ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2020 ທີ່ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ໂດຍການເປັນ ປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ໃຫ້ກຽດເຂົ້າຮ່ວມກອງປະຊຸມຂອງສະຫາຍ ສຈ. ປອ ກິແກ້ວ ໄຂຄໍາພິທູນ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວ, ມີສະຫາຍໃນຄະນະບໍລິຫານງານພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ຜູ້ຕາງໜ້າຈາກອົງການຈັດຕັ້ງພັກ-ລັດຂັ້ນສູນກາງ ແລະທ້ອງຖິ່ນທີ່ກ່ຽວຂ້ອງ ພ້ອມທັງຜູ້ແທນສົມບູນທັງ 284 ສະຫາຍ, ຍິງ 82 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ຮັກສາການເລຂາຄະນະບໍລິຫານງານພັກໄດ້ຂຶ້ນຜ່ານບົດລາຍງານການເມືອງທັງ 2 ພາກຄື:

ໜຶ່ງ, ຜົນສຳ​ເລັດ​ ຂອງ​ການ​ນຳພາ​ຈັດຕັ້ງປະຕິບັດ​ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ IV ຂອງ​ອົງຄະ​ນະ​ພັກ​ສະ​ຖາ​ບັນ​ການ​ເມືອງ ​ແລະການ​ປົກຄອງ​ແຫ່ງ​ຊາດໄລຍະ 2015-2020 ຊຶ່ງເນື້ອໃນໄດ້ສ່ອງແສງໃຫ້ເຫັນວ່າຄະ​ນະບໍລິຫານ​ງານ​ພັກສະ​ຖາ​ບັນ​ການ​ເມືອງ ​ແລະການ​ປົກຄອງ​ແຫ່ງ​ຊາດ ​ຍັງ​ສືບ​ຕໍ່ຖື​ເອົາ​ວຽກ​ງານ​ການ​ເມືອງ-​ແນວ​ຄິດເປັນ​ວຽກ​ງານ​ກົກ​, ​ເປັນ​ວຽກ​ງານ​ບູລິ​ມະ​ສິດ​ອັນ​ສຳຄັນ​ອັນດັບ​ໜຶ່ງ​ໃນ​ການຈັດຕັ້ງ ແລະການ​ເຄື່ອນ​ໄຫວ​ນຳພາ​ ຂອງ​ຕົນ ​ແລະ​ໄດ້​ນໍາພາ-ຊີ້ນຳການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ນີ້ຢ່າງ​ເປັນ​ລະບົບ, ປົກກະຕິຕໍ່​ເນື່ອງ​ ​ໂດຍ​ນໍາ​ເອົາ​ວຽກ​ງານ​ດັ່ງກ່າວສອດ​ຫ້ອຍ​​ເຂົ້າກັບ​ທຸກ​ຂົງ​ເຂດ​ວຽກ​ງານ​ ຂອງ​ສະ​ຖາ​ບັນ ເຮັດໃຫ້ສະມາຊິກພັກ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດມີຄວາມອຸ່ນອ່ຽນທຸນທ່ຽງ ຕັ້ງໜ້າປະຕິບັດໜ້າທີ່ວຽກງານ ແລະສຶກສາຄົ້ນຄວ້າຮໍ່າຮຽນດ້ວຍຄວາມເອົາໃຈໃສ ແລະມີຄວາມຮັບຜິດຊອບສູງ; ທາງດ້ານວິຊາສະເພາະການຮຽນ-ການສອນ ນັບ​ແຕ່​ປີ 2015 ມາ​ຮອດ​ປັດຈຸ​ບັນ ມີ​ຜູ້​ເຂົ້າ​ຮຽນ​ລະບົບ​ຕ່າງໆ ສະເພາະຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ທັງໝົດ 2.287 ຄົນ, ຍິງ 512 ຄົນ; ຮຽນ​ຈົບ​ໄປ​ແລ້ວ 