ໃນວັນອັງຄານ ວັນທີ 03 ມີຖຸນາ 2020 ຢູ່ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ເພື່ອຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບ ຮອບ 65 ປີ ພາຍໄຕ້ຫົວຂໍ້: ການນໍາພາຂອງພັກ ໃນການສ້າງສັງຄົມນິຍົມ, ກອງປະຊຸມຄັ້ງນີ້ແມ່ນພາຍໃຕ້ ການເປັນປະທານຮ່ວມ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການຫົວຫນ້າສະຖາບັນການເມືອງ ແລະການ ປົກຄອງແຫ່ງຊາດ; ດ້ານຜູ້ເຂົ້າຮ່ວມກອງປະຊຸມປະກອບມີ: ຄະນະພັກ, ຄະນະອໍານວຍການ, ຫົວຫນ້າກົມ, ຮອງກົມ, ຫົວໜ້າຄະນະຕ່າງໆ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະບັນດາພະນັກງານຄູ-ອາຈານພາຍໃນການຈໍານວນ 220 ກວ່າທ່ານເຂົ້າຮ່ວມຢ່າງພ້ອມພຽງ.

      ກອງປະຊຸມສຳມະນາດໍາເນີນເປັນເວລາ 1ຕອນ, ກອງປະຊຸມສໍາມະນາ ໄດ້ດໍາເນີນໄປຕໍ່ດ້ວຍເນື້ອໃນທີ່ມີຄວາມອຸດົມສົມບູນ ສ່ອງແສງໃຫ້ເຖິງບັນດາ ບັນຫາໃໝ່ກ່ຽວກັບການນຳພາຂອງພັກ ໃນການສ້າງສັງຄົມນິຍົມ, ບັນດານັກວິທະຍາສາດ ແລະ ແຂກເຂົ້າຮ່ວມກອງປະຊຸມໄດ້ສຸມຈິດສຸມໃຈຮັບຟັງ ແລະພ້ອມກັນປະກອບຄໍາຄິດຄໍາເຫັນ, ສົນທະນາກັນແລກປ່ຽນບົດຮຽນ ເຕັມໄປດ້ວຍບັນຍາກາດທີ່ຟົດຟື້້ນຂຶ້ນ ແລະມີຄວາມໝາຍເລິກເຊິ່ງ, ເນື້ອໃນບົດປະກອບຄໍາເຫັນຂອງນັກວິທະຍາສາດ ແລະແຂກເຂົ້າຮ່ວມກອງປະຊຸມ ໄດ້ສຸມໃສ່ບັນດາເນື້ອໃນສໍາຄັນຄື:ບັນດານັກວິທະຍາສາດ ໄດ້ພ້ອມກັນຄົ້ນຄວ້າທິດສະດີ ສ້າງຄວາມກະຈ່າງແຈ້ງ ບົດຮຽນການສ້າງສັງຄົມນິຍົມ ຢູ່ລາວ ,ຫວຽດນາມ ແລະຈີນ, ໂດຍມີພື້ນຖານບອນອີງທາງດ້ານວິທະຍາສາດທີ່ໜາແໜ້ນ, ແຕ່ມີ ການຊີ້ແຈງບັນດາເນື້ອໃນ ການນໍາພາຂອງພັກ ໃນການ ສ້າງສັງຄົມນິຍົມຂ້ອນຂ້າງຈະແຈ້ງ, ຮັດກຸມ, ຮັບປະກັນໄດ້ລັກສະນະພັກ, ລັກສະນະວິທະຍາສາດ, ລັກສະນະປະດິດສ້າງ ແລະລັກສະນະຍຸກສະໄໝ ພ້ອມດຽວກັນນີ້ ຍັງໄດ້ນໍາສະເໜີບັນດາແນວຄວາມຄິດທີ່ດີ, ທັດສະນະທີ່ມີປະໂຫຍດ ເຊິ່ງຈະກາຍເປັນຊ່ອງທາງໃນການຮັບປຸງການນໍາພາຂອງພັກ ໃນການສ້າງສັງຄົມນິຍົມ ໃຫ້ເຂັ້ມແຂງ, ໜັກແໜ້ນ ແລະມີແບບແຜນທີ່ທັນສະໄໝ, ນັກວິທະຍາສາດໄດ້ໃຫ້ຄວາມກະຈ່າງແຈ້ງທາງດ້ານທິດສະດີ ກ່ຽວກັບເນື້ອໃນການນໍາພາຂອງພັກ ໃນການສ້າງສັງຄົມນິຍົມ ຊຶ່ງໄດ້ເນັ້ນໜັກເຖິງພັກນໍາພາ ຜ່ານແນວທາງການເມືອງ, ໂຄງການການເມືອງ ໃນແຕ່ລະໄລຍະພັກນຳພາຜ່ານສາມຂອດຕົ້ນຕໍ.

