ໃນຕອນເຊົ້າຂອງວັນທີ 27 ພະຈິກ 2020 ທີ່ສະໂມສອນໂຮງຮຽນການເມືອງ ແລະການປົກຄອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະຫຼຸບການຈັດຕັ້ງການຮຽນ-ການສອນ ສົກປີ 2019-2020 ແລະເປີດ ຮຽນທິດສະດີການເມືອງ ແລະການປົກຄອງ ສົກປີ 2020-2021 ຂຶ້ນຢ່າງເປັນທາງການ. ໂດຍການເປັນປະທານຂອງ ທ່ານ ປຼທ ນາງ ວຽງພອນ ແກ້ວຄູນສີ, ກໍາມະການຄະນະພັກ ນະຄອນຫຼວງວຽງຈັນ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ ນະຄອນຫຼວງວຽງຈັນ,ໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ອານຸພາບ ຕຸນາລົມ, ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ປະທານ ສະພາປະຊາຊົນ ນະຄອນຫຼວງວຽງຈັນ, ທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີຜູ້ຕາງໜ້າໜ່ວຍງານຂັ້ນກົມຈາກສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ບັນ ດາພະແນກການ, ບັນດາເມືອງອ້ອມຂ້າງນະຄອນຫຼວງວຽງຈັນ, ພະນັກງານ-ຄູອາຈານ ແລະນັກສຶກສາອະນຸປະລິນຍາຮຸ່ນທີ XV, XVI, XVII,  ຊັ້ນກາງຮຸ່ນທີ IX, ຊັ້ນຕົ້ນ 3 ຫ້ອງຮຽນ ຈຳນວນທັງໝົດ 400 ກ່ວາຄົນເຂົ້າຮ່ວມ.

 ທ່ານ ປທ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ ນະຄອນ ຫຼວງວຽງຈັນໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງການຮຽນ-ການສອນ ໃນສົກຮຽນ 2019-2020 ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດບາງດ້ານຄື: ໄດ້ຈັດຕັ້ງການຮຽນ-ການສອນທັງໝົດ 7 ລະບົບຮຽນ ຄື: ບຳລຸງໄລຍະສັ້ນຫົວຂໍ້ສະເພາະ, ບຳລຸງ 10 ວັນເລຂາພັກ-ນາຍບ້ານ, ບຳລຸງ 45 ວັນ, ຊັ້ນຕົ້ນ, ຊັ້ນກາງ ແລະຊັ້ນອະນຸປະລິນຍາລວມມີ 28 ຫ້ອງຮຽນ, ມີນັກສຶກສາເຂົ້າຮຽນທັງໝົດ 1.636 ຄົນ, ຍິງ 451 ຄົນ ຊຶ່ງແຕ່ລະບົບຮຽນ ມີຫ້ອງຮຽນ ດັ່ງນີ້:

1). ຫ້ອງຮຽນຊຸດຝືກອົບຮົມກະຊວງການຕ່າງປະເທດ ແລະຄະນະພົວພັນຕ່າງປະເທດສູນກາງພັກ ຈຳນວນ 2 ຄັ້ງ, ມີນັກສຶກສາ 69 ທ່ານ, ຍິງ 34 ທ່ານ ດັ່ງນີ້:

– ຊຸດທີ 22 ມີນັກສຶກສາທັງໝົດ 49 ທ່ານ, ຍິງ 25 ທ່ານ.

– ຊຸດທີ 23 ມີນັກສຶກສາທັງໝົດ 20 ທ່ານ, ຍິງ 09 ທ່ານ.

2). ຫ້ອງຮຽນຊຸດຝືກອົບຮົມ ນັກກວດຊອບແຫ່ງລັດຂັ້ນ 01 ອົງການກວດຊອບແຫ່ງລັດ ແລະອົງການກວດສອບປະຈຳພາກ, ມີນັກສຶກສາທັງໝົດ 18 ທ່ານ, ຍິງ 05 ທ່ານ, ໃນນີ້ພາກເໜືອມີ 04 ທ່ານ, ຍິງ 01 ທ່ານ ແລະພາກກາງ 01 ທ່ານ.

3). ຫ້ອງຮຽນທິດສະດີການເມືອງ-ການປົກຄອງຊັ້ນອະນຸປະລິນຍາ ມີ 3 ຫ້ອງ, ມີນັກສຶກສາເຂົ້າຮຽນທັງໝົດ 153 ຄົນ, ຍິງ 32 ຄົນ ໃນນັ້ນ:

– ອະນຸປະລິນຍາຮຸ່ນ XIV ມີ 53 ຄົນ, ຍິງ 11 ຄົນ.

