ເພື່ອເປັນຊຸກຍູ້ ແລະອໍານວຍຄວາມສະດວກທາງດ້ານການບໍລິຫານວຽກງານ ຂອງໂຮງຮຽນການເມືອງ ແລະການປົກຄອງແຂວງ,ໃນຕອນແລງ ຂອງວັນທີ 15 ກັນຍາ ທີ່ຫ້ອງປະຊຸມໂຮງຮຽນ ນັກສຶກສາທິດສະດີການເມືອງ ແລະການປົກຄອງ ຊັ້ນກາງ ຮຸ່ນທີ XVI ໄດ້ອຸປະຖໍາເສື້ອຈໍານວນ 24 ຜືນໃຫ້ພະນັກງານ, ຄູ-ອາຈານໂຮງຮຽນການເມືອງ ແລະການປົກຄອງແຂວງເຊິ່ງມີມູນຄ່າ 1.560.000 ກີບ ແລະໃນວັນທີ 17 ກັນຍາ 2020 ທ່ານ ສິງໄຊ ກອງມະນີ ນັກສຶກສາທິດສະດີການເມືອງ ແລະການປົກຄອງ ຊັ້ນກາງ ຮຸ່ນທີ XVI ໄດ້ອຸປະຖໍາໂຕະຈໍານວນ 2 ໜ່ວຍ ແລະແຜງໂຊລາເຊວ ຈໍານວນ 1 ຊຸດ ເຊິ່ງລວມມູນຄ່າທັງໝົດ 1.500.000 ກີບ ໃຫ້ໂຮງຮຽນ, ທັງສອງລາຍການນີ້ກ່າວມອບໂດຍທ່ານ ບຸນເລີດ ວົງສີປະເສີດ ຫົວໜ້າຫ້ອງ ພ້ອມດ້ວຍຄະນະ. ພ້ອມດຽວກັນນີ້, ເປັນກຽດກ່າວຮັບໂດຍ ທ່ານ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ ພ້ອມດ້ວຍຄະນະ, ຄູ-ອາຈານ. ເພື່ອເປັນການສະແດງຄວາມຊົມເຊີຍ ທ່ານ ປອ ສີສອນພັນ ບຸນສີ ກໍໄດ້ກ່າວຂອບໃຈນໍາ ທ່ານ ສິງໄຊ ກອງມະນີ ແລະຄະນະນັກສຶກສາທີ່ໄດ້ຊ່ວຍອຸປະຖໍາເຄື່ອງໃຊ້ໃຫ້ໂຮງຮຽນການເມືອງ ແລະການປົກຄອງແຂວງ ໄຊະຍະບູລີ ແລະ ທ່ານ ຍັງໄດ້ກ່າວອີກຕື່ມວ່າ ຈະຊົມໃຊ້ເຄື່ອງໃຊ້ເຫຼົ່ານີ້ເຂົ້າໃນວຽກງານລວມ ຂອງໂຮງຮຽນ ພ້ອມທັງຄຸ້ມຄອງ, ຮັກສາເປັນຢ່າງດີ.

   ຂ່າວ/ພາບໂດຍ: ທ່ານ ຄໍາພອນ ໄຊຍະວົງ
 ບັນນາທິການໂດຍ: ຄອນສະຫວັນ ແສນຍານຸພາບ