Month: December 2021

ໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນຄວ້າແນວ ຄິດໄກສອນ ພົມວິຫານ ເຊື່ອມຊຶມ 4 ເອກະສານສຳຄັນ

ໜ່ວຍພັກຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດພິທີປາຖະກະຖາ ເຊື່ອມຊຶມ 4 ເອກະສານສຳຄັນ ເພື່ອຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ເປັນເນື້ອໃນຈິດໃຈໃນການເຕົ້າໂຮມຄວາມສາມັກຄີ. ພິທີປາຖະກະຖາດັ່ງກ່າວ ໃຫ້ກຽດບັນລະຍາຍ ຂອງ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະພັກ, ເລຂາໜ່ວຍພັກຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຊຶ່ງສະຫາຍໄດ້ເຜີຍແຜ່  4 ເອກະສານປະກອບມີ: 1). ວັນຊາດທີ 02…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ ຢູ່ ສປປ ລາວ”

ການສຳມະນາຫົວຂໍ້: “ສ້າງປະຖົມປັດໄຈເພື່ອກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ ຢູ່ ສປປ ລາວ” ເປັນຫົວຂໍ້ໜຶ່ງທີ່ສຳຄັນຢ່າງຍິ່ງ ນອກຈາກຈະໄດ້ຮັບຮູ້ບົດຮຽນທາງດ້ານທິດສະດີ ແລະພຶດຕິ ກຳ ໃນການສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ ຢູ່ປະເທດເຮົາ ຍັງເປັນໂອກາດໃນການແລກປ່ຽນບົດຮຽນຕົວຈິງ, ການປະກອບສ່ວນເສີມສ້າງ ແລະພັດທະນາຄວາມຮູ້ຂອງພະນັກງານ, ຄູ-ອາຈານ ໃຫ້ມີຄວາມຢ່າງເປັນລະບົບຄົບຊຸດ ແລະອຸດົມສົມບູນຍິ່ງຂຶ້ນ. ກອງປະຊຸມຄັ້ງນີ້ຈັດຂຶ້ນໃນວັນທີ 28 ທັນວາ ພາຍໃຕ້ການເປັນປະທານ ຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ, ປະທານສະພາວິທະຍາສາດ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ;…

ກອງປະຊຸມສໍາມະນາວິທະຍາສາດ ປະຈໍາປີ 2021 ຄັ້ງທີ IV ໃນຫົວຂໍ້ “ບົດບາດຂອງວັດທະນະທຳ, ມະນຸດຕໍ່ກັບການປ່ຽນແປງໃໝ່ ແລະການພັດທະນາຢູ່ລາວ ແລະຫວຽດນາມ”

ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍ​າ​ສາດສາ​ກົນ 4 ສະ​ຖາ​ບັນພາຍ​ໃຕ້​ຫົວ​ຂໍ້ “ບົດບາດຂອງວັດທະນະທໍາ, ມະນຸດ ຕໍ່ກັບພາລະກິດປ່ຽນແປງໃໝ່ ແລະການພັດທະນາ ຢູ່ລາວ ແລະຫວຽດນາມ”ໄດ້ຈັດຕັ້ງຂຶ້ນຕາມຮູບແບບກອງປະຊູມທາງໄກ ໃນວັນທີ 27 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ ທີ່ເຕັມໄປ​ດ້ວຍບັນຍາ​ກາດ​ອັນຄືກຄື່ນ, ບົນຈິດໃຈແລກປ່ຽນວິທະຍາສາດ, ກົງໄປກົງມາ ແລະມີຄວາມຮັບຜິດຊອບສູງນັ້ນ. ເຊິ່ງມັນໄດ້ສ່ອງ​​ແສງ​ໃຫ້ເຫັນ​​ເຖິງ​ບັນຫາຕ່າງໆ ເປັນຕົ້ນແມ່ນ: ທາງດ້ານທິດສະດີ ແລະພຶດຕິກຳ ທີ່ກ່ຽວ​ກັບ​ບົດ​ບາດ​ຂອງວັດ​ທະ​ນະ​ທຳ ແລະຄົນ (ມະ​ນຸດ) ທີ່​ມີ​ຕໍ່​​ການ​ພັດ​ທະ​ນາ ແລະພາ​ລະ​ກິດ​ປ່ຽນ​ແປງໃໝ່​ ຂອງ​ສອງ​ປະ​ເທດ​ຂອງ​ພວກ​ເຮົາ. ໂດຍພາຍໃຕ້ການເປັນ ປະທານ…

ພິທີປິດຊຸດຝຶກອົບຮົມ ທິດສະດີການເມືອງ ແລະ ການປົກຄອງ “ຕາມຫົວຂໍ້ສະເພາະ” ໃຫ້ຜູ້ບໍລິຫານວິສາຫະກິດຂອງລັດ ຂັ້ນສູນກາງ ຊຸດທີ IV

ໃນຕອນບ່າຍຂອງວັນທີ 17 ທັນວາ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຊຸດຝຶກອົບຮົມ ທິດສະດີການເມືອງ ແລະການປົກຄອງ ຕາມຫົວຂໍ້ສະເພາະ  ໃຫ້ຜູ້ບໍລິຫານວິສາຫະກິດຂອງລັດ ຂັ້ນສູນກາງ ຊຸດທີ IV, ໂດຍການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ…