ໃນວັນທີ 29 ຕຸລາ 2020 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ຈັດພິທີເປີດຊຸດຮຽນລະບົບຊັ້ນກາງຂຶ້ນ ພາຍໃຕ້ການເປັນປະທານຮວ່ມ ຂອງ ທ່ານ ຄຳແສງ ພົມມະວັນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ປທ ນ. ບົວສີ ນາຖາວົງ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ບັນດາຜູ້ຕາງໜ້າຈາກແຂວງໄຊສົມບູນ, ບັນດາເມືອງ, ບັນດາພະແນກການຂອງແຂວງ ແລະບັນດາທ່ານຄູ-ອາ ຈານ, ນັກສຶກສາເຂົ້່າຮ່ວມທັງໜົດ 65 ສະຫາຍ, ຍິງ 15ສະຫາຍ ເຂົ້າຮ່ວມໃນພິທີ.

ທ່ານ ນ. ບົວສີ ນາຖາວົງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ, ໄດ້ຜ່ານແຜນການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນລະບົບຊັ້ນກາາງ ຮຸ່ນທີ XVII ປະຈຳປີສົກ ຮຽນ 2020-2021 ເຊິ່ງໂຄງການຫຼັກສູດການຮຽນ-ການສອນກໍ່ສ້າງລະບົບຊັ້ນກາງ ແມ່ນປະຕິບັດຕາມຫຼັກສູດຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ສະບັບເລກທີ 687 ສມປຊ, ລົງວັນທີ່ 7 ທັນວາ 2010 ເຊິ່ງປະກອບດ້ວຍວິຊາຮຽນ 3 ໜວດວິຊາຄື: ໜວດຄວາມຮູ້ທົ່ວໄປ 14 ວິຊາ; ໜວດວິຊາເຕັກນິກທົ່ວໄປ ມີ 7 ວິຊາ; ໜວດວິຊາສະເພາະ 7 ວິຊາ ແລະການປ້ອງກັນບົດຈົບຊັ້ນ, ລວມທັງໜົດ 28 ວິຊາ, ເທົ່າກັບ 80 ໜ່ວຍກິດ, ໄລຍະເວລາຮຽນ 15 ເດືອນ.

ໃນຕ້ອນທ້າຍພິທີ ປະທານໄດ້ ມີຄຳເຫັນໂອ້ລົມຕໍພິທີ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ນັກສຶກສາທີ່ເຂົ້້າຮຽນໃນຄັ້ງນີ້ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄ້ວາຮ່ຳຮຽນ,ປະຕິບັດລະບຽບ ຂອງໂຮງຮຽນວາງອອກຢ່າງເຂັ້ມງວດ,ເອົາໃຈໃສ່ສົນທະນາແລກປ່ຽນບົດຮຽນນຳຄູ-ອາຈານ ເພື່ອໃຫ້ເຂົ້້າໃຈເນື້ອໃນຂອງບົດຮຽນ ແລະສາມາດນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

          ຂ່າວ-ພາບໂດຍ: ທ່ານ ຈັນເພັງ ນັນທະວົງ ຄູ-ອາຈານໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ.
ບັນນາທິການ: ຄອນສະຫວັນ ແສນຍານຸພາບ