ໃນຕອນເຊົ້າຂອງວັນທີ 4 ກັນຍາ 2020 ທີ່ ຫ້ອງວ່າການປົກຄອງແຂວງໆ ອຸດົມໄຊ ໄດ້ປິດກອງປະຊຸມສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທີ່ ອຸດົມໄຊ ຊຶ່ງໄດ້ດໍາເນີນມາ ແຕ່ວັນທີ 31 ສິງຫາ-3 ກັນຍາ  ພາຍໃຕ້ການເປັນປະທານ ແລະ ດຳເນີນກອງປະຊຸມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ຄໍາພັນ ເຜີຍຍະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ, ມີບັນດາຜູ້ຕາງໜ້າໜ່ວຍງານຂັ້ນກົມ ຈາກ ສມປຊ, ມີບັນດາຜູ້ຕາງໜ້າຈາກໂຮງຮຽນການເມືອງ ແລະການປົກຄອງແຂວງ, ນະຄອນຫຼວງວຽງຈັນ, ມີພາກສ່ວນກ່ຽວຂ້ອງທີ່ຖືກເຊີນ ແລະແຕ່ງຕັ້ງ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ເປັນກຽດຂຶ້ນຜ່ານມະຕິກອງປະຊຸມ ຊຶ່ງໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມຄັ້ງນີ້ໄດ້ເຫັນດີເປັນເອກະພາບຮັບຮອງເອົາຜົນສໍາເລັດ ແລະຕີລາຄາຂໍ້ຄົງຄ້າງຢ່າງພາວະວິໄສໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນຢູ່ໂຮງຮຽນການເມືອງແລະການປົກຄອງແຂວງ, ນະຄອນຫຼວງ ສົກປີ 2019-2020 ແລະ ທິດທາງແຜນການ 2020-2021 ໃນການນໍາພາທາງດ້ານວິຊາການຂອງສະຖາບັນການເມືອງແລະການປົກຄອງແຫ່ງຊາດ, ນຳພາ-ຊີ້ນຳຮອບດ້ານຂອງແຂວງ ແລະນະຄອນຫຼວງຕໍ່ ໂຮງຮຽນການເມືອງ ແລະການປົກຄອງແຂວງ ແລະໂຮງຮຽນການເມືອງແລະການປົກຄອງນະຄອນຫຼວງ ໃຫ້ເປັນປົກກະຕິ, ປະຕິບັດລະບອບການສ້າງແຜນການ, ການປະສານງານໃນການຈັດຕັ້ງປະຕິບັດແຜນ, ການຕິດຕາມກວດກາ, ການປະຊຸມສ່ອງແສງລາຍງານ ແລະສະຫຼຸບຖອດຖອນບົດຮຽນໃຫ້ສາຍຕັ້ງ ແລະສາຍຂວາງຂອງຕົນຢ່າງເປັນປົກກະຕິທຸກ 03 ເດືອນ, 06 ເດືອນ ແລະ 01 ປີ. ຮັບຮອງເອົາຄາດໝາຍສູ້ຊົນດ້ານການຄົ້ນຄວ້າວິທະຍາສາດ ແລະການຄຸ້ມຄອງການຮຽນ-ການສອນຂອງແຜນການສົກປີ, ສືບຕໍ່ລົງປະເມີນ ແລະຕົກລົງຍ້ອງຍໍໂຮງຮຽນການເມືອງ ແລະການປົກຄອງແຂວງ, ນະຄອນຫຼວງທີ່ສາມາດຈັດຕັ້ງປະຕິບັດຂໍ້ກຳນົດວ່າດ້ວຍມາດຕະຖານໂຮງຮຽນພັດທະນາທີ່ມີຄຸນນະພາບໄດ້ດ້ວຍ 3 ລະດັບຄື: ປະເພດ1ແມ່ນໂຮງຮຽນທີ່ສາມາດປະຕິບັດໄດ້ 12 ມາດຕະຖານ, ປະເພດ 2 ແມ່ນໂຮງຮຽນທີ່ສາມາດປະຕິບັດໄດ້ 9 ມາດຕະຖານແລະປະເພດ 3 ແມ່ນໂຮງຮຽນທີ່ສາມາດປະຕິບັດໄດ້ 7 ມາດຕະຖານ, ສືບຕໍ່ປະເມີນ ແລະຕົກລົງຍ້ອງຍໍໂຮງຮຽນການເມືອງແລະການປົກຄອງແຂວງ, ນະຄອນຫຼວງຕາມ 5 ເງື່ອນໄຂ.

ພ້ອມກັນນັ້ນ, ໃນທີ່ປະຊຸມໄດ້ລົງຕົກລົງຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ຄັ້ງຕໍ່ໄປແມ່ນແຂວງຊຽງຂວາງ

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