼັກ​ສູດ (ຫຼັກ​ສູດ​ທິດ​ສະ​ດີການ​ເມືອງ ຂັ້ນ​ຕົ້ນ, ຂັ້ນ​ກາງ ແລະ​ຂັ້ນ​ສູງ).

+ ຂຽນປະຫວັດສະຖາບັນການ​ເມືອງ ແລະ ການ​ປົ​ກ​ຄອງ​ແຫ່ງ​ຊາດ ຈໍານວນ 12 ຫົວຂໍ້ໃຫຍ່ 38 ຫົວຂໍ້ຍ່ອຍ.

+ ຂຽນບົດວິທະຍາສາດຫົວຂໍ້: ລົງເລິກແຕ່ລະຂະແໜງການ ຈຳນວນ 6 ຫົວຂໍ້ໃຫຍ່ 19 ຫົວຂໍ້ຍ່ອຍ.

+ ຄົ້ນຄວ້າວິທະຍາສາດ 3 ຝ່າຍ ຫົວຂໍ້: ສ້າງກຳລັງປະກອບອາວຸດປະຕິວັດປະຊາຊົນ ໃຫ້ໜັກແໜ້ນ, ເຂັ້ມແຂງ ແລະທັນສະໄໝ ມີ 1 ຫົວຂໍ້ໃຫຍ່, ມີ 2 ຫົວຂໍ້ຍ່ອຍ, ແລະບົດປະກອບຄໍາເຫັນ 1 ບົດ; ຫົວຂໍ້: ບົດບາດຊາວໜຸ່ມ ໃນການພັດທະນາ ສມປຊ.

ຕໍ່ກັບຜົນງານທີ່ພະນັກງານທົ່ວ ທີ່ ສມປຊ ເຮັດສໍາເລັດໃນໄລຍະ 1 ປີຜ່ານມານັ້ນ, ກົມຈັດຕັ້ງ-ພະນັກງານໄດ້ຈັດພິທີຍ້ອງຍໍໃຫ້ພະນັກງານບໍລິຫານທົ່ວ ສມປຊ ເຊິ່ງສະແດງອອກດັ່ງນີ້: ຜູ້ທີ່ໄດ້ຮັບການຍ້ອງ​ຍໍ​ພະ​ນັກ​ງານ​ດີ​ເດັ່ນ ປະ​ເພດ I ມີ 55 ຄົນ, ຍິງ 21 ຄົນ, ປະ​ເພດ II ມີ 56 ຄົນ, ຍິງ 26 ຄົນ, ປະ​ເພດ III ມີ 30 ຄົນ, ຍິງ 16 ຄົນ

ຕໍ່ກັບຜົນງານດັ່າວກ່າວ, ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ສະແດງຄວາມຊົມເຊີຍຕໍ່ກັບພະນັກງານ, ທີ່ໄດ້ທຸ່ມເທແຮງສະຕິປັນຍາ ເຂົ້າໃນໜ້າທີ່ວຽກງານການເມືອງຂອງ ສມປຊ ຈຶ່ງເຮັດໃຫ້ຜົນງານອອກ ມາໄດ້ທັງປະລິມານ ແລະຄຸນນະພາບ, ແຕ່ເພື່ອເປັນການສືບຕໍ່ ແລະໃຫ້ທິດຊີ້ທາງວຽກງານໃນຕໍ່ໜ້າປະທານປະທານພິທີ ໄດ້ໂອ້ລົມເນັ້ນໃຫ້ ປັບປຸງການຈັດຕັ້ງ, ເພີ່ມ​ທະວີ​ການຄົ້ນຄວ້າ​ວິທະຍາສາດ​ໃຫ້​ມີ​ຄຸນ​ນະພາ​ບສູງ, ສາມາດ​ສະໜອງຂໍ້​ມູນຮັບ​ໃຊ້​ໃຫ້​ແກ່ລະບົບ​ການຮຽນ-ການ​ສອນ ​ແລະຄວາມຮຽກຮ້ອງຕ້ອງການ​ໃນ​ໄລຍະ​ໃໝ່ຄຽງຄູ່ກັບການສ້າງ ແລະປັບປຸງບັນດາລະບົບ​ພື້ນຖານ​ໂຄງ​ລ່າງ, ສະໜອງວັດຖຸ​ອຸປະກອນ​ທີ່​ຈຳ​ເປັນດ້ວຍ​ການຂຸດຄົ້ນ ແລະນຳໃຊ້ທຶນທີ່ມີຢ່າງຈຳກັດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ການເມືອງຂອງສະຖາບັນໃຫ້ມີລັກສະນະຄົບຖ້ວນ ແລະມີຄຸນະພາບດີຂຶ້ນກວ່າເກົ່າ ເພື່ອເຂົ້າສູ່ຄວາມທັນສະໄໝເທື່ອລະກ້າວ.

ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