1.480 ຄົນ, ຍິງ 315 ຄົນ ແລະ ກຳລັງສືບຕໍ່​ຄົ້ນຄວ້າຮ່ຳຮຽນ 807 ຄົນ, ຍິງ 197 ຄົນ. ສ່ວນຫຼັກສູດ​ຝຶກ​ອົບຮົມ​ຕາມ​ຫົວ​ຂໍ້​ສະ​ເພາະ ມີ​ຜົນສຳ​ເລັດ ເຊັ່ນ: ຫຼັກສູດ​ຝຶກ​ອົບຮົມ​ເລຂາ​ພັກ​ບ້ານ ນາຍບ້ານ ​ໄດ້​ເຮັດ​ທົດ​ລອງ ຢູ່​ແຂວງ​ຫົວພັນ 1 ຊຸດ ມີຜູ້​ເຂົ້າ​ຮ່ວມ 120 ຄົນ, ຍິງ 3 ຄົນ, ຫຼັງ​ຈາກ​ນັ້ນ ກໍ​ໄດ້​ມອບ​ເປັນຄວາມ​ຮັບຜິດຊອບ ຂອງ​ໂຮງຮຽນ​ການ​ເມືອງ ​ແລະ​ການ​ປົກຄອງ​ທ້ອງ​ຖິ່ນ ເປັນ​ຜູ້​ຈັດ​ຕັ້ງ​ປະຕິບັດ, ຫຼັກສູດ​ຝຶກ​ອົບຮົມ​ເລຂາ​ພັກ​ເມືອງ ຄະນະ​ປະຈຳ​ພັກ​ເມືອງ ມີ 100 ຄົນ, ຍິງ 7 ຄົນ; ຫຼັກສູດ​ຝຶກ​ອົບຮົມ ຄະນະ​ບໍລິຫານ​ລັດ​ວິ​ສາ​ຫະກິດ ມີຜູ້​ເຂົ້າ​ຮ່ວມ 48 ຄົນ, ຍິງ 3 ຄົນ; ຫຼັກສູດ​ຝຶກ​ອົບຮົມ​ 45 ວັນ ທີ່ຢູ່​ກະຊວງ-ອົງການ ມີ 4.486 ຄົນ, ຍິງ 1.805 ຄົນ. ພິ​ເສດຄະນະ​ບໍລິຫານ​ງານ​ພັກ​ສະ​ຖາ​ບັນ ໄດ້​ເອົາ​ໃຈ​ໃສ່ນຳພາ-ຊີ້ນຳຢ່າງເປັນລະບົບ ກ່ຽວກັບ​ວຽກງານຄົ້ນຄວ້າແນວຄິດໄກສອນພົມວິຫານ ຕາມມະຕິ ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ຄົ້ນຄວ້າ​​ແນວ​ຄິດ​ໄກສອນ ພົມວິຫານ ສະບັບ​ເລກທີ 058/ກມສພ, ລົງ​ວັນ​ທີ 13 ທັນ​ວາ 2018. ​ໄດ້ສຸມ​ໃສ່​ເກັບ​ກຳ ​ແລະ​ຮິບ​ໂຮມ​ເອກະສານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ ຂອງ​ປະທານ ໄກສອນ ພົມວິຫານ ​ ​ເປັນຕົ້ນ: ເອກະສານ, ບົດ​ໂອ້​ລົມ, ບົດ​ກ່າວ​ປາ​ໄສ, ບົດ​ສູນ​ທອນ​ພົດ ​ແລະ​ປຶ້ມການ​ເຄື່ອນ​ໄຫວ​ຕ່າງໆ ເຊິ່ງເກັບກຳໄດ້ທັງໝົດ 500 ກວ່າລາຍການ, ລວມມີ 14.000 ກວ່າໜ້າ; ການ​ນຳພາ​ວຽກ​ງານຕິດຕາມກວດກາ ​ແລະປ້ອງກັນ​ພັກ. ແຕ່ປີ 2015-2017 ​ມີ​ສະມາຊິກພັກ​​ເຂັ້ມແຂງ​-ຮູ້​ນຳພາ​ຮອບດ້ານ 786 ສະຫາຍ, ຍິງ 178 ສະຫາຍ; ສະມາຊິກ​ພັກ​ແຂງ​ ມີ 23 ສະຫາຍ, ຍິງ 4 ສະຫາຍ; ສະ​ຊິກ​ພັກກາງ ແລະອ່ອນ ບໍ່ມີ​; ມາ​ຮອດ​ປີ 2018-2019 ໄດ້​ຕີ​ລາຄາ​ຈັດ​ແບ່ງ​ປະ​ເພດ​ສະມາຊິກ​ພັກ ຕາມ​ເນື້ອ​ໃນ​ສ້າງ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ​ເຊິ່ງມີ​ສະມາຊິກ​ພັກ​ແຂງ 448 ສະຫາຍ, ຍິງ 111 ສະຫາຍ; ກາງ 15 ສະຫາຍ, ຍິງ 3 ສະຫາຍ; ມອບບັດ​ໃຫ້​ສະມາຊິກ​ພັກ 789 ສະຫາຍ, ຍິງ 174 ສະຫາຍ…

