ເພື່ອເປັນການຍົກສູງວຽກງານຂະບວນຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ຂ່ຳນັບຮັບຕ້ອນ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ (2.12.1975-2.12.2020) ທີ່ຈະມາເຖິງນີ້ ຄະນະບໍລິຫານງານ ຊາວໜຸ່ມ ສມປຊ ຈຶ່ງໄດ້ຈັດກິດຈະກຳຖາມ-ຕອບວິທະຍາສາດ ກ່ຽວກັບດ້ານແນວຄິດ, ທິດສະດີ, ຊີວິດ ແລະ ພາລະກິດການເຄື່ອນໄຫວ ຂອງປະທານ ໄກສອນ ພົມວິຫານ, ຄວາມຮູ້ທີ່ຕິດພັນກັບການຮຽນ-ການສອນ ຢູ່ ສມປຊ, ຄວາມຮູ້ກ່ຽວກັບສິ່ງແວດລ້ອມ ແລະການພັດທະນາແບບຍືນຍົງ. ໃນພິທີໃຫ້ກຽດເຂົ້າຮ່ວມຮັບຊົມຂອງ ທ່ານ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະບໍລິຫານງານ ພັກ, ກຳມະການສູນກາງຊາວ ໜຸ່ມ ປປລ, ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ ແລະ ຕາງໜ້າແຕ່ລະຄະນະ 3 ອົງການຈັດຕັ້ງມະຫາຊົນຂອງສະຖາບັນ ພ້ອມດ້ວຍອະດີດຜູ້ຄຸ້ມຄອງໂຄງການສ້າງຄວາມເຂັ້ມແຂງດ້ານສິ່ງແວດລ້ອມ ແລະ ສັງຄົມຂອງ ສມປຊ ເຂົ້າຮ່ວມຮັບຊົມ.

ສຳລັບຜູ້ເຂົ້າຮ່ວມການແຂ່ງຂັນຖາມ-ຕອບ ວິທະຍາສາດ ມີຕາງໜ້າຫ້ອງຮຽນນັກສຶກສາຫ້ອງລະ 3 ທ່ານ(ບໍ່ຈຳກັດຍິງ-ຊາຍ) ຊຶ່ງປະກອບມີ ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XV, XVI, ນັກສຶກສາ ອະນຸປະລິນຍາ ຮຸ່ນທີ XVIII, XIX, ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIII ຫ້ອງ ກ-ຂ, XXIV ຫ້ອງ ກ-ຂ,  XXV ຫ້ອງ ກ-ຂ. ສຳລັບຮູບແບບ ແລະ ວິທີການຈັດຕັ້ງປະຕິບັດຕົວຈິງ ຄະນະກຳມະການກະກຽມດ້ານເນື້ອໃນມີຄຳຖາມເປັນຂໍ້ ເຊິ່ງແຕ່ລະຂໍ້ ແມ່ນມີຕົວເລືອກຕອບແລ້ວ ເຊີນຜູ້ເຂົ້າແຂ່ງຂັນຂຶ້ນມາຈົກສະຫຼາກຄຳຕອບ ແລ້ວພິທີກອນອ່ານຄຳຖາມນັ້ນ ແລ້ວໃຫ້ແຕ່ລະທີມ ຂຽນຄຳຕອບຂອງຕົນໃສ່ກະດານ ພາຍໃນເວລາ 30 ວິນາທີ ພາຍຫຼັງໝົດເວລາ ໃຫ້ແຕ່ລະທີມຍົກຄຳຕອບຂອງທີມຕົນເອງຂຶ້ນ ແລ້ວພິທີກອນສະເຫຼີຍຄຳຕອບ ຖ້າທີມໃດຕອບຖືກ ແມ່ນໄດ້ຄະແນນ,  ການຄັດເລືອກເຂົ້າຮອບແມ່ນເຮັດເປັນຊຸດດຽວ ການແຂ່ງຂັນ ແບ່ງເປັນ 3 ຮອບ. ຮອບທີ 1 ຄັດເລືອກທັງໝົດ, ຮອບທີ 2 ແມ່ນຄັດເລືອກເອົາ 5 ທີມ ແລະຮອບທີ 3 ແມ່ນຮອບ ຊີງທີ 1 ຫາ 3 ແລະມີລາງວັນຖາມ-ຕອບວິທະຍາສາດ.ຜົນການແຂ່ງຂັນຖາມ-ຕອບວິທະຍາສາດ ປະຈຳປີ 2020 ຜູ້ຊະນະ ປະເພດ I ທີມ ນັກສຶກສາ ອະນຸປະລິນຍາ ຮຸ່ນທີ XVIII, ປະເພດ II ທີມປະລິນຍາຕີ ຮຸ່ນທີ XXIII ຫ້ອງ ກ ແລະ ປະເພດ III ທີມນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ຫ້ອງ ກ.