–  ອະນຸປະລິນຍາຮຸ່ນ XV ມີ 48 ຄົນ, ຍິງ 10 ຄົນ ແລະ

– ອະນຸປະລິນຍາຮຸ່ນ XVI ມີ 52 ຄົນ, ຍິງ 11 ຄົນ. (ໝາຍເຫດອະນຸປະລິນຍາຮຸ່ນ XIV ຮຽນຈົບ 53 ຄົນ, ຍິງ 11 ຄົນ).

4). ຫ້ອງຮຽນທິດສະດີການເມືອງ-ການປົກຄອງຊັ້ນກາງ ຮຸ່ນທີ IX, ມີນັກສຶກສາ 18 ຄົນ, ຍິງ 6 ຄົນ.

5). ຫ້ອງຮຽນທິດສະດີການເມືອງ-ການປົກຄອງຊັ້ນຕົ້ນ ມີ 8 ຫ້ອງ, ມີນັກສຶກສາທັງໝົດ 445 ຄົນ, ຍິງ 143 ຄົນ, ໃນນັ້ນ:

– ຫ້ອງຮຽນຊັ້ນຕົ້ນເມືອງໄຊທານີຊຸດທີ 2 ມີ 64 ຄົນ, ຍິງ 14 ຄົນ.

– ຫ້ອງຮຽນຊັ້ນຕົ້ນພະແນກຖະແຫຼງຂ່າວຊຸດທີ 1 ມີ 46 ຄົນ, ຍິງ 25 ຄົນ.

– ຫ້ອງຮຽນຊັ້ນຕົ້ນສານປະຊາຊົນ ນວ ຊຸດທີ 1 ມີ 61 ຄົນ, ຍິງ 27 ຄົນ.

– ຫ້ອງຮຽນຊັ້ນຕົ້ນພະແນກການເງິນຊຸດທີ 2 ມີ 64 ຄົນ, ຍິງ 23 ຄົນ.

– ຫ້ອງຮຽນຊັ້ນຕົ້ນພະແນກກະສິກຳ-ປ່າໄມ້ຊຸດທີ 2 ມີ 62 ຄົນ, ຍິງ 23 ຄົນ.

– ຫ້ອງຮຽນຊັ້ນຕົ້ນພະແນກສຶກສາ ແລະກິລາຊຸດທີ 8 ມີ 46 ຄົນ, ຍິງ 16 ຄົນ.

– ຫ້ອງຮຽນຊັ້ນຕົ້ນລັດວິສາຫະກິດ ນ້ຳປະປາ ນວ ຊຸດທີ 1 ມີ 37 ຄົນ, ຍິງ 13 ຄົນ ແລະ

– ຫ້ອງຮຽນຊັ້ນຕົ້ນເມືອງປາກງື່ມຊຸດທີ 2 ມີ 65 ຄົນ, ຍິງ 22 ຄົນ.

6). ຫ້ອງຮຽນບໍາລຸງທິດສະດີການເມືອງ-ການປົກຄອງ 45 ວັນ ມີ 2 ຫ້ອງ, ມີນັກສຶກສາທັງໝົດ 96 ຄົນ, ຍິງ 41 ຄົນ, ໃນນັ້ນ:

– ຫ້ອງຮຽນບຳລຸງ 45 ວັນ ທຫລ ຊຸດທີ VII ມີ 57 ຄົນ, ຍິງ 27 ຄົນ ແລະ

– ຫ້ອງຮຽນບຳລຸງ 45 ວັນ ທຫລ ຊຸດທີ VIII ມີ 39 ຄົນ, ຍິງ 14 ຄົນ).

7). ຫ້ອງຮຽນບຳລຸງທິດສະດີການເມືອງ-ການປົກຄອງ 10 ວັນ ທີ່ຈັດໃຫ້ສະເພາະເລຂາ, ຮອງເລຂາພັກບ້ານ ແລະນາຍບ້ານ, ຮອງນາຍບ້ານ ຂອງ 481 ບ້ານ ທົ່ວນະຄອນຫຼວງວຽງຈັນ ມີ 13 ຫ້ອງ, ມີຜູ້ເຂົ້າຮຽນທັງໝົດ 837 ຄົນ, ຍິງ 190 ຄົນ, ໃນນັ້ນ:

– ເມືອງໄຊທານີ 3 ຫ້ອງ ມີ 178 ຄົນ, ຍິງ 26 ຄົນ.

