ໂດຍປະຕິບັດຕາມຄໍາສັ່ງຂອງຄະນະບໍລິຫານງານພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະບັບເລກທີ 446/ຄພ-ສມປຊ ລົງວັນທີ 13 ສິງຫາ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

       ໃນຕອນເຊົ້າຂອງວັນທີ 22 ຕຸລາ 2020 ນັກສຶກສາລະບົບປະລິນຍາຕີ ຮຸ່ນທີ XXV ຫ້ອງ ກໍ, ກໍໄດ້ເປີດກອງປະຊຸມຮັບຮອງເອົາແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາສົກປີ 2020-2021 ຂື້ນ. ພາຍໃຕ້ການເປັນປະທານຂອງ ສະຫາຍ ສອນ ສີສຸພັນ ເລຂາໜ່ວຍພັກຮາກຖານລະບົບປະລິນຍາຕີ ຮຸ່ນທີ XXV  ຫ້ອງ ກໍ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄໍາໃບ ມາລາສິງ ກຳມະການ ຄະນະບໍລິຫານງານພັກ ສມປຊ, ຮອງຄະນະກໍາມະການກວດກາ ຊຸກຍູ້ ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຮອງປະທານສະຫະພັນກໍາມະບານ ສມປຊ, ສະຫາຍ ນາງ ພອນໄຊ ລາດຊະວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ມີບັນດາສະຫາຍຄະນະກໍາມະການ ກວດກາ ຊຸກຍູ້ ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສມປຊ, ບັນດາສະຫາຍແຂກທີ່ຖືກເຊີນ ຕະຫຼອດຮອດສະມາຊິກພັກພາຍໃນໜ່ວຍເຂົ້້າຮ່ວມ ເຊິ່ງມີທັງໝົດ 67 ສະຫາຍ ຍິງ 25 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.

            ສະຫາຍ ສອນ ສີສຸພັນ ເລຂາໜ່ວຍພັກຮາກຖານລະບົບປະລິນຍາຕີ ຮຸ່ນທີ XXV  ຫ້ອງ ກໍ, ໄດ້ຂຶ້ນຜ່ານແຜນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນສົກປີ 2020-2021 ເຊິ່ງໄດ້ມີເນື້ອໃນສ່ອງແສງໃຫ້ເຫັນຄາດໝາຍຕ່າງໆທີ່ໄດ້ວາງໃວ້ສໍາລັບໃຫ້ໜ່ວຍພັກທີ່ຈະນໍາພາສະມາຊິກພັກພາຍໃນຫ້ອງ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນຕາມຄາດໝາຍທີ່ວາງໃວ້. ພ້ອມນັ້ນ, ກອງປະຊຸມກໍໄດ້ຮັບຟັງການປະກອບຄຳຄິດຄໍາເຫັນຈາກບັນດາສະຫາຍຄະນະກໍາມະການ ກວດກາ ຊຸກຍູ້ ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ສມປຊ ຢ່າງກົງໄປກົງມາ ເພື່ອໃຫ້ທິດໃນການຈັດຕັ້ງປະຕິບັດແຜນດັ່ງກ່າວໃຫ້ມີຜົນສໍາເລັດໃນຕໍ່ໜ້າ.

            ຈາກນັ້ນ, ສະຫາຍ ນາງ ພອນໄຊ ລາດຊະວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກ ສມປຊ ສະບັບເລກທີ  0438 / ຄພ-ສມປຊ  ລົງວັນທີ  28 ກັນຍາ 2020 ວ່າດ້ວຍການຮັບຮອງເອົາແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຮາກຖານລະບົບປະລິນຍາຕີ ຮຸ່ນທີ XXV ຫ້ອງ ກໍ.

ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງສະຫາຍ  ຄໍາໃບ ມາລາສິງ ກຳມະການຄະນະບໍລິຫານງານພັກ ສມປຊ, ຮອງຄະນະກໍາມະການກວດກາ ຊຸກຍູ້ ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສມປຊ, ຮອງປະທານສະຫະພັນກໍາມະບານ ສມປຊ  ຊຶ່ງສະຫາຍກໍ່ໄດ້ເນັ້ນໜັກຫຼາຍບັນຫາ ເປັນຕົ້ນແມ່ນ: ການປະຕິບັດແຜນການໃນແຕ່ລະຄາດໝາຍນັ້ນ ໃຫ້ຄະນະໜ່ວຍພັກເອົາໃຈໃສ່ຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດແຜນການແຕ່ລະດ້ານໃຫ້ສໍາເລັດແຕ່ລະໄລຍະ ພ້ອມນັ້ນກໍໃຫ້ສໍາຫຼວດເບິ່ງຄືນໃນໄລຍະ 3 ເດືອນ, 6 ເດືອນຕົ້ນສົກ ວ່າມີຜົນສໍາເລັດຄືແນວໃດແດ່ ແລະພ້ອມພຽງກັນຈັດຕັ້ງປະຕິບັດໃຫ້ໄດ້ຄາດໝາຍໃນແຕ່ລະດ້ານໃຫ້ສໍາເລັດຜົນ. ພ້ອມນັ້ນ, ໃຫ້ຍົກສູງສະຕິໃນການປະຕິບັດກົດລະບຽບຂອງພັກກໍ່ຄືລະບຽບຂອງ ສມປຊ ວາງອອກໃຫ້ເຂັ້ມງວດ, ຮ່ວມຊີວິດການເມືອງພາຍໃນໜ່ວຍໃຫ້ເປັນປົກກະຕິ, ການເຄື່ອນໄຫວຂະບວນການຕ່າງໆໃຫ້ເປັນຂະບວນຢ່າງຟົດຟື້ນ.

ຂ່າວ/ພາບ: ທ. ວຽງທອງ  ໄຊຍະຄົມ ນສ ປຕ 25 ກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