      ສອງ, ທິດທາງ ແລະໜ້າທີ່ຕົ້ນຕໍໃນການນຳພາຂອງອົງຄະນະພັກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດໄລຍະ 2020-2025 ໃນການຍົກລະດັບທາງດ້ານແນວຄິດ-ທິດສະດີ, ສະຖາບັນການເມືອງແລະການປົກຄອງແຫ່ງຊາດມີພາລະບົດບາດ, ໜ້າທີ່ສຳຄັນແຖວໜ້າໃນການກໍ່ສ້າງ, ບຳລຸງພະນັກງານ, ຖືເປັນເບົ້າຫຼອມພະນັກງານຜູ້ສືບທອດພາລະກິດປະຕິວັດຂອງພັກທີ່ຈົງຮັກພັກດີ ແລະມີຄວາມເດັດດ່ຽວໜຽວແໜ້ນທາງດ້ານແນວຄິດ-ທິດສະດີຕໍ່ອຸດົມການປະຕິວັດຂອງພັກເຮົາ; ເປັນສູນກາງແຫ່ງການຄົ້ນຄວ້າລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ມູນເຊື້ອ ແລະປະຫວັດສາດຂອງພັກ, ຂອງຊາດ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ວິທະຍາສາດການເມືອງ-ການປົກຄອງ, ວິທະຍາສາດການນຳພາຄຸ້ມຄອງ, ຮັບໃຊ້ການຮຽນ-ການສອນ, ສະໜອງຂໍ້ມູນວິທະຍາສາດໃຫ້ແກ່ການວາງແນວທາງ, ນະໂຍບາຍຂອງພັກ-ລັດ ໃນຊຸມປີຕໍ່ໜ້າຕ້ອງຮັບປະກັນໃຫ້ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ມີລະບົບພື້ນຖານໂຄງລ່າງ- ວັດຖຸເຕັກນິກ ທີ່ມີຄວາມທັນສະໄໝ; ມີຫຼັກສູດບຳລຸງ ແລະກໍ່ສ້າງທິດສະດີການເມືອງທີ່ເປັນລະບົບ; ດຳເນີນການຄົ້ນຄວ້າວິທະຍາສາດໂຄງການລະດັບຊາດໃນຫຼາຍຫົວຂໍ້, ສ້າງໄດ້ປື້ມແບບຮຽນ ແລະເອກະສານຄົ້ນຄວ້າທີ່ທັນກັບສະພາບການແຕ່ລະໄລຍະ ເພື່ອຮອງຮັບການປະຕິບັດໜ້າທີ່ການເມືອງຂອງສະຖາບັນ.

      ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຈາກຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ, ຜູ້ຕາງໜ້າຄູ-ອາຈານອາວຸໂສ, ຜູ້ຕາງໜ້າຄູ-ອາຈານໜຸ່ມ ແລະຜູ້ຕາງໜ້ານັກສຶກສາ.

ຈາກນັ້ນ ຄະນະບໍລິຫານງານພັກຊຸດທີ IV ໄດ້ຂຶ້ນຜ່ານບົດສຳຫຼວກການຊີ້ນຳ-ນຳພາໃນໄລຍະ 2015-2020 ເຊິ່ງໄດ້ຕີລາຄາດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ ບົດຮຽນທີ່ຖອດຖອນໄດ້ ຈາກນັ້ນໄດ້ກ່າວອໍາລາໜ້າທີ່ ແລະມອບໜ້າທີ່ນໍາພາໃຫ້ຄະນະປະທານກອງປະຊຸມ ເພື່ອຊີ້ນໍາ-ນໍາພາກອງປະຊຸມ.

