ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນ ສົກປີ2019-2020ແມ່ນໄດ້ຈັດຂື້ນໃນວັນທີ 7 ຕຸລາ 2020 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຈໍາປາສັກໃຫ້ກຽດເປັນປະທານໂດຍ ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ ສມປຊ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ. ມີຄະນະໂຮງຮຽນການເມືອງ ແລະການປົກຄອງແຂວງ, ຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ.ພະນັກງານ-ຄູອາຈານພາຍໃນໂຮງຮຽນການເມືອງການ ແລະປົກຄອງແຂວງຈໍາປາສັກເຂົ້າຮ່ວມທັງໝົດ 22 ທ່ານ.

     ໃນກອງປະຊຸມຄັ້ງນີ້ທ່ານ ປທ ນາງ ບຸນເຫຼືອ ແສງສະຫວັດ ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຈໍາປາສັກໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນໃນໄລຍະສົກປີ 2019-2020 ເຊຶ່ງມີເນື້ອໃນບາງຕອນວ່າ: ໂຮງຮຽນການເມືອງ ແລະການປົກຄອງແຂວງ ຈໍາປາສັກມີຄູສອນຕົວຈິງ 23 ທ່ານ, ຍີງ 8 ທ່ານ,ໄດ້ຂຶ້ນຫ້ອງສິດສອນ 1.301 ຊົ່ວໂມງ  ໜຶ່ງປີຜ່ານເປິດລະບົບຮຽນໄດ້ 1 ລະບົບຄືລະບົບອະນຸປະລິນຍາຮຸ່ນທີ 10 ມີນັກສຶກສາທັງໝົດ 68 ສະຫາຍ, ຍິງ 14 ສະຫາຍ. ນອກນັ້ນຍັງໄດ້ຍົກໃຫ້ເຫັນດ້ານດີທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ແລະເສີມຂະຫຍາຍໃນຕໍ່ໜ້າ; ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນແກ້ໄຂໃຫ້ຕົກໄປໃນຕໍ່ໜ້າ.

      ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະພັກ, ຮອງຫົວໜ້າ ສມປຊ ປະທານໃນພິທີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຈໍາປາສັກທີ່ຍາດໄດ້ຜົນງານໃນໄລຍະ 1 ປີຜ່ານມາ. ພ້ອມນັ້ນ, ກໍໄດ້ມີທິດຊີ້ນໍາໃຫ້ໂຮງຮຽນການເມືອງແຂວງຈໍາປາສັກໄດ້ເອົາໃຈໃສ່ເປັນຕົ້ນແມ່ນວຽກງານສຶກສາອົບຮົມການເມືອງແນວຄິດ ສ້າງຄວາມອຸ່ນອ່ຽນທຸ່ນທ່ຽງໃຫ້ແກ່ພະນັກງານ, ມີສະຕິກັ່ນກອງໃນການຮັບຂໍ້ມູນຂ່າວສານ. ພ້ອມນັ້ນ, ກໍຕັ້ງໜ້າປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ຍາດໄດ້ຜົນງານໃຫ້ໃຫຍ່ຫຼວງຍິ່ງຂຶ້ນເລື່ອຍໆ.

ຂ່າວ/ພາບໂດຍ: ຂວັນຕາ ສີສົມໂຄດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