ວັນ​ທີ 06 ພະຈິກ 2020 ນີ້, ໜ່ວຍຮາກຖານຊາວໜຸ່ມພະນັກງານ, ຄູ-ອາຈານ ຄະນະປັດຊະຍາ ແລະຄະນະກໍ່ສ້າງພັກ ແລະປະຫວັດສາດໄດ້ເປັນເຈົ້າພາບໃນການເປີດຂະບວນການກີລາ 3 ອົງການຈັດຕັ້ງມະຫາຊົນທົ່ວ ສມປຊ ຄັ້ງທີ II ຂຶ້ນ ພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ສາຍຄໍາ ມູນມະນີວົງ ກໍາມະການຄະນະບໍລິຫານງານພັກ ສມປຊ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ມີຮອງເລຂາຄະນະບໍລິຫານງານພັກ,​ ຄະນະພັກ, ພະນັກງານ, ຄູ-ອາຈານທີ່ເປັນສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ແລະຜູ້ຕາງໜ້ານັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ປອ ສາຍຄໍາ ມູນມະນີວົງ ກໍາມະການຄະນະບໍລິຫານງານພັກ, ຫົວໜ້າຄະນະກີລາ-ສິລະປະວັນນະຄະດີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ແລະວຽກງານຂະບວນການ ສມປຊ ໄດ້ຂຶ້ນຜ່ານແຜນການເຄື່ອນໄຫວ ແລະກ່າວເປີດຂະບວນການແຂ່ງຂັນກິລາໃນຄັ້ງນີ້ ເຊິ່ງມີຈຸດປະສົງແມ່ນເພື່ອປະຕິບັດຕາມແຜນການເຄື່ອນໄຫວກິດຈະກໍາຂອງຄະນະກິລາ-ສິລະປະວັນນະຄະດີ ສມປຊ. ນອກຈາກເປັນການເຄື່ອນໄຫວກິດຈະກຳກິລາແລ້ວຍັງເປັນການສ້າງຄວາມສາມັກຄີຮັດແໜ້ນເຊິ່ງກັນແລະກັນລະຫວ່າງພະນັກງານ, ຄູ-ອາຈານໜຸ່ມ ໃຫ້ມີຄວາມແໜ້ນແຟ້ນ, ເລິກເຊິ່ງຂຶ້ນກວ່າເກົ່າ, ທັງເປັນການເປີດໂອກາດ ແລະສົ່ງເສີມໃຫ້ຖັນແຖວພະນັກງານ, ຄູ-ອາຈານ ໃນທົ່ວສະຖາບັນມີໂອກາດເຄື່ອນໄຫວກິດຈະກໍາທີ່ມີລັກສະນະມະຫາຊົນ, ຝຶກຝົນຫຼໍ່ຫຼອມ, ຫັດແອບທາງດ້ານສຸຂະພາບຮ່າງກາຍ ແລະປະກອບສ່ວນເຂົ້າໃນວຽກງານຂະບວນ 3 ອົງການຈັດຕັ້ງມະຫາຊົນ ໃຫ້ມີບັນຍາກາດຟົດຟື້ນ, ມີຈິດໃຈເບີກບານມ່ວນຊື່ນ ແລະມີສຸຂະພາບເຂັ້ມແຂງ. ຊຶ່ງການສ້າງຂະບວນຄັ້ງນີ້ມີ ການແຂ່ງຂັນກິລາຫຼາຍປະເພດເປັນຕົ້ນ: ບານເຕະ, ບານສົ່ງຊາຍ, ບານສົ່ງຍິງ, ເປຕັງຍິງ-ຊາຍ, ດຶງເຊືອກປະສົມຍິງ-ຊາຍ ແລະ ແລ່ນໄຖ່ ຂະບວນກີລາຄັ້ງນີ້ຈະດໍາເນີນໄປ 2 ເດືອນຂ້າງໜ້າຈຶ່ງຈະປິດລົງ.

ຫຼັງຈາກສຳເລັດພິທີເປີດຢ່າງເປັນທາງການແລ້ວນັ້ນ ກໍໄດ້ຈັດໃຫ້ມີການແຂ່ງຂັນກີລາບານເຕະຊາຍ ລະຫວ່າງທີມ 3 ອົງການຈັດຕັ້ງມະຫາຊົນ ຮາກຖານຄູ-ອາຈານຄະນະປັດຊະຍາ ກັບຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ພົບກັບທີມ 3 ອົງການຈັດຕັ້ງມະຫາຊົນຄະນະລັດທິສັງຄົມນິຍົມວິທະຍາສາດ ແລະຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ.

ຜົນຂອງການແຂ່ງຂັນແມ່ນທີມ 3 ອົງການຈັດຕັ້ງມະຫາຊົນ ຄະນະລັດທິສັງຄົມນິຍົມວິທະຍາສາດ-ຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ ຊະນະ 4-1.

ຂ່າວ/ພາບ: ທ່ານ ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