ໃນພາກບ່າຍຄະນະປະທານກອງປະຊຸມໄດ້ຊີ້ນໍາ-ນໍາພາການປ່ອນບັດເພື່ອເລືອກເອົາຄະນະພັກຊຸດໃໝ່ ແລະຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ.

ຜ່ານການໃຊ້ສິດປະຊາທິປະໄຕຢ່າງເຕັມສ່ວນຂອງຜູ້ແທນກອງປະຊຸມຈໍານວນ 284 ສະຫາຍ ຕໍ໋ຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 12 ສະຫາຍ, ຍິງ 4 ສະຫາຍ. ເລືອກເອົາ 9 ສະຫາຍ, ຜົນການປ່ອນບັດເລືອກຕັ້ງໄດ້ 9 ສະຫາຍ, ຍິງ 4 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນເລືອກຕັ້ງເອົາ:

  1. ສະຫາຍ ຮສ ພູວົງ ອຸ່ນຄຳແສນ            ເປັນເລຂາ ຄະນະບໍລິຫານງານພັກ
  2. ສະຫາຍ ປທ ນ. ບຸນມີ ຈຸນລະຈັກ           ເປັນຮອງເລຂາ   ຄະນະບໍລິຫານງານພັກ
  3. ສະຫາຍ ປທ ນ. ໃບຊ່ຽນ ມູນຕີວົງ          ເປັນຄະນະປະຈຳ ຄະນະບໍລິຫານງານພັກ
  4. ສະຫາຍ ປອ ຄຳໃບ ມາລາສິງ             ເປັນກຳມະການ ຄະນະບໍລິຫານງານພັກ
  5. ສະຫາຍ ປອ ດາວສະຫວັນ ເຄືອມີໄຊ        ເປັນກຳມະການ ຄະນະບໍລິຫານງານພັກ
  6. ສະຫາຍ ປອ ນ. ໄກສອນ ຈັນສີນາ          ເປັນກຳມະການ ຄະນະບໍລິຫານງານພັກ
  7. ສະຫາຍ ປທ ແສງທອງ ພຸດທະວົງ          ເປັນກຳມະການ ຄະນະບໍລິຫານງານພັກ
  8. ສະຫາຍ ປອ ສາຍຄຳ ມູນມະນີວົງ          ເປັນກຳມະການ ຄະນະບໍລິຫານງານພັກ
  9. ສະຫາຍ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ         ເປັນກຳມະການ ຄະນະບໍລິຫານງານພັກ

ກອງປະຊຸມປະຖົມມະລຶກຍັງໄດ້ເລືອກຕັ້ງເອົາປະທານ ແລະ ຮອງປະທານກວດກາດັ່ງນີ້:

  1. ສະຫາຍ ປທ ນ. ບຸນມີ ຈຸນລະຈັກ           ເປັນປະທານກວດກາ
  2. ສະຫາຍ ປອ ຄຳຫຼ້າ ລໍວານໄຊ             ເປັນຮອງປະທານກວດກາ
  3. ສະຫາຍ ປທ ນ. ອານົງ ຂັນທະຍົງ          ເປັນຮອງປະທານກວດກາ

      ກອງປະຊຸມຄັ້ງນີ້ຜູ້ແທນກອງປະຊຸມຍັງໄດ້ໃຊ້ສິດຂອງຕົນປ່ອນບັດເລືອກເອົາຜູ້ແທນສົມບູນ ແລະສຳຮອງເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວໃນຄັ້ງຕໍ່ໄປທີ່ຈະມາເຖິງນີ້.

