ໃນວັນທີ 8-9 ກໍລະກົດ 2020 ຢູ່ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ ສມປຊ, ສະຫະພັນແມ່ຍິງ ສມປຊ ໄດ້ຈັດຝຶກອົບຮົມ 4 ຫົວຂໍ້ ສະເພາະ ໃຫ້ສະມາຊິກສະຫະພັນແມ່ຍິງ ສມປຊ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ນາງ ລໍາພູນ ດວນສຸວັນ ປະທານ ສະຫະ ພັນແມ່ຍິງ ສມປຊ, ມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງພາຍໃນ ສມປຊ ແລະສະມາຊິກສະຫະພັນແມ່ຍິງທີ່ເປັນສໍາມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ການຝຶກອົບຮົມຄັ້ງນີ້ແມ່ນເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດທີ່ຕິດພັນກັບໜ້າວຽກການສິດສອນ ແລະ ວຽກບໍລິຫານ, ຊຶ່ງໃນ 4 ຫົວຂໍ້ສະເພາະປະກອບ: 1). ການເປັນນັກປາຖະກະຖາທີ່ດີ, 2). ວິທີເກັບສຳເນົາເອກະສານ, 3). ຍົກລະດັບວິທີສິດສອນແບບໃໝ່ 4), ວິທີຂຽນບົດສະຫຼຸບ. ໂດຍສໍາມະນາກອນ 30 ທ່ານ ທີ່ຕາງໜ້າແມ່ຍິງ ຮາກຖານ ເຂົ້າຮ່ວມຝຶກອົບຮົມ ໄດ້ຮັບການຍົກລະດັບຄວາມຮູ້​, ເຂົ້າໃຈຕໍ່​ກັບ 4 ຫົວຂໍ້ຝຶກອົບຮົມດັ່ງກ່າວ. ຜ່ານ​ການຈັດ​ຕັ້ງ​ປະຕິບັດ 2 ວັນ​ ​ເຫັນວ່າສຳມະນາກອນໄດ້ຕັ້ງໜ້າຮັບຟັງດ້ວຍຄວາມສົນໃຈໃນແຕ່ລະຫົວຂໍ້ ແລະໄດ້ມີຄໍາຖາມແຈະຈີ້ມໃນບັນຫາຕີ່ຕົນຍັງບໍ່ເຈົ້າໃຈ ນໍາວິທະຍາກອນ.
ໂອກາດ​ດຽວກັນ ທ່ານ ປອ ນ. ລຳພູນ ດວນສຸວັນ ປະທານສະຫະພັນແມ່ຍິງ ສມປຊ ​ກໍໄດ້ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ຕໍ່​ຄະນະ​ຮັບຜິດຊອບ, ວິທະຍາກອນ ​ແລະ ສຳມະນາກອນ ທີ່​ໄດ້​ເອົາ​ໃຈ​ໃສ່​ໃນ​ການຮຽນ-ການ​ສອນຈົນ​ເຮັດ​ໃຫ້​​ສໍາ​ມະ​ນາກ​ອນສາມາດ​ນຳໄປຜັນຂະຫຍາຍໂດຍ​ພື້ນຖານ​ໄດ້ ພ້ອມນີ້ ​ກໍໄດ້ຮຽກ​ຮ້ອງ​ມາ​ຍັງ​​ສໍາ​ມະ​ນາກ​ອນຈົ່ງ​ນໍາ​ເອົາ​ທັກສະ ແລະ ວິຊາຄວາມ​ຮູ້​ໃນ​ການ​ຍົກ​ລະດັບ​ຄັ້ງ​ນີ້ໄປ​ພັດທະນາ​ຕົນ​ເອງ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ+ບັນນາທິການ: ຄອນສະຫວັນ ແສນຍານຸພາບ