ໃນຕອນເຊົ້າ ວັນທີ 27/08/2020 ກຳມະບານຮາກຖານ ສູນຂໍ້ມູນຂ່າວສານ ການເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄປທັດສະນະສຶກສາ ຢູ່ ບໍລິສັດດາວທຽມລາວເອເຊຍປາຊີຟິກ ພາຍໃຕ້ການນໍາພາຂອງ ທ່ານ ນາງ ອໍາພອນ ບຸນລືໄຕ ປະທານກໍາມະບານ ຮາກຖານສູນຂໍ້ມູນຂ່າວສານການ ເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ. ໃຫ້ການຕ້ອນຮັບຂອງທ່ານ ປທ ນາງ ທິດາວັນ ໝອກອິນຕາ ປະທານຮາກຖານກຳມະບານບໍລິສັດດາວທຽມລາວເອເຊຍປາຊີຟິກ.

          ທ່ານ ສີສັນ ປອງນະທີ ຮອງອຳນວຍການໃຫຍ່ ບໍລິສັດດາວທຽມລາວເອເຊຍປາຊີຟິກຈຳກັດ ໄດ້ໃຫ້ກຽດເປັນວິທະຍາກອນ ອະທິບາຍກ່ຽວກັບຄວາມເປັນມາຂອງໂຄງການ ດາວທຽມລາວ (Laosat) ເຊິ່ງເລີ່ມແຕ່ວັນ​ທີ 12 ທັນວາ 2012 ກະຊວງ ​ປທສ ຕາງໜ້າ​ໃຫ້​ລັດ​ຖະບານ​ລາວ​ ໄດ້​ເຊັນ​ສັນຍາ​ກັບ​ບໍ​ລິສັດ APMT ​ສປ ຈີນ ເພື່ອ​ປະຕິບັດໂຄງການ​ສ້າງ, ສົ່ງ​ດາວ​ທຽມ ແລະ ກໍ່ສ້າງ​ສູນ​ບັນຊາ​ພາກ​ພື້ນດິນ ພ້ອມ​ດ້ວຍ​ການ​ສ້າງ​ນັກ​ວິຊາ​ການ​ບັນຊາ​ດາວ​ທຽມໃຫ້ແກ່ຝ່າຍລາວ, ມາໃນຕອນເຊົ້າມືດວັນ​ທີ 21 ພະຈິກ 2015 ທີ່ແຂວງເສສວນ ສປ ຈີນ. ດາວ​ທຽມ​ລາວດວງ​ທຳ​ອິດ “LAOSAT-1” ໄດ້ຖືກ​ສົ່ງ​ຂຶ້ນ​ສູ່ອາ​ວະ​ກາດ​ໃນ​ຕຳແໜ່ງເສັ້ນ​ໂຄຈອນ 128.5 ອົງສາ ດ້ວຍ​ຜົນສຳເລັດ​.

           ໃນຕອນແລງວັນທີ 9 ມີນາ 2016 ໄດ້ມີພິທີມອບ-ຮັບ ດາວທຽມລາວເຊັດ 1 (LAOSAT-1) ແລະ ເປີດໂຕບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ຂຶ້ນຢ່າງເປັນທາງການທີ່ ສະຖານີດາວທຽມພາກພື້ນດິນ ຫຼັກ 14 ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

           ປັດຈຸບັນມີຫຼາຍບໍລິສັດພາຍໃນ ແລະ ບໍລິສັດຕ່າງປະເທດ. ໃນນັ້ນ,​ ມີຮົງກົງ (ສປ.ຈີນ), ປະເທດຈີນຕອນໃຕ້ ແລະ ອິນໂດເນເຊຍ ເຊິ່ງກວມອັດຕາສ່ວນຫຼາຍກວ່າໝູ່ ໄດ້ເຊົ່າ ຕຼານສະປອນເດີ (ປ່ອງຮັບສົ່ງຜ່ານສັນຍານ) ໂດຍທີ່ບໍລິສັດດາວທຽມລາວ ໄດ້ກຳນົດຕຼຮານສະປອນເດີໄວ້ 17 ປ່ອງ ໄວ້ສຳລັບລູກຄ້າຕ່າງປະເທດ ຈາກທັງໝົດທີ່ມີ 22 ປ່ອງ.      

            ໂຄງການດາວທຽມລາວ (Laosat-1) ດັ່ງກ່າວນີ້ເປັນການຮ່ວມທຶນ ລະຫວ່າງ ລັດຖະບານ ສປປ ລາວ 45%, ບໍລິສັດ China-Pacific Mobile Telecommunications Satellite (APMT) ຂອງຈີນ 35%, ບໍລິສັດ Space Star Technology (SSTC) ຂອງຈີນ 15% ແລະ ບໍລິສັດ Asia Pacific Satellite Technology (APST) (ຮົງກົງ) 5% ເຊິ່ງການເຊັນສັນຍາຮ່ວມທຶນດັ່ງກ່າວ ແມ່ນເພື່ອສ້າງຄວາມສະດວກໃນວຽກບໍລິການ ການສື່ສານຜ່ານດາວທຽມປະເພດຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດເຊັ່ນ: ການສື່ສານສຳລັບວຽກງານຂອງລັດ ການໃຫ້ເຊົ່າຊ່ອງດາວທຽມ, ການບໍລິການໂທລະພາບຜ່ານດາວທຽມ, ການສື່ສານສຳລັບເຂດຊົນນະບົດ ແລະ ຫ່າງໄກສອກຫຼີ, ການສຶກສາ ແລະ ການແພດທາງໄກ, ລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດການສື່ສານໃນວຽກງານບັນເທົາທຸກ ແລະ ຟື້ນຟູຈາກໄພພິບັດ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