      ທ້າຍພິທີສະຫາຍ ສຈ. ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ ໄດ້ມີຄໍາເຫັນ ແລະສະແດງຄວາມຊົມເຊີຍຕໍ່ຜົນສຳເລັດກອງປະຊຸມໃຫຍ່ຄັ້ງນີ້ ເຊິ່ງສະຫາຍໄດ້ເນັ້ນບາງຈຸດດັ່ງນີ້:

     ໜຶ່ງ, ເພື່ອຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງການປ່ຽນແປງໃໝ່, ພິເສດແມ່ນຄວາມຮຽກຮ້ອງຕ້ອງການກ່ຽວກັບການປ່ຽນແປງໃໝ່ໃນການກໍ່ສ້າງ-ບຳລຸງສ້າງຖັນແຖວພະ​ນັກ​ງານໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມສາມາດແລະໄດ້ຮັບຄວາມເຊື່ອໝັ້ນ, ສົມກັບຖານະຕຳແໜ່ງນັ້​ນ, ອີງໃສ່ພາລະບົດບາດ, ໜ້າທີ່ໃໝ່ຂອງຕົນ.

     ສອງ,ເອົາໃຈໃສ່ນຳພາ-ຊີ້ນຳສ້າງການຫັນປ່ຽນຢ່າງຕັ້ງໜ້າຕື່ມອີກໃນການປະຕິບັດໜ້າທີ່ບຳລຸງ-ກໍ່ສ້າງພະນັກງານໃຫ້ແກ່ພັກ, ໂດຍກໍາແໜ້ນທິດນຳໃນການກໍ່ສ້າງ-ບຳລຸງພະນັກງານຂອງພັກໃນແຕ່ລະໄລຍະ, ໃນຕໍ່ໜ້າສະຖາບັນຄວນສືບຕໍ່ພັດທະນາຫຼັກສູດການຮຽນ-ການສອນໃຫ້ມີຄວາມຕໍ່ເນື່ອງຕາມມະຕິຂອງກົມການເມືອງສູນກາງພັກ, ສາມາດສ້າງໄດ້ນັກການເມືອງ, ພະນັກງານນຳພາຄຸ້ມຄອງທີ່ເກັ່ງ, ມີຄວາມຮູ້ຄວາມສາມາດ, ມີຄວາມໜັກແໜ້ນທາງດ້ານຄຸນສົມບັດ, ສິນທຳປະຕິວັດຕອບສະໜອງໃຫ້ກັບສູນກາງແລະທ້ອງຖິ່ນ; ໃນຕໍ່ໜ້າຄວນຫັນທິດໄປສູ່ການບຳລຸງໃຫ້ຫຼາຍຂຶ້ນ.

     ສາມ,ເພີ່ມທະວີການປະຕິບັດພາລະບົດບາດໃນການຄົ້ນຄວ້າທິດສະດີມາກ-ເລນິນ, ແນວຄິດໄກສອນພົມວິຫານ, ມູນເຊື້ອແລະປະຫວັດສາດຂອງພັກ, ຂອງຊາດ,… ໃນຕໍ່ໜ້ານີ້ການຄົ້ນຄວ້າວິທະຍາສາດຕ້ອງຕິດພັນກັບການຜັນຂະຫຍາຍມະຕິຂອງພັກ, ຄົ້ນຄວ້າທິດສະດີແລະສະຫຼຸບພຶດຕິກຳກ່ຽວກັບການພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະ, ໃຫ້ມີຫຼາຍໂຄງການຄົ້ນຄວ້າລະດັບຊາດທີ່ມີລັກສະນະບຸກທະລຸປະດິດສ້າງທາງດ້ານທິດສະດີເພື່ອປະກອບສ່ວນເຂົ້າໃນການວາງແນວທາງຂອງພັກ, ນະໂຍບາຍຂອງລັດ. ສຳລັບການຄົ້ນຄວ້າແນວຄິດໄກສອນພົມວິຫານພວກສະຫາຍຕ້ອງຖືສຳຄັນແທ້ໆຖືເອົາວຽກງານດັ່ງກ່າວເປັນໃຈກາງໃນການເຄື່ອນໄຫວຄົ້ນຄວ້າວິທະຍາສາດໃນຊຸມປີຕໍ່ໜ້າ, ພ້ອມນີ້ສະຖາບັນກໍຄວນເຮັດບົດບາດເປັນໃຈກາງປະສານງານແລະດຶງເອົາສະຖາບັນຄົ້ນຄວ້າຕ່າງໆເຂົ້າຮ່ວມການຄົ້ນຄວ້າແນວຄິດໄກສອນພົມວິຫານ, ເມື່ອຮອດປີ 2025 ແນວຄິດ ໄກສອນ ພົມວິຫານ ຕ້ອງໄດ້ຮັບການຄົ້ນຄວ້າຢ່າງເປັນລະບົບ.

