ໂຮງຮຽນການເມືອງ ແລະການປົກຄອງແຂວງ ໄຊຍະບູລີເປີດກອງປະຊຸມຄົ້ນຄວ້າຫົວຂໍ້ບົດປ້ອງກັນຈົບຊັ້ນ ຂອງນັກສຶກສາທິດສະດີການເມືອງ ແລະການປົກຄອງ ລະບົບຊັ້ນກາງ ຮຸ່ນທີ XVI ຂຶ້ນໃນວັນທີ 16-17 ກັນຍາ 2020 ພາຍໃຕ້ການເປັນປະທານຂອງທ່ານ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີຄະນະອໍານວຍການໂຮງຮຽນ, ຫົວໜ້າ ແລະຮອງຂະແໜງ ພ້ອມດ້ວຍຄູ-ອາຈານ ເຂົ້າຮ່ວມ.

ຫົວຂໍ້ທີ່ນໍາມາຄົ້ນຄວ້າທັງໝົດມີ 99 ຫົວຂໍ້. ໂດຍມີການສົມທຽບ ລະຫວ່າງ ຫົວຂໍ້ບົດປ້ອງກັນທີ່ໄດ້ເລືອກມາກັບໜ້າທີ່ວຽກງານທີ່ນັກສຶກສາຮັບຜິດຊອບຕົວຈິງຢູ່ກົມກອງ ແລະກັບຫົວຂໍ້ບົດປ້ອງກັນຈົບຊັ້ນ ຂອງນັກສຶກສາຮຸ່ນອື່ນໆທີ່ໄດ້ຂຽນຜ່ານຂັ້ນສຸດທ້າຍແລ້ວ. ການຄົ້ນຄວ້າໃນຄັ້ງນີ້, ຄູ-ອາຈານແຕ່ລະທ່ານໄດ້ປະກອບຄໍາຄິດຄໍາເຫັນໃສ່ແຕ່ລະຫົວຂໍ້ບົດປ້ອງກັນຢ່າງກົງໄປກົງມາ ແລະຕົກລົງເປັນເອກະພາບຮັບຮອງເອົາ49 ຫົວຂໍ້ ເພື່ອນໍາສະເໜີສະຖາບັນການເມືອງ ແລະການປົກຄອງ ຄົ້ນຄວ້າຕົກລົງໃຫ້ນັກສຶກສາລະບົບຊັ້ນກາງຮຸ່ນທີ XVI ຈໍານວນ 49 ທ່ານ ຍິງ 9 ທ່ານ ນໍາມາເປັນຫົວຂໍ້ຄົ້ນຄວ້າຂຽນບົດຈົບຊັ້ນໃນຊຸດຮຽນດັ່ງກ່າວ.

ພາບ/ຂ່າວໂດຍ: ທ່ານ ຄໍາພອນ ໄຊຍະວົງ
ບັນນາທິການໂດຍ: ຄອນສະຫວັນ ແສນຍານຸພາບ