ໃນຕອນເຊົ້າ 8:00 ໂມງ ວັນທີ 19 ຕຸລາ 2020 ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງຕາມຫົວຂໍ້ສະເພາະໃຫ້ ເລຂາພັກເມືອງ, ຄະນະປະຈະພັກເມືອງ ພາຍໃຕ້ການເປັນເປັນປະທານ ແລະ ກ່າວເປີດຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ ມີ ຄະນະພັກ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ,​ ຜູ້ຕາງໜ້າບັນດາໜ່ວຍງານຂັ້ນກົມ ທົ່ວ ສມປຊ ແລະນັກສໍາມະນາກອນເຂົ້າຮ່ວມໂດຍພ້ອມພຽງ.

ໃນພິທີ ທ່ານ ປອ ນ. ໄກສອນ ຈັນສີນາ ກໍາມະການຄະນະບໍລິຫານງານພັກ ສມປຊ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ກ່າວເຖິງຈຸດປະສົງຂອງການຝຶກຄັ້ງນີ້ແມ່ນເພື່ອສ້າງຄວາມຮັບຮູ້ ທິດສະດີການເມືອງ-ການປົກຄອງ ຢ່າງເປັນລະບົບ ເເລະເຂົ້າໃຈເລິກເຊິ່ງ ກ່ຽວກັບການໝູນໃຊ້ທິດສະດີມາກ-ເລນິນ, ມະຕິກອງປະຊຸມໃຫຍ່ຂອງພັກ, ແຜນຍຸດທະສາດ ແລະວຽກງານຈຸດສຸມທີ່ໄດ້ ກຳນົດໄວ້ໃນໄລຍະມ້ວນທ້າຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ VIII; ຍົກສູງຄວາມສາມາດຊີ້ນຳ-ນຳພາ, ມີຂີດຄວາມສາມາດການນຳໃຊ້ຫຼັກການບໍລິຫານ, ຄຸ້ມຄອງລັດ , ຄຸ້ມຄອງສັງຄົມດ້ວຍກົດໝາຍ,ເຮັດວຽກງານແນວຄິດແນວຄິດການເມືອງເພື່ອໃຫ້ປະຊາຊົນພາຍໃນເມືອງຂອງຕົນເຂົ້າໃຈໃນແນວທາງນະໂຍບາຍຂອງພັກ, ມີຄວາມສາມັກຄີເປັນເອກ ພາບຢ່າງໜັກແໜ້ນ, ພັດທະນາຊີວິດການເປັນຢູ່ດີຂຶ້ນຕາມຄາດໝາຍສູ້ຊົນທີ່ໄດ້ກໍານົດໄວ້ແຕ່ລະໄລຍະ.

ການຝຶກອົບຮົມໃນຄັ້ງນີ້ມີສຳມະນາກອນທີ່ເປັນເລຂາ, ຮອງເລຂາ, ຄະນະປະຈໍາ ແລະກໍາມະການພັກເມືອງ ທີ່ມາຈາກບັນດາເມືອງ ໃນແຕ່ລະແຂວງ ຈຳນວນ 44 ສະຫາຍ ໂດຍໃຊ້ເວລາຝຶກອົບຮົມ ທັງໝົດ 10 ວັນ, ຈະເລີ່ມແຕ່ວັນທີ 19-30 ຕຸລາ 2020.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