– ເມືອງປາກງື່ມ 2 ຫ້ອງ ມີ 116 ຄົນ, ຍິງ 15 ຄົນ.

– ເມືອງນາຊາຍທອງ 2 ຫ້ອງ ມີ 118 ຄົນ, ຍິງ 19 ຄົນ.

– ເມືອງຈັນທະບຸລີ 2 ຫ້ອງ ມີ 116 ຄົນ, ຍິງ 45 ຄົນ.

– ເມືອງສີໂຄດຕະບອງ 1 ຫ້ອງ ມີ 63 ຄົນ, ຍິງ 12 ຄົນ.

– ເມືອງໄຊເສດຖາ 1 ຫ້ອງ ມີ 58 ຄົນ, ຍິງ 15 ຄົນ.

– ເມືອງສີສັດຕະນາກ 1 ຫ້ອງ ມີ 61 ຄົນ, ຍິງ 32 ຄົນ.

– ເມືອງຫາດຊາຍຟອງ 1 ຫ້ອງ ມີ 70 ຄົນ, ຍິງ 10 ຄົນ ແລະ

– ເມືອງສັງທອງ 1 ຫ້ອງ ມີ 57 ຄົນ, ຍິງ 16 ຄົນ. ພິທີເປີດຊຸດຮຽນຊັ້ນອະນຸປະລິນຍາ ຮຸ່ນທີ XVII: ຈະເລີ່ມຮຽນໃນວັນທີ 30/11/ 2020 ຕາມມະຕິຂອງຄະນະຈຳພັກ ນະຄອນຫຼວງວຽງຈັນ ສະບັບເລກທີ 967/ຄພ.ນວ, ລົງວັນທີ 17/11/2020 ວ່າດ້ວຍການອະນຸມັດໃຫ້ພະນັກງານສະມາຊິກພັກເຂົ້າຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນອະນຸປະລິນຍາ ແລະໃບອະນຸມັດເປີດຮຽນ ສະບັບເລກທີ 1368/ສມປຊ, ລົງວັນທີ 26 ພະຈິກ 2020, ມີຜູ້ເຂົ້າຮຽນ 109 ຄົນ, ຍິງ 30 ຄົນ ທັງໝົດເປັນສະມາຊິກພັກທີ່ມາຈາກບັນດາເມືອງ ​ແລະພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ 61 ຄົນ, ຍິງ 15 ຄົນ, ບັນດາແຂວງໃກ້ຄຽງ ​ແລະ​ກະຊວງ​  17 ຄົນ, ມາຈາກກຳລັງປະກອບອາວຸດ (ປກຊ, ປກສ) 26 ຄົນ, ຍິງ 06 ຄົນ ແລະມາຈາກທະນາຄານແຫ່ງ ສປປ ລາວ 5 ຄົນ, ຍິງ 1 ຄົນ. ເນື້ອໃນ ແລະ ເວລາການຮຽນ-ການສອນ; ພື້ນຖານ ແມ່ນປະຕິບັດຕາມໂຄງການຫຼັກສູດທິດສະດີການເມືອງ-ການປົກຄອງຊັ້ນອະນຸປະລິນຍາລະບົບກໍ່ສ້າງ ຂອງສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ໃຊ້ເວລາຮຽນທັງໝົດ 02 ປີ, ແບ່ງອອກເປັນ 04 ພາກຮຽນ; ພາກຮຽນໜຶ່ງ 05 ເດືອນ, ມີທັງໝົດ 37 ວິຊາ, 80 ໜ່ວຍກິດ, 1.712 ຊມ ຄື: 1). ພາກຮຽນທີ 1 : ມີ 11 ວິຊາ, ມີ 23 ໜ່ວຍກິດ. 2). ພາກ ຮຽນທີ 2 : ມີ 09 ວິຊາ, ມີ 19 ໜ່ວຍກິດ. 3). ພາກຮຽນທີ 3: ມີ  09 ວິຊາ, ມີ 20  ໜ່ວຍກິດ. 4). ພາກຮຽນທີ 4 : ມີ  09 ວິຊາ, ມີ 18 ໜ່ວຍກິດ.

 

ບົດຂ່າວໂດຍ: ອຈ ລິດທອງ ທະນິດຖາ

ບັນນາທິການ: ຄອນສະຫວັນ ແສນຍານຸພາບ