ປະເພດ 1 ທີມ ນັກສຶກສາ ອະນຸປະລິນຍາ ຮຸ່ນທີ XVIII
ປະເພດ 2 ທີມປະລິນຍາຕີ ຮຸ່ນທີ XXIII ຫ້ອງ ກ
ປະເພດ 3 ທີມນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ຫ້ອງ ກ.

ກິດຈະກຳຖາມ-ຕອບວິທະຍາ ຄັ້ງນີ້ ເປັນກິດຈະກຳໜຶ່ງທີ່ປະກອບສ່ວນເຂົ້າໃນວຽກງານຂະບວນການ ໃຫ້ມີບັນຍາກາດຟົດຟື້ນ, ມີຈິດໃຈເບີກບານມ່ວນຊື່ນ ແລະສ້າງເງື່ອນໄຂໃຫ້ທຸກຄົນ, ພາກສ່ວນຕ່າງໆ ໄດ້ເປັນເຈົ້າການເຄື່ອນໄຫວ, ປະກອບສ່ວນທາງດ້ານເຫື່ອແຮງ, ວັດຖຸປັດໄຈເຂົ້າໃນການເຄື່ອນໄຫວວຽກງານກິດຈະກຳຖາມ-ຕອບວິທະຍາສາດ, ທັງເປັນການຄົ້ນຫາທ່າແຮງບົ່ມຊ້ອນໃນຕົວຂອງສະມາຊິກຊາວໜຸ່ມ ໂດຍສະເພາະແມ່ນຊາວໜຸ່ມນັກສຶກສາ ຊອກຮູ້ຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ ໃຫ້ນັບມື້ນັບສູງຂຶ້ນໂດຍຕິດພັນກັບວຽກງານອື່ນໆ ເພື່ອໃຫ້ເຫັນໄດ້ເຖິງບຸກຄົນ, ພາກສ່ວນຕ່າງໆ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນ ປະກອບສ່ວນເຄື່ອນໄຫວວຽກງານລວມຂອງສະຖາບັນ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຕ່າງໆ ແລະເປັນການໂຄສະນາ, ເຜີຍແຜ່ ແນວທາງນະໂຍບາຍຂອງພັກ-ລັດ, ຄວາມຮູ້ທາງດ້ານມູນເຊື້ອ, ຊີວິດການເຄື່ອນໄຫວຄວາມເປັນແບບຢ່າງນຳໜ້າ ຂອງຜູ້ນຳພັກ-ລັດ ແຕ່ລະຮຸ່ນ ເວົ້າລວມ, ເວົ້າສະເພາະ ແມ່ນຊີວິດການເຄື່ອນໄຫວ ຂອງທ່ານ ປະທານ ໄກສອນ ພົມວິຫານ ຜູ້ ນຳທີ່ແສນເຄົາລົບຮັກ ຂອງປວງ ຊົນລາວທັັງຊາດ ເຮັດໃຫ້ມະຫາຊົນ, ຊັ້ນຄົນຕ່າງໆຮູ້, ເຂົ້າໃຈຢ່າງຖືກຕ້ອງ. ນອກນັ້ນແມ່ນຄວາມຮູ້ກ່ຽວກັບການຮຽນການສອນຢູ່ສະຖາບັນ ແລະບາງຂໍ້ຄວນເອົາໃຈໃສ່ກ່ຽວກັບສິ່ງແວດລ້ອມ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ນ. ຄຳຮູ້ ວິລະທອນ