ໃນຕອນຄ່ຳຂອງວັນທີ 29 ຕຸລາ 2020 ທີ່ ຫ້ອງການປົກຄອງບ້ານໝາກນາວດົງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ນັກສຶກສາທີ່ລົງກໍ່ສ້າງຮາກຖານການເມືອງຢູ່ບ້ານໝາກນາວດົງເຜີຍແຜ່ກົດໝາຍວ່າດ້ວຍ ພັນທະປ້ອງກັນຊາດ ແລະກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນໂດຍການເປັນປະທານຂອງທ່ານ ຄຳຟອງ ສີຫາປັນຍາ ເລຂາພັກບ້ານ, ນາຍບ້ານ, ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບບ້ານ,ໂດຍການເຂົາຮ່ວມຂອງກຳລັງກອງຫຼອນປ້ອງກັນຊາດ ແລະກຳລັງປ້ອງກັນຄວາມສະຫງົບບ້ານ ແລະຄະນະນັກສຶກສາ ຈາກ ສມປຊ ທີ່ລົງກໍ່ສ້າງຮາກຖານໃນບ້ານດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ

ຮທ ເສລີ ຍົມມະລາດ ພະນັກງານວິຊາການ ກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງ ກະຊວງ ປກສ ທັງເປັນນັກສຶກສາກໍ່ສ້າງຮາກຖານການເມືອງໄດ້ເຜີຍແຜ່ກົດໝາຍວ່າດ້ວຍ ພັນທະປ້ອງກັນຊາດ ພາກທີ II ໝວດທີ 5 ວ່າດ້ວຍກຳລັງກອງຫຼອນ ຫຼື ປກຊ ບ້ານ, ມາດຕາ 37 ສະບັບປັບປຸງວ່າດ້ວຍ ກຳລັງກອງຫຼອນ, ມາດຕາ 38 ສະບັບໃໝ່ວ່າດ້ວຍ ມາດຖານຂອງກຳລັງກອງຫຼອນ ຫຼື ປກສ ບ້ານ, ມາດຕາ 39 ສະບັບໃໝ່ວ່າດ້ວຍ ສິດ ແລະໜ້າທີ່ຂອງກຳລັງກອງຫຼອນ ແລະມາດຕາ 40 ສະບັບໃໝ່ ວ່າດ້ວຍການຝຶກອົບຮົມ ແລະຝຶກແອບກຳລັງກອງຫຼອນ ແລະກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໝວດທີ I ມາດຕາ 3​ ການອະທິບາຍຄໍາສັບກໍາລັງເຄິ່ງອາຊີບ ແລະຄວາມໝາຍຂອງ ປກສ ບ້ານ, ໝວດທີ XII ມາດຕາ 38 ວ່າດ້ວຍສິດ ແລະໜ້າທີ່ຂອງ ປກສ ບ້ານ.

ພ້ອມນັ້ນ, ຍັງຍົກໃຫ້ເຫັນພັນທະປ້ອງກັນຊາດ ແມ່ນໜ້າທີ່ຕົ້ນຕໍ ແລະມີກຽດອັນສູງສົ່ງຂອງພົນລະເມືອງລາວທຸກຄົນ, ທຸກອົງການຈັດຕັ້ງ ໃນການປົກປັກຮັກສາ ເອກະລາດ, ອໍານາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ປົກປັກຮັກສາຊີວິດ ແລະຊັບສິນຂອງປະຊາຊົນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແຫ່ງ ສປປ ລາວ.

ການເຜີຍແຜ່ກົດໝາຍວ່າດ້ວຍ ພັນທະປ້ອງກັນຊາດ ແລະກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນໃນຄັ້ງນີ້ແມ່ນມີຈຸດປະສົງເພື່ອເຮັດໃຫ້ໜ່ວຍງານ ປກສ-ປກຊ ບ້ານ ເຂົ້າໃຈຕໍ່ ພາລະບົດບາດ, ສິດ ແລະໜ້າທີ່ ຂອງເຂົາເຈົ້າຢ່າງ ເລິກຊິງ, ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຖືກຕ້ອງ ແລະສອດຄ່ອງຕາມພາລະບົດບາດ, ສິດ ແລະໜ້າທີ່, ຮູ້ຈັກລະບອບລະບຽບໃນການສອງແສງລາຍງານຕໍ່ຂັນເທີ່ງ ມີຄວາມສະດວກວອງໄວ, ເຮັດໃຫ້ປະຊາຊົນພາຍໃນບ້ານ ມີຄວາມສະຫງົບປອດໄພ, ສາມາດເກັບກຳສະພາບ ແລະເປົ້າໝາຍຂອງກຸມຄົນ, ບຸກຄົນບໍ່ດີ ທີ່ເຄື່ອນໄຫວພາຍໃນບ້ານ ຫວັງຈະສ້າງຄວາມບໍ່ສະຫງົບເພື່ອຕ້ານ ແລະສະກັດກັ້ນໃຫ້ທັນການທັງປະກອບສ່ວນຢ່າງຕັ້ງໜ້າໃນການສ້າງສະຖຽນລະພາບທາງດ້ານການເມືອງ, ເສດຖະກີດ-ສັງຄົມ ຂອງຊາດໃຫັມີຄວາມໝັ້ນທ່ຽງ ແລະໝັ້ນຄົງ.

ຂ່າວ/ພາບ: ທ່ານ ນ. ສຸໄພລິນ ອິນພູວຽງ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