ໃນເວລາ 13:00 ມ, ວັນທີ 30 ຕຸລາ 2020 ທີ່ ຕຶກສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ຊັ້ນ 5. ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຕາມຫົວຂໍ້ສະເພາະຫຼັກສູດເລຂາພັກນະຄອນ-ເມືອງ, ຄະນະປະຈຳພັກນະຄອນ-ເມືອງ ໃນຂອບເຂດທົ່ວປະເທດ ຊຸດທີ III, ພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ມີຕາງໜ້າຄະນະຕັດຕັ້ງສູນກາງພັກ, ຜູ້ຕາງໜ້າໜ່ວຍງານຂັ້ນກົມ ທົ່ວ ສມປຊ ແລະແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ປອ ນາງ ໄກສອນຈັນສີນາ  ກຳມະການຄະນະບໍລິຫານງານພັກ ສມປຊ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານຜົນສຳເລັດຂອງການຝຶກອົບຮົມຕະຫຼອດໄລຍະ 2 ອາທິດ (ວັນທີ 19-30 ຕຸລາ) ຫຼັກສູດດັ່ງກ່າວ, ທີ່ນຳມາຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຕາມຫົວຂໍ້ສະເພາະຫຼັກສູດເລຂາພັກນະຄອນ-ເມືອງ, ຄະນະປະຈຳພັກນະຄອນ-ເມືອງ ແມ່ນນອນຢູ່ໃນ 8 ໂຄງການຫຼັກສູດຝຶກອົບຮົມ ທີ່ທາງສະຖາບັນກຳລັງດໍາເນີນການສ້າງ ແລະ ສຳເລັດການຈັດຝຶກອົບຮົມແລ້ວຈຳນວນໜຶ່ງເພື່ອຍົກສູງຂີດຄວາມສາມາດການນຳພາ- ຊີ້ນຳ ບັນດາວຽກງານຕ່າງໆໃນຂັ້ນນະຄອນ-ເມືອງ ໂດຍນຳໃຊ້ຫຼັກມູນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ,​ແນວທາງນະໂຍບາຍຂອງພັກ ແລະແຜນທັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ, ເນື້ອໃນຫຼັກສູດປະກອບມີ 10 ຫົວຂໍ້ ລວມ 70 ຊົ່ວໂມງ,ໃຊ້ເວລາຝຶກອົບຮົມຕົວຈິງທັງໝົດ 10 ມື້ ໂດຍການນຳໃຊ້ຮູບແບບການຝຶກອົບຮົມປະກອບດ້ວຍການຂຶ້ນຫ້ອງບັນຍາຍຂອງອາຈານສອນທີ່ມີປະສົບການສູງ, ຊຶ່ງຈັດແບ່ງມື້ໜຶ່ງໃຊ້ເວລາຮຽນ 7 ຊົ່ວໂມງ.

ທ່ານ ຮສ ພູວົງອຸ່ນຄຳແສນ ໄດ້ເປັນກຽດມອບໃບຢັ້ງຢືນໃຫ້ບັນດາສະຫາຍຜູ້ເຂົ້າຮ່ວມຝຶກອົບຮົມໃນຊຸດທີ  III  ມີທັງໝົດ 44 ສະຫາຍ, ຍິງ 8 ສະຫາຍ ເພື່ອເປັນການຢັ້ງຢືນທິດສະດີການເມືອງ-ການປົກຄອງ ແລະນຳເອົາໝາກຜົນຂອງກາຝຶກອົບຮົມດັ່ງກ່າວນຳໄປ ພັດທະນາ, ຊີ້ນຳ ຢູ່ບັນດາໃນຂອບເຂດທີ່ຮັບຜິດຊອບ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ

ຂ່າວອື່ນໆ