     ສີ່,ອົງຄະນະພັກສະຖາບັນຄວນເອົາໃຈໃສ່ ກໍ່ສ້າງຖັນແຖວຄູ-ອາຈານ ແລະ ນັກວິ ທະຍາສາດໃຫ້ສູງຂຶ້ນກວ່າເກົ່າ, ມີລະດັບທາງດ້ານການຄົ້ນຄວ້າທິດສະດີ ແລະພຶດຕິກຳໃຫ້ຫຼາຍ, ມີຄວາມສາມາດ ແລະມີຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນທາດການເມືອງທີ່ປອດໃສ, ມີຄວາມຮູ້ພາສາຕ່າງປະເທດ, ໄດ້ຮັບການກໍ່ສ້າງຢ່າງເປັນລະບົບ.

     ຫ້າ,ຕໍ່ກັບວຽກງານພັກ, ບັນດາສະຫາຍຄົງເຂົ້າໃຈແຈ້ງແລ້ວວ່າສະ​ຖາ​ບັນ​ເຮົາແມ່ນສະຖາບັນ​ການສຶກສາຂັ້ນສູງຂອງພັກຫຼືຮຽກຢ່າງໜຶ່ງແມ່ນໂຮງຮຽນພັກ. ສະນັ້ນພວກສະຫາຍຈິ່ງຈະເຂົ້າໃຈແຈ້ງ​ເຖິງ​ຄວາມ​ສຳ​ຄັນ​ໃນ​ການ​ຍົກ​ສູງຄວາມເປັນແບບຢ່າງໃນວຽກງານກໍ່ສ້າງພັກ, ສ້າງໃຫ້ອົງຄະນະພັກສະຖາບັນກາຍເປັນອົງຄະນະພັກທີ່ເປັນແບບຢ່າງ, ສາມັກຄີ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກສູງຄວາມສາມາດໃນການນຳພາແລະກຳລັງແຮງສູ້ຮົບສູງຂຶ້ນ.

     ຫົກ, ສຳລັບບັນດາສະຫາຍນັກສຶກສາ, ຖືເປັນກຽດ​ຢ່າງ​ສູງແລະມີຄວາມເອກອ້າງທະ​ນົງ​ໃຈທີ່ໄດ້ມີໂອກາດມາຮ່ຳຮຽນຢູ່ສະຖາບັນສູງສຸດຂອງພັກ, ກໍຍິ່ງຕ້ອງມີຄວາມຮັບຮູ້ຢ່າງເລິກເຊິ່ງຕໍ່ກັບຄວາມຮັບຜິດຊອບ, ໜ້າທີ່ຂອງຕົນ. ນີ້ແມ່ນໂອກາດເພື່ອໃຫ້ບັນດາສະຫາຍຍົກລະດັບ, ຄວາມ​ຮູ້ຄວາມສາມາດໃນການ​ປະ​ຕິ​ບັດໜ້າທີ່ວຽກງານ, ຝຶກຝົນຫລໍ່ຫຼອມຫຼັກໝັ້ນການເມືອງ, ບຳລຸງສ້າງອຸດົມການປະຕິວັດ.

     ເຈັດ, ໃນການພັດທະນາໂຄງລ່າງແລະການປະກອບວັດຖຸເຕັກນິກຮັບໃຊ້ການຮຽນ-ການສອນໃຫ້ທັນສະໄໝເທື່ອລະກ້າວນັ້ນໃນເງື່ອນໄຂສະພາບເສດຖະກິດການເງິນມີຄວາມຫຍຸ້ງຍາກການຂຶ້ນແຜນງົບປະມານຕ້ອງບົນພື້ນຖານການປະຢັດ, ຄວນເບິ່ງສິ່ງຈຳເປັນອີ່ຫຼີ, ຕ້ອງຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຮອດປີ2025,  ຍຸດທະສາດ2030 ແລະວິໄສທັດປີ2035.

