ໂດຍປະຕິບັດຕາມ ແຈ້ງການຂອງຄະນະປະຄຳພັກແຂວງຊຽງຂວາງສະບັບເລກທີ292 /ຄປພຂ ລົງວັນທີ 4 ສິງຫາ 2020 ວ່າດ້ວຍການຈັດຕັ້ງປະຖະກະຖາ, ວັນສຳຄັນຕ່າງໆຂອງພັກຂອງຊາດ ແລະເພື່ອນມິດສາກົນ.

ມາໃນວັນທີ 19 ສິງຫາ 2020 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຈັດພິທີປະຖະກະຖາເຜີຍແຜ່, ເຊື່ອມຊຶມເອກະສານສໍາຄັນຄັນຂອງພັກ, ຂອງຊາດ ໃຫ້ກຽດເຂົ້້າຮ່ວມເປັນປະທານພິທີມີສະຫາຍ ປທ ນາງ ບົວສີ ນາຖາວົງ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ, ມີສະຫາຍ ປທ ຄຳຜຸຍ ໂນລາ ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ ມີບັນດາພະນັກງານຄູ-ອາຈານ, ນັກສຶກສາ ຮຸ່ນທີ XVI, ນັກສຶກສາລະກໍ່ສ້າງຊັ້ນຕົ້ນຮຸ່ນທີ VI ຂອງເມືອງແປກ ເຂົ້າຮ່ວມຢ່າງພ້ອມພຽງ.

      ເອກະສານທີ່ນຳມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ປະກອບດ້ວຍ: ເອກະສານສານລະນຶກວັນຍຶດອຳນາດ 23 ສິງຫາ 1945 ແລະ 23 ສິງຫາ 1975; ເອກະສານລະນຶກວັນຄ້າຍວັນເກີດ ຂອງປະທານ ສຸພາ ນຸວົງ ຄົບຮອບ 111 ປີ( 13 ກໍລະກົດ 1909-13 ກໍລະກົດ 2020); ເອກະສານ ວັນສົນທິສັນຍາມິດຕະພາບແລະການຮ່ວມມືລາວ-ຫວຽດນາມ ຄົບຮອບ 43 ປີ(18 ກໍລະກົດ 1977-18 ກໍລະກົດ 2020 ແລະວັນສ້າງຕັ້ງສາຍພົວພັນການທູດ ສປປລາວ ແລະສສຫວຽດນາມ ຄັບຮອບ 58 ປີ (5 ກັນຍາ 1962-2020); ເອກະສານ ມູນເຊື້ອການກຳເນີດ ແລະການຂະຫຍາຍຕົວຂອງອົງການແນວລາວສ້າງຊາດ ຄົບຮອບ 70 ປີ( 13 ສິງຫາ 1950-13 ສິງຫາ 2020); ເອກະສານວັນລັດຖະທໍາມະນູນແຫ່ງ ສປປ ລາວ  ຄັບຮອບ 29 ປີ ( 15 ສິງຫາ 1991-15 ສິງຫາ 2020).

      ໃນພິທີດັ່ງກ່າວ ສະຫາຍ ນ. ບົວສີ ນາຖາວົງ ກໍາມະການພັກແຂວງ ຫົວໜ້າໂຮງຮຽນ ແລະສະຫາຍ ຄຳຜຸຍ ໂນລາ ຮອງຫົວໜ້າໂຮງຮຽນ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ເນື້ອໃນເອກະສານດັ່ງກ່າວ ໂດຍແຕ່ລະທ່ານໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນໃນແຕ່ລະເອກະສານທີ່ນໍາມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້. 

      ໃນຕອນທ້າຍພິທີໄດ້ຮັບຟັງການໂອ້ລົມຂອງສະຫາຍປະທານ ສະຫາຍໄດ້ຮຽກຮ້ອງໃຫ້ພະນັກງານ-ຄູອາຈານ ແລະນັກສຶກສາທຸກຮຸ່ນ, ທຸກລະບົບ ຈົ່ງພ້ອມກັນ ເອົາໃຈໃສ່ເຊື່ອມຊືມເນື້ອໃນຂອງແຕ່ລະເອສານໃຫ້ຮັບຮູ້ ເຂົ້າໃຈຢ່າງເລີກເຊິ່ງ ແລະພ້ອມກັນຈົ່ງນຳເອົາບົດຮຽນດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ຂ່າວ-ພາບໂດຍ: ທ່ານ ຈັນເພັງ ນັນທະວົງ
ຄູ-ອາຈານໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ.
ບັນນາທິການ: ຄອນສະຫວັນ ແສນຍານຸພາບ