ໃນຕອນເຊົ້າວັນທີ 24/08/2020 ຢູ່ທີ່ ສະຖາບັນສື່ມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ (ຖວທ) ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ 45 ວັນ ຊຸດທີ X ໃຫ້ພະນັກງານຫຼັກແຫຼ່ງຂອງກະຊວງດັ່ງກ່າວ, ພາຍໃຕ້ການເປັນປະທານຂອງ ທ່ານ ບົວເງິນ ຊາພູວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ຖວທ; ທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ທ່ານ ປອ ນ. ໄກສອນ ຈັນສີນາ ກໍາມະການຄະນະບໍລິຫານງານພັກ ສມປຊ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ມີບັນດາຫົວໜ້າກົມ, ຮອງກົມອ້ອມຂ້າງກະຊວງ ຖວທ ແລະສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.

      ໃນພິທີ ທ່ານ ຄໍາຫຼ້າ ຍອຍສາຍຄໍາ ວ່າການຫົວໜ້າສະຖາບັນສື່ມວນຊົນ ວັດທະນະທໍາ ແລະທ່ອງທ່ຽວ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດເປີດຝຶກອົບຮົມທິດສະດີການເມືອງ ແລະການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ X, ເພື່ອບຳລຸງສ້າງຄວາມເຂັ້ມແຂງ ທາງດ້ານທິດສະດີການເມືອງ ແລະ ການປົກຄອງໃຫ້ແກ່ບັນດາສະມະຊິກພັກ ແລະ ພະນັກງານຫຼັກແຫຼ່ງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງພວກເຮົາ ໃຫ້ໄດ້ຮຽນຮູ້ຫຼັກມູນພື້ນຖານ ແລະ ທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະແນວທາງແຜນນະໂຍບາຍຂອງພັກ, ບັນດາກົດໝາຍ ແລະ ແຜນພັດທະນາເສດຖະກິຕສັງຄົມແຕ່ລະໄລຍະຂອງລັດ ຕາມໂຄງການຫຼັກສູດຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທັງເປັນການປະກອບສ່ວນສໍາລຸງຍົກລະດັບຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ທັດສະນະຫຼັກໝັ້ນການເມືອງຂອງພະນັກງານແຕ່ລະກົມກອງ ອ້ອມຂ້າງກະຊວງໃຫ້ສູງຂຶ້ນ. ການຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມຈໍານວນ 52 ທ່ານ, ຍິງ 23 ທ່ານ ຊຶ່ງຈະໄດ້ສຶກສາພາກເນື້ອໃນການຮຽນ-ການສອນຕາມຫຼັກສູດຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດວາງອອກ ຊຶ່ງປະກອບມີ 5 ພາກວິຊາຄື: 1. ພາກວິຊາປັດຊະຍາ; 2. ພາກວິຊາເສດຖະສາດການເມືອງ; 3. ພາກວິຊາລັດທິສັງຄົມນິຍົມວິທະຍາສາດ; 4. ພາກວິຊາບໍລິຫານສາດ; 5. ພາກວິຊາກໍ່ສ້າງພັກ ເຊິ່ງຈະຂຶ້ນຫ້ອງຮຽນ, ໄປທັດສະນະ ແລະແບ່ງກຸ່ມຄົ້ນຄວ້າ ໃຊ້ເວລາ 45 ວັນ ເລີ່ມຈາກວັນທີ 24 ສິງຫາ ຫາ ວັນທີ 23 ຕຸລາ 2020.

      ທ່ານ ບົວເງິນ ຊາພູວົງ ຄະນະປະທານໃນພິທີ ໄດ້ມີຄໍາເຫັນໂອ້ລົມຕໍ່ກັບການຝຶກອົບຮົມທິດສະດີການເມືອງໃນຄັ້ງນີ້ ເຊິ່ງທ່ານໄດ້ໃຫ້ທິດແກ່ນັກຝຶກອົບຮົມ ໃຫ້ຕັ້ງໃຈສຶກສາຄົ້ນຄວ້າ ເພື່ອໃຫ້ກໍາໄດ້ບັນດາຫຼັກມູນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ ແລະບັນດານິຕິກໍາຕ່າງໆ ເພື່ອນໍາພາໜ່ວຍງານ ກົມກອງຂອງຕົນໃຫ້ຖືກທິດທາງທີ່ພັກໄດ້ວາງໄວ້.

ຂ່າວ: ຕາອັອດ ແສນທະວີສຸກ
ບັນນາທິການ+ຮູບພາບ: ຄອນສະຫວັນ ແສນຍານຸພາບ