     ແປດ,ປັບປຸງບັນດາອົງການຈັດຕັ້ງມະຫາຊົນໃຫ້ເຂັ້ມແຂງຕິດພັນກັບການສ້າງຂະບວນການແຂ່ງຂັນຮັກຊາດພັດທະນາ, ເສີ່ມຂະຫຍາຍບົດບາດຕັ້ງໜ້າຂອງແຕ່ລະອົງການຈັດຕັ້ງໃນການປຸກລະດົມມະຫາຊົນເຂົ້າຮ່ວມສ້າງພັກ. ຄະນະພັກນອກຈາກມີແຜນການລວມໃນການປັບປຸງບັນດາອົງການຈັດຕັ້ງມະຫາຊົນໃນແຕ່ລະໄລຍະ, ຕ້ອງມີສະຫາຍໃດໜຶ່ງລົງເລີກວຽກງານຕົວຈິງ,

     ເກົ້າ, ຕໍ່ຄະນະພັກສະຖາບັນຊຸດໃໝ່ຕ້ອງເສີມຂະຫຍາຍມູນເຊື້ອຄວາມສາມັກຄີອັນເປັນປຶກແຜ່ນ, ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ຕ້ອງມີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດບັນດາຫຼັກການຈັດຕັ້ງ, ການເຄື່ອນໄຫວແລະດຳເນີນຊີວິດ, ຕ້ອງປັບປຸງແບບແຜນນຳພາ, ໃນຄະນະພັກມີການແບ່ງໜ້າທີ່ຮັບຜິດຊອບໃຫ້ຈະແຈ້ງ, ເຊີດຊູຄວາມຮັບຜິດຊອບທາງການເມືອງ, ຮັກສາຄວາມເປັນແບບຢ່າງນຳໜ້າ, ຮ່ວມແຮງຮ່ວມໃຈກັນແລະຊ່ວຍເຫຼືອກັນ.

ສິບ, ຕໍ່ກັບເລຂາຄະນະບໍລິຫານງານພັກຊຸດໃໝ່ ແມ່ນຜູ້ໜຶ່ງທີ່ເຕີບໃຫຍ່ ຂຶ້ນໃນຂະບວນການຕົວຈິງຕິດພັນກັບການເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນ, ເປັນຜູ້ມີປະສົບການ, ບົດຮຽນໃນການນຳພາໃນລະດັບອັນແນ່ນອນ. ແຕ່ເຖິງຢ່າງໃດກໍດີຂໍໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກ, ນັບທັງບັນດາສະຫາຍທີ່ອອກພັກບຳນານແລ້ວ, ກໍຄືບັນດາສະຫາຍຄະນະບໍລິຫານງານຊຸດໃໝ່ ຕະຫຼອດຮອດພະນັກງານ, ຄູ-ອາຈານ, ສະມາຊິກພັກ, ນັກສຶກສາຈົ່ງໄດ້ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອສະຫາຍເລຂາເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ກອງປະຊຸມໃຫຍ່ ມອບໝາຍໃຫ້. ພວກເຮົາຫວັງຢ່າງຍິ່ງວ່າສະຫາຍເລຂາຄະນະບໍລິຫານງານພັກພ້ອມດ້ວຍບັນດາສະຫາຍໃນຄະນະບໍລິຫານງານຊຸດໃໝ່ ແລະພະນັກງານ, ສະມາຊິກພັກທົ່ວສະຖາບັນຈະສຶບຕໍ່ເຮັດໜ້າທີ່ການເມືອງອັນສູງສົ່ງຂອງຕົນມີຜົນສຳເລັດຈົບງາມ.

ຂ່າວ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ
ຮູບພາບ: ລຳພູນ ຖຸນໄຊຍາ+ນາງ ດອກໄມ້ ຈັນດາລາ