ວັນທີ 02 ຕຸລາ 2020 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 5  ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ໄດ້ຈັດພິທີປິດຊຸດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ຕາມຫົວຂໍ້ສະເພາະ ໃຫ້ຄະນະບໍລິຫານວິສາຫະກິດຂອງລັດ ຊຸດທີ III ພາຍຫຼັງດໍາເນີນມາເປັນເວລາ 5 ວັນເຕັມ. ພາຍໃຕ້ການເປັນປະທານຂອງ ທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າ ສມປຊ, ມີແຂກທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ສມປຊ ແລະຂັ້ນສູນກາງ, ພ້ອມດ້ວຍນັກສໍາມະນາການເຂົ້າຮ່ວມຢ່າງພ້ອມພຽງ.

     

ໃນພິທີ, ທ່ານ ປອ ນ. ໄກສອນ ຈັນສີນາ ກຳມະການຄະນະພັກ ສມປຊ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານບົດສະຫຼຸບຂອງການຝຶກອົບຮົມສອງຕະຫຼອດໄລຍະ 5 ວັນ. ຊຶ່ງຜ່ານການ, ຝຶກອົບຮົມ ທິດສະດີການເມືອງ-ການປົກຄອງໃຫ້ ຄະນະບໍລິຫານວິສາຫະກິດຂອງລັດ ຊຸດທີ III ຄັ້ງນີ້ ມີສຳມະນາກອນຈຳນວນ 42 ທ່ານ, ຍິງ 8 ທ່ານ ແມ່ນໄດ້ຮັບການຍົກລະດັບຄວາມຮູ້ ທາງດ້ານທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ ແລະແນວຄິດໄກສອນ ພົມວິຫານ ເພື່ອໃຫ້ຄະນະບໍລິຫານວິສາຫະກິດຂອງລັດນໍາໄປໝູນໃຊ້ໃຫ້ແທດເໝາະກັບສະພາບຄວາມເປັນຈິງໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ເຮັດໃຫ້ວິສາຫະກິດຂອງລັດໄດ້ຮັບການພັດທະນາໃຫ້ເຂັ້ມແຂງ ແລະເປັນເຈົ້າພາທາງໃຫ້ແກ່ວິສາຫະກິດອື່ນໆ ໃຫ້ເດີນຕາມທິດທາງຂອງພັກໃນການພັດທະນາຫັນເປັນສີຂຽວ, ການພັດທະນາເສດຖະກິດຕ້ອງຕິດພັນກັບການຮັກສາສິ່ງແວດລ້ອມ ພ້ອມທັງມີແບບແຜນ ແລະຄວາມສາມາດໃນການຊີ້ນໍາ-ນໍາພາ, ຍຶດໝັ້ນອຸດົມການຂອງພັກ ແລະປະຕິບັດຢ່າງເຂັ້ມງວດບັນດາຫຼັກການພື້ນຖານຂອງພັກ, ສາມາດປຸກລະດົມແນວຄວາມຄິດຂອງພະນັກງານໃນຫົວໜ່ວຍທຸລະກິດຂອງຕົນໃຫ້ມີຄວາມສາມັກຄີເປັນເອກະພາບກັບແນວທາງນະໂຍບາຍຂອງພັກ-ລັດ; ນອກນັ້ນ, ບັນຍາກາດຂອງການຝຶກອົບຮົມ ລະຫວ່າງ ວິທະຍາກອນກັບສຳມະນາການ ໄດ້ຍົກບັນຫາຕ່າງໆມາສຳມະນາ, ແລກປ່ຽນເຊິ່ງກັນ ແລະ ກັນ, ທັງນີ້ເພື່ແເຮັດໃຫ້ ສຳມະນາກອນນໍາເອົາທິດສະດີໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນຢ່າງມີຫົວຄິດປະດິດສ້າງເຮັດໃຫ້ການພັດທະນາປະເທດມີການຂະຫຍາຍຕົວຢ່າງຕໍ່ເນື່ອງເວົ້າລວມເວົ້າສະເພາະເຮັດໃຫ້ຫົວໜ່ວຍທຸລະກິດຂອງລັດວິສາຫະກິດມີຄວາມເຂັ້ມແຂງ, ສຳມະນາກອນໄດ້ຮູ້ຈັກການສັງລວມບັນຫາ, ວິເຄາະສະພາບການພາຍນອກ ແລະພາຍໃນທີ່ມີຜົນກະທົບຕໍ່ທຸລະກິດຂອງລັດ; ເພື່ອໝູນໃຊ້ຄວາມສາມາດໃນການຊີ້ນໍາ-ນຳພາເຂົ້າໃນການຊອກຊ່ອງທາງໃຫ້ແກ່ການຍົກສູງຂີດຄວາມສາມາດໃນການແຂ່ງຂັນໃນທ່າມກາງສະພາບການທີ່ມີການຫັນປ່ຽນສັບສົນ.

      ເພື່ອເປັນການຢັ້ງຍືນເຖິງຄວາມຮັບຮູ້ໃນທິດທາງທີ່ໄດ້ຮັບການເຝິກອົບຮົມທິດສະດີການເມືອງ-ການປົກຄອງໃນຫົວຂໍ້ສະເພາະນັ້ນ ທ່ານ ຮສ ສະໜຸດທອງ ສົມພານິດ ຮອງຫົວໜ້າ ສມປຊ ຈຶ່ງໄດ້ມອບໃບຢັ້ງຍືນໃຫ້ນັກສໍາສະນາກອນທັງ 43 ທ່ານ. ພ້ອມທັງມີຄໍາເຫັນຊີ້ແນະ ແລະຝາກຄວາມຫວັງໃນການນໍາພາວິສາຫະກິດຂອງລັດໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ສາມາດແຂ່ງຂັນ ແລະເປັນເຈົ້າພາທາງໃນລະບົບເສດຖະກິດຕະຫຼາດພາຍໃຕ້ແນວທາງນະໂຍບາຍຂອງພັກ ໃຫ້ດີຂຶ້ນເລື່ອຍໆ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