ບັນດານັກວິທະຍາສາດໄດ້ນໍາສະເໜີບົດຮຽນ ໃນການນໍາພາຂອງພັກ ໃນການສ້າງສັງຄົມນິຍົມ ໄດ້ເສີມຂະຫຍາຍບົດຮຽນເຂົ້າສູ່ພຶດຕິກຳ, ຊີ້ໃຫ້ເຫັນແຈ້ງບົດຮຽນທີ່ດີມີປະໂຫຍດຫຼີກລ້ຽງ, ບົດຮຽນທີ່ຕ້ອງຄວນຕ້ອງ ແລະບົດຮຽນທີ່ຕ້ອງເພີ່ມເຕີມ. ໃນນັ້ນບົດຮຽນການນຳພາເດັດຂາດ, ໂດຍກົງ, ຮອບດ້ານຕໍ່ການນໍາພາຂອງພັກ ໃນການສ້າງສັງຄົມນິຍົມຢ່າງຕັ້ງໜ້າ.ໃນການຄົ້ນຄວ້າທິດສະດີ ແລະສະຫຼຸບພຶດຕິກໍາກ່ຽວກັບການນໍາພາຂອງພັກ ໃນການສ້າງສັງຄົມນິຍົມ ເພື່ອຮັບໃຊ້ການນຳພາຂອງພັກ, ເນື້ອໃນພົ້ນເດັ່ນ, ບັນດານັກວິທະຍາສາດ ແລະແຂກເຂົ້າຮ່ວມກອງປະຊຸມ ໄດ້ຍົກໃຫ້ເຫັນ , ຫຼັກມູນຕ່າງໆ ;ໄດ້ມີຂໍ້ສະໄດ້ມີການຄົ້ນຄວ້າຢ່າງຈະແຈ້ງຕໍ່ບັນດາແນວທາງ, ທັດສະນະສະຫຼຸບໃໝ່, ເຊິ່ງສອດຄ່ອງກັບພາບການເງື່ອນໄຂ ແລະສະພາບແວດລ້ອມຢູ່ປະເທດເຮົາ ພ້ອມທັງໄດ້ເນັ້ນໜັກວ່າໃນສະໄໝ່ພວກເຮົາຕ້ອງໄດ້ເນັ້ນໜັກໃຫ້ເຫັນແຈ້ງຕື່ມທາງດ້ານທິດສະດີວິທະຍາສາດແລະສະຫຼຸບໃຫ້ແທດຕົວຈິງ ໃນການນໍາພາຂອງພັກ ໃນການສ້າງສັງຄົມນິຍົມ ເພື່ອແນໃສ່ເຮັດໃຫ້ທິດສະດີວິທະຍາສາດຮັບໃຊ້ໃຫ້ແກ່ພຶດຕິກໍປະຕິວັດ.

ປະທານກອງປະຊຸມໄດ້ສະໃຫ້ຄຳເຫັນຕອນທ້າຍວ່າ ຜ່ານກອງປະຊຸມສຳມະນາໃນຄັ້ງນີ້ເຮັດໃຫ້ບັນດານັກວິທະຍາສາດ, ບັນດາພະນັກງານຄູອາຈານ ພາຍໃນສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ນໍາເອົາໝາກຜົນຂອງທິດສະດີປະຕິວັດ, ທິດສະດີວິທະປ່ຽນແປງ ໃໝ່ຢ່າງຮອບດ້ານຍາສາດໄປເຜີຍແຜ່ .ພ້ອມກັນໃຫ້ກວ້າງຂວາງ ແລະນຳໄປໝູນໃຊ້ ໃນການສ້າງສັງຄົມນິຍົມ ຢ່າງປະດິດສ້າງ ປົກປັກຮັກສາໝາກຜົນ ຂອງການປະຕິວັດ, ຢືດໝັ້ນໃນອຸດົມການ ແລະມູນເຊື້ອຂອງພັກຢຶດໝັ້ນແນວທາງແລະມີຫຼັກການ, ປົກປັກຮັກສາ ແລະພັດທະນາປະເທດຊາດຕາມທິດຍືນຍົງຢູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.