ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນຖານະເປັນສະຖາການສຶກສາຂັ້ນສູງ ດ້ານທິດສະດີການ ເມືອງ ແລະ ການປົກຄອງ ມີພາລະບົດບາດຕົ້ນຕໍ ໃນການກໍ່ສ້າງ ແລະ ບໍາລຸງສ້າງພະນັກງານຂັ້ນກາງ ແລະ ຂັ້ນສູງ ຕອບສະໜອງໃຫ້ອົງການຈັດຕັ້ງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ ໃນຂອບເຂດທົ່ວປະເທດ. ສະນັ້ນ, ຈຶ່ງໄດ້ສະເໜີຮັບເອົາໂຄງການສ້າງຄວາມເຂັ້ມແຂງທາງດ້ານສິ່ງແວດລ້ອມ ແລະ ສັງຄົມ.

ໂຄງການດັ່ງກ່າວ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີລະບົບການຈັດຕັ້ງຄຸ້ມຄອງບໍລິຫານໂຄງການໂດຍໄດ້ຮັບການແຕ່ງຕັ້ງຈາກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕາມລະບຽບການຂອງຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ກໍານົດອອກ ມີທັງໝົດ 9 ທ່ານ ຄື: ມີຜູ້ຊີ້ນໍາໂຄງການ, ຫົວໜ້າໂຄງການ,ຜູ້ປະເມີນຜົນໂຄງການ, ຊັບສິນໂຄງການ, ຈັດຊື້-ຈັດຈ້າງ, ຊ່ວຍວຽກບໍລິຫານ, ຄັງເງິນສົດ, ຜູ້ປະສານງານໂຄງການ ແລະ ນາຍບັນຊີໂຄງການ.

ໃນພິທີ ທ່ານ ປທ ອິນທະວົງ ໂຄດປັນຍາ ຫົວໜ້າໂຄງການໄດ້ລາຍງານຜົນໄດ້ຮັບຂອງໂຄງການຕາມການເຄື່ອນໄຫວຕົວຈິງເປັນຕົ້ນ: ໄດ້ຮ່ວມມື ແລະ ເຊັນສັນຍາກັບຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດກ່ຽວກັບການສ້າງປຶ້ມແບບຮຽນວິຊາສິ່ງແວດລ້ອມ ແລະ ອອກແບບຝຶກອົບຮົມຄູຝຶກວິຊາສິ່ງແວດລ້ອມໃຫ້ໂຄງການ.ຈັດຕັ້ງກອງປະຊຸມວິທະຍາສາດ ເພື່ອປະເມີນຜົນເນື້ອໃນປຶ້ມແບບຮຽນວິຊາສິ່ງແວດ ລ້ອມ 3 ຫຼັກສູດ 2 ຄັ້ງ,ສໍາເລັດການຈັດພິມປຶ້ມແບບຮຽນ 3 ຫຼັກສູດ ຄື: ອານຸປະລິນຍາ 400 ຫົວ, ປະລິນ ຍາຕີ 700 ຫົວ ແລະ ປະລິນຍາໂທ 400 ຫົວ, ລວມທັງໝົດ 1.500 ຫົວ.ຮ່ວມມືກັບຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ຈັດຝຶກອົບຮົມຄູຝຶກວິຊາສິ່ງແວດລ້ອມ 3 ຄັ້ງຄູຝຶກວິຊາສິ່ງແວດລ້ອມ ໄດ້ເສີມຂະຫຍາຍ ແລະເຜີຍແຜ່ຄວາມຮູ້ດ້ານສິ່ງແວດລ້ອມ ໃຫ້ພະນັກງານ, ຄູ-ອາຈານສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ 2 ຄັ້ງ, ຄູຝຶກວິຊາສິ່ງແວດລ້ອມ ໄດ້ເສີມຂະຫຍາຍ ແລະ ເຜີຍແຜ່ຄວາມຮູ້ເຂົ້າໃນການຝຶກອົບຮົມການສິດສອນວິຊາສິ່ງແວດລ້ອມ ໃຫ້ອາຈານໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນ 3 ຄັ້ງ, ຄັ້ງລະ 6 ແຂວງໄດ້ຈັດຕັ້ງການປາຖະກະຖາ ສ້າງຈິດສໍານຶກກ່ຽວກັບສິ່ງແວດລ້ອມ ເນື່ອງໃນວັນສິ່ງ ແວດລ້ອມໂລກ ວັນທີ 5 ມິຖຸນາ 2019 ຄົບຮອບ 47 ປີ ໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 560 ຄົນ.ປູກຕົ້ນໄມ້ປະດັບໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2019 ຈໍານວນ 2,000 ເບັ້ຍ.

ຜົນສຳເລັດດັ່ງກ່າວນັ້ນຍ້ອນໄດ້ຮັບການຊີ້ນໍາໃນການປະຕິບັດໂຄງການໃນແຕ່ລະໄລຍະຈາກຄະນະພັກ ແລະ ຄະນະອໍານວຍການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍສະເພາະ ແມ່ນຜູ້ຊີ້ນໍາໂຄງການ ໄດ້ຕິດຕາມການເຄື່ອນໄຫວຂອງໂຄງການແຕ່ເລີ່ມຕົ້ນຈົນສໍາເລັດໂຄງການ ແລະ ຍັງໄດ້ຮັບການເອົາໃຈໃສ່ຕິດຕາມ ແລະ ຊ່ວຍເຫຼືອແນະນໍາ ດ້ານວິຊາການຢ່າງໃກ້ສິດ ຈາກໜ່ວຍງານຕ່າງໆ ຂອງຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ເປັນປົກກະຕິ ພ້ອມທັງຄຽງຄູ່ກັບການໄດ້ຮັບຮ່ວມມື ຈາກຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ໃນການຈັດຕັ້ງທິມງານຂຽນ ແລະ ຮຽບຮຽງປຶ້ມແບບຮຽນສິ່ງແວດລ້ອມ ໃຫ້ໂຄງການ ຊຶ່ງເຮັດໃຫ້ຄະນະຮັບຜິດຊອບໂຄງການຈໍານວນໜຶ່ງມີຄວາມຮູ້, ຄວາມສາມາດໃນການບໍລິຫານໂຄງໂດຍຜ່ານການຝຶກອົບຮົມຈາກຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ໄດ້ຮັບການສະໜັບສະໜູນ ແລະ ອໍານວຍຄວາມສະດວກຈາກພາຍໃນ ສມປຊ ແລະ ພາຍນອກ. ນອກຈາກນັ້ນໃນພິທີໄດ້ມອບໃບຊົມເຊີຍໃຫ້ຄະນະຮັບຜິດຊອບໂຄງການຈຳນວນ 8 ທ່ານ, ຍິງ 3 ທ່ານ ແລະ ຄູຝຶກວິຊາສິ່ງແວດລ້ອມ 7 ທ່ານ ຍິງ 3 ທ່ານ ໃນການປະກອບສ່ວນໂຄງການດັ່ງກ່າວຈົນໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ເປົ້າໝາຍ.

ພິທີປິດໂຄງການຈັດຂຶ້ນໃນວັນທີ 5 ມິຖຸນາ 2020 ມີຜູ້ເຂົ້າຮ່ວມຕາງໜ້າ ຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ ການເມືອງ-ການປົກຄອງ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານແລະ ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ.